ຄະນະຜູ້ແທນລາວ ນຳໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ແຮງງານອາຊຽນ ສະໄໝພິເສດ ວ່າດ້ວຍ ວຽກໃນ ອານາຄົດ, ການນໍາໃຊ້ເຕັກໂນໂລຊີ ແລະ ການເຕີບໂຕ ແບບມີສ່ວນຮ່ວມ ແມ່ນຂໍ້ລິເລີ່ມ ຂອງລັດຖະມົນຕີ ແຮງງານອາຊຽນ ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍຂໍ້ລິເລີ່ມຂອງອົງການ ແຮງງານສາກົນ ກ່ຽວກັບວຽກໃນອານາຄົດ ເນື່ອງໃນໂອກາດ ການສ້າງຕັ້ງ ຂອງອົງການ ແຮງງານສາກົນ ຄົບຮອບ100 ປີ ແລະ ກອງປະຊຸມປິ່ນອ້ອມ ເພື່ອເປັນການແລກປ່ຽນ ບົດຮຽນທີ່ດີເຊິ່ງກັນ ແລະ ກັນ ເຊັ່ນ ກອງປະຊຸມ ຮ່ວມກັບປະເທດ ຄູ່ເຈລະຈາ ແລະ ອົງການຈັດຕັ້ງສາກົນ ເຊິ່ງປະກອບມີ ສປ ຈີນ, ຢີປຸ່ນ, ເກົາຫລີ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ອົງການ ແຮງງານສາກົນ, ພ້ອມດ້ວຍ ອົງການຈັດຕັ້ງ ສາມຝ່າຍຈາກ ບັນດາປະເທດ ສະມາຊິກອາຊຽນ. ເຊິ່ງຈັດຂຶ້ນໃນວັນທີ 29-30 ເມສາ 2019 ຢູ່ປະເທດສິງກະໂປ.
ໃນວິໄສທັດປະຊາຄົມອາຊຽນ 2025, ເປົ້າໝາຍແຖວໜ້າຂອງບັນດາປະເທດອາຊຽນແມ່ນກໍ່ສ້າງປະຊາຄົມທີ່ ຖືປະຊາຊົນເປັນໃຈກາງ, ເພີ່ມທະວີຄວາມສາມັກຄີ, ເປັນເອກະພາບກັນລະຫວ່າງບັນດາປະເທດສະມາຊິກ.
ອາຊຽນ ແລະ ຣັດເຊຍ ຊຸກຍູ້ການຮ່ວມມືຫລາຍດ້ານລວມທັງການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ການເຊື່ອມຕໍ່ ແລະ ຮັດແຄບຊ່ອງວ່າງການພັດທະນາ.
ເຈົ້າໜ້າທີ່ເຈລະຈາການຄ້າຈາກ 10 ປະເທດສະມາຊິກອາຊຽນຮ່ວມກັນປຶກສາຫາລືເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ ພາຍຫລັງຈັດກອງປະຊຸມຄະນະກຳມະການທີ່ປຶກສາຮ່ວມດ້ານການອຳນວຍຄວາມສະດວກທາງການຄ້າອາຊຽນ ຄັ້ງທີ 14 ຈັດຂຶ້ນເມື່ອບໍ່ດົນມານີ້.
ຍສໝ - ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມນໍາໂດຍ ທ່ານ ພົນໂທ ຫງວຽນຈີວີ້ງ ໄດ້ເຂົ້າຮ່ວມກອງປະຊຸມ.
ອິນໂດເນເຊຍ, ມາເລເຊຍ ແລະ ໄທ ໄດ້ຕົກລົງທີ່ຈະຫຼຸດການສົ່ງອອກຢາງພາລາຊຶ່ງເປັນສ່ວນໜຶ່ງຂອງມາດຕະການຈຳກັດປະລິມານການສົ່ງອອກຢາງພາລາດ້ວຍການຕັ້ງເປົ້າໝາຍຫຼຸດການສົ່ງອອກລວມກັນເປັນ 240.000 ໂຕນ.
ກອງປະຊຸມຂອງຄະນະບໍລິຫານງານສະຫະພັນນັກຂ່າວອາຊຽນໄດ້ເປີດຂຶ້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ຣາຊມູນຕຣີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽວ (ຖວທ) ປະທານ ສະມາຄົມນັກຂ່າວແຫ່ງ ສປປ ລາວ.
ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີອາຊຽນໄອຊີທີ ຊຸດພິເສດ ພາຍໃຕ້ຄໍາຂວັນ: "ຄວາມຄ່ອງໂຕຂອງການຫັນເປັນດີຈີຕອນຂອງອາຊຽນ" ໃນລະຫວ່າງວັນທີ 28-29 ມີນາ ຜ່ານມາ.
ຫວຽດນາມ ຮັບໜ້າທີ່ດໍາລົງຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020
ຍສໝ - ຕອນບ່າຍວັນທີ 19 ທັນວາ ຢູ່ ຮ່າໂນ້ຍ ທີ່ການຕ້ອນຮັບ ທ່ານ Enrico Letta, ປະທານ ສະຫະພັນ ອິດຕາລີ-ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ສະແດງຄວາມຍິນດີ ແລ ະ ຊົມເຊີຍ ສະຫະພັນ ທີ່ໄດ້ຈັດ “ ການເຈລະຈາຂັ້ນສູງ ກ່ຽວກັບ ສາຍພົວພັນດ້ານເສດຖະກິດ ອິດຕາລີ -ອາຊຽນ” ຄັ້ງທີ 3 ຢູ່ ຮ່າໂນ້ຍ ໃນປີ 2019.
ໃນວັນທີ 12 ທັນວາ 2018 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າ ບັນດາປະເທດອາຊຽນ ຈຳນວນ 9 ປະເທດ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນ ຄັ້ງທີ 18 ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-14 ທັນວາ 2018.
ວັນທີ 28 ພະຈິກ, ກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ 25 ດ້ວຍຫົວຂໍ້ “ ຊຸກຍູ້ວຽກງານຂຽວມຸ່ງໄປສູ່ຄວາມຍຸຕິທຳ ແລະ ການເຕີບໂຕກວມລວມຂອງປະຊາຄົມອາຊຽນ ” ໄດ້ຖືກໄຂຂຶ້ນຢູ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ (ປະ ທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.
ທ່ານຮອງນາຍົກລົດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ບັນດາປະເທດ ອາຊຽນ ສືບຕໍ່ເພີ່ມທະວີຄວາມສາມັກຄີ, ຍຶດໝັ້ນບັນດາຫຼັກການ...
ຍສໝ - ຕະຫຼອດໄລຍະເວລາ 23 ປີ ທີ່ໄດ້ເຂົ້າຮ່ວມ ອາຊຽນ, ຫວຽດນາມ ບັນລຸເປົ້າໝາຍຂອງຕົນເອງຢ່າງຕໍ່ເນື່ອງ, ໃນຕໍ່ໜ້າ ຫວຽດນາມ ໄດ້ ແລະ ກຳລັງຈະສຳເລັດ ພາລະກິດຂອງຕົນ.
ຍສໝ - ຫວຽດນາມແມ່ນປະເທດສະມາຊິກນຶ່ງທີ່ມີປະຊາກອນຫຼາຍຈັດຢູ່ໃນອລຳດັບທີ 3 ແລະມີເນື້ອທີ່ຢູ່ໃນລຳດັບທີ 4 ໃນກຸ່ມອາຊຽນ, ມີທີ່ຕັ້ງພູມສັນຖານ ແລະ ເສດຖະກິດທ່ສຳຄັນຢູ່ໃນຂົງເຂດອາຊີອາເວັນອອກສຽງໃຕ້, ຫວຽດນາມ ບົດບາດສຳຄັນໃນອາຊຽນ ແລະ ຕໍ່ບັນດາປະເທດສາມາຊິກອື່ນ. ຫວຽດນາມກາຍເປັນປະເທດສາມາຊິກສົມບູນຂອງອາຊຽນ (ວັນທີ 18-7-1995) ເປັນເຄື່ອງໝາຍບາດລ້ຽວໃຫຍ່ຕໍ່ກັລຂົງເຂດ, ເປີດສັງກາດໃຫມ່ແຫ່ງສັນຕິພາບ ແລະ ການຮ່ວມມື.
ຍສໝ - ປີ 2018 ເປັນປີທີ 23 ຫວຽດນາມເຂົ້າເປັນສະມາຊິກອາຊ່ຽນ, ນັບແຕ່ນັ້ນຮອດປະຈຸບັນ ຫວຽດນາມໄດ້ບຸກເບືອນ ແລະ ສ້າງເຄື່ອງໝາຍສັນຍາລັກ, ມູນຄ່າຂອງຕົນ.
ຍສໝ - ປີ 2018 ເປັນປີ ຄົບຮອບ 11 ປີ ທີ່ຫວຽດນາມເຂົ້າເປັນສະມາຊິກ ອົງການການຄ້າໂລກ (WTO), 20 ປີ ເຂົ້າເປັນສະມາຊິກ ອົງການ ຮ່ວມມື ດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ພ້ອມກັນນັ້ນກໍ່ເປັນຫຼັກໝາຍ ຄົບຮອບ 23 ປີ ຫວຽດນາມ ເຂົ້າເປັນປະຊາຄົມ ອາຊຽນ ຢ່າງເປັນທາງການ ແລະ 51 ປີ ແຫ່ງການສ້າງຕັ້ງ ອາຊຽນ ແລະ ອົງການນີ້ ບໍ່ຢຸດຢັ້ງໃນການຮ່ວມມື, ພັດທະນາ ເພື່ອເປັນພື້ນຖານປະຊາຄົມເສດຖະກິດ ອາຊຽນໃນປີ 2015.
ບັນດາປະເທດໃນພາກພື້ນ ອາຊຽນ ຈະຍູ້ແຮງການຮ່ວມມື ແລະ ແບ່ງປັນແຫຼ່ງກໍາລັງ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ຜ່ານການເປີດກວ້າງການເຊື່ອມຕໍ່ຕາໜ່າງໄຟຟ້າ ກໍຄືພັດທະນາພະລັງງານຜະລິດຄືນໃໝ່.
ຕອນບ່າຍວັນທີ 25 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະໄຂ ກອງປະຊຸມລັດຖະມົນຕີຍິງ ອາຊຽນຄັ້ງທີ 3.