ຍສໝ - ນີ້ແມ່ນເນື້ອໃນສະເໜີໂດຍທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫງວຽນແມ້ງຮຸ່ງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ທີ່ການຕ້ອນຮັບຄະນະຜູ້ແທນປະຊາຊົນ ອິນເດຍ ມາເຂົ້າຮ່ວມງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12, ວັນທີ 17 ທັນວາ ຢູ່ ຮ່າໂນ້ຍ.
ຍສໝ - ບັນດາການນຳ ຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງການນຳ ຝລັ່ງ ເມື່ອໄດ້ຮັບຂ່າວວ່າ ພາຍຸ Chido ໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງໃຫ້ແກ່ປະຊາຊົນ ແລະ ຊັບສິນຢູ່ໝູ່ເກາະ Mayotte.
ຍສໝ - ວັນທີ 22 ທັນວາ 2024, ຢູ່ນະຄອນ Mito (ແຂວງ Ibaraki, ຍີ່ປຸ່ນ), ສະມາຄົມຊາວຫວຽດນາມ ຢູ່ Ibaraki ໄດ້ຈັດຕັ້ງລາຍການບຸນປີໃໝ່ປະຈຳຊາດ ຫວຽດນາມ ຢູ່ Ibaraki 2025.
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ສົມທົບກັບສະຖານທູດ ອາແຊກໄບຊານ ປະຈຳ ຫວຽດນາມ ຈັດຕັ້ງການພົບປະໃນທ້າຍປີ, ຫວນຄືນຄືນປະຫວັດສາດການພົວພັນມິດຕະພາບລະຫວ່າງ 2 ປະເທດ. ເຫດການດັ່ງກ່າວໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງການເດີນທາງຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ໄປຢ້ຽມຢາມ ນະຄອນຫຼວງ ບາກູ (1959-2024) ແລະ ສະເຫຼີມສະຫຼອງ 41 ປີແຫ່ງການເດີນທາງຂອງທ່ານຜູ້ນຳ Azerbaijan Heydar Aliyev ມາຢ້ຽມຢາມ ຫວຽດນາມ (1983-2024).
ຍສໝ - ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 23 – 24 ທັນວາ.
ຍສໝ - ຕອນເຊົ້າວັນທີ 25 ທັນວາ, ຢູ່ນະຄອນ ດ້ຽນບຽນຝູ (ແຂວງ ດ້ຽນບຽນ), ໂດຍໄດ້ຮັບການມອບສິດຈາກປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຄະນະຜູ້ແທນແຂວງ ຜົ້ງສາລີ ໄດ້ປະດັບຫຼຽນໄຊມິດຕະພາບ, ຫຼຽນກາມິດຕະພາບຂອງປະທານປະເທດ, ລັດຖະບານລາວ ມອບໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງແຂວງ ດ້ຽນບຽນ.
ຍສໝ - ໂດຍປະຕິບັດໂຄງການຮ່ວມມືສາກົນລະຫວ່າງແຂວງ ເລິມດົງ ກັບ ແຂວງ ຈໍາປາສັກ ແລະ ແຂວງ ບໍລິຄຳໄຊ (ລາວ) ກ່ຽວກັບການລົງນາມການຮ່ວມມື ແລະ ໜູນຊ່ວຍການບຳລຸງສ້າງນັກສຶກສາ ລາວ, ຫວ່າງມໍ່ໆມານີ້, ພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ເລິມດົງ ໄດ້ຈັດພິທີມອບ-ຮັບນັກສຶກສາ ລາວ 5 ຄົນທີ່ມາຮຽນຢູ່ມະຫາວິທະຍາໄລ ດາລາດ ສົກຮຽນ 2024-2025.
ຍສໝ - ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ.
ຍສໝ - ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ກ່ອນນີ້ 80 ປີ, ວັນທີ 22 ທັນວາ ປີ 1944, ຢູ່ແຂວງກາວບັ່ງ ທາງພາກເໜືອຫວຽດນາມ, ກອງທະຫານໂຄສະນາປົດປ່ອຍຫວຽດນາມ, ຕົ້ນກໍາເນີດຂອງກອງທັບປະຊາຊົນຫວຽດນາມ ໃນປະຈຸບັນ, ໄດ້ຮັບການສ້າງຕັ້ງຂຶ້ນ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດຝຶກອົບຮົມພະນັກງານກອງທັບປະຊາຊົນລາວ ກ່ຽວກັບວຽກງານກໍາມະບານໃນກອງທັບ ປີ 2024.
ເມື່ອແລກປ່ຽນ ຢູ່ນອກງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024 ທີ່ດຳເນີນຢູ່ສະໜາມບິນ ຢາເລິມ (ຮ່າໂນ້ຍ), ທ່ານ Olivier Brochet ເອກອັກຄະລັດຖະທູດຝະລັ່ງ ປະຈໍາ ຫວຽດນາມ ແລະທ່ານພົນຕີ Angus Topshee, ຜູ້ບັນຊາການທະຫານເຮືອການາດາ ລ້ວນແຕ່ຕີລາຄາສູງຄວາມສາມາດຂອງຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ອົງການ Samaritan’s Purse (ອາເມລິກາ) - ຫ້ອງການຕາງໜ້າຢູ່ ຫວຽດນາມ ໄດ້ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ກວາງບິ່ງ ມອບເຄື່ອງຂອງ 250 ພູດໃຫ້ແກ່ບັນດາຄອບຄົວທີ່ຖືກຜົນກະທົບຈາກພະຍຸເລກ 6 (ຈ່າມີ) ປີ 2024 ທີ່ເກີດຢູ່ແຂວງ ເຈືອງຖຸ້ຍ, ເມືອງ ເລ້ຖຸ້ຍ (ແຂວງກວາງບິ່ງ).
ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ນະຄອນໂຮ່ຈີມິນ, ສະຖານກົງສູນກິດຕິມະສັກສາທາລະນະລັດ Malta ປະຈໍາ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະສາທາລະນະລັດ Malta (1974-2024) ແລະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາທາລະນະລັດ Malta (13-12-1974 / 13-12-2024).
ຍສໝ - ວັນທີ 13 ທັນວາ, ທີ່ທໍານຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Sofiane Chaib ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອານເຊີລີປະຊາທິປະໄຕ ແລະປະຊາຊົນ ປະຈໍາ ຫວຽດນາມ ໄດ້ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ, ວັນທີ 13 ທັນວາ, ບັນດາກົມກອງກໍາລັງປະກອບອາວຸດ ແຂວງເທື່ອທຽນເຫວ້ ຂອງຫວຽດນາມ ແລະແຂວງສາລະວັນ, ເຊກອງຂອງລາວ ໄດ້ສົມທົບກັນຈັດຕັ້ງຫຼາຍກິດຈະກໍາແທດຈິງເພື່ອໜູນຊ່ວຍປະຊາຊົນທີ່ຢູ່ສອງຟາກຊາຍແດນ.
ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເນື່ອງໃນໂອກາດທ່ານ ແລະພັນລະຍາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ເຂົ້າຮ່ວມຍັງມີທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.
ຍສໝ -ຕອນບ່າຍວັນທີ 13 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ຮ່າໂນ້ຍ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດ ແລະທ່ານ Samee Essa Johar Hayat ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດກູເວດ ຮັບຜິດຊອບອາຊີໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.
ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ ງານວາງສະແດງປ້ອງກັນຊາດສາກົນຂອງຫວຽດນາມ ເພື່ອໃຫ້ໂລກເຫັນໄດ້ພາລະບົດບາດຂອງກອງທັບປະຊາຊົນຫວຽດນາມ ແມ່ນກອງທັບຕໍ່ສູ້, ກອງທັບປະຕິບັດງານ, ກອງທັບອອກແຮງງານທຳການຜະລິດ.
ຍສໝ - ໂດຍໄດ້ຮັບຄໍາເຊີນຂອງສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນຢຸຍງອັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 10-11 ທັນວາ.