ແພດທະຫານລາວ ສຳ​ເລັດ​​ການເຂົ້າຮ່ວມກອງປະຊຸມແພດທະຫານອາຊຽນ ທີ່ ມຽນມາ

00:54 | 14/05/2019

ຄະນະແພດທະຫານລາວ ນຳໂດຍ​ທ່ານ​ ພັນ​ໂທ ສີທະວົງ ບຸນປຣະສົງ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມວາງແຜນຂັ້ນສຸດທ້າຍ ຂອງໜ່ວຍງານຊ່ຽວຊານແພດທະຫານອາຊຽນບວກ (ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ) ໃນລະຫວ່າງວັນທີ 16-21 ກຸມພາ 2019 ທີ່​ປະ​ເທດມຽນ​ມາ.

ແພດທະຫານລາວ ສຳ​ເລັດ​​ການເຂົ້າຮ່ວມກອງປະຊຸມແພດທະຫານອາຊຽນ ທີ່ ມຽນມາ

ແພດທະຫານລາວ ສຳ​ເລັດ​​ການເຂົ້າຮ່ວມກອງປະຊຸມແພດທະຫານອາຊຽນ ທີ່ ມຽນມາ

ຄະນະແພດທະຫານລາວ ນຳໂດຍ​ທ່ານ​ ພັນ​ໂທ ສີທະວົງ ບຸນປຣະສົງ ຮອງຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກະຊວງປ້ອງກັນປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມວາງແຜນຂັ້ນສຸດທ້າຍຂອງໜ່ວຍງານຊ່ຽວຊານແພດທະຫານອາຊຽນບວກ (ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ)ໃນລະຫວ່າງວັນທີ 16-21 ກຸມພາ 2019 ທີ່​ປະ​ເທດມຽນ​ມາ ເພື່ອກະກຽມໃຫ້ແກ່ການຝຶກຊ້ອມໃຫຍ່ໃນວຽກງານການແພດພາກສະໜາມໃນການກອບກູ້ໄພພິບັດທີ່ຈະຈັດຂຶ້ນຢ່າງເປັນທາງການ ທີ່ປະເທດອິນເດຍ ໃນເດືອນມີນາ 2019, ໂດຍການເປັນປະທານຮ່ວມ ຂອງມຽນມາ ແລະ ອິນເດຍ.

ຜົນ​ສຳ​ເລັດຂອງກອງປະຊຸມວາງແຜນຂັ້ນສຸດທ້າຍຂອງໜ່ວຍງານຊ່ຽວຊານແພດທະຫານອາຊຽນບວກ ​ໃນ​ເທື່ອນີ້ແມ່ນໄດ້ມີການ​ແລກ​ປ່ຽນ​ບົດ​ຮຽນປະ​ສົບ​ການ​ນຳ​ກັນ, ເຊິ່ງ​ທຸກປະ​ເທດຈະກຽມ​ຄວາມ​ພ້ອມ​ໃນ​ການ​ສົ່ງ​ແພດ ແລະ ພະ​ຍາ​ບານ​ເຂົ້າ​ຮ່ວມຝຶກຊ້ອມພາກສະໜາມຄັ້ງໃຫຍ່ ທີ່ປະເທດອິນເດຍ ທີ່​ຈະ​ຈັດ​ຂຶ້ນ​ໃນ​ແຕ່ວັນ​ທີ 8-16 ມີ​ນາ 2019, ສ່ວນສປປ ລາວ ກໍຈະສົ່ງແພດທະຫານ​ເຂົ້າ​ຮ່ວມ 5 ຄົນ. ໃນ​ຕົ້ນ​ເດືອນ​ທັນ​ວາ 2018 ຜ່ານ​ມາ; ກໍ່​​ມີ​ກອງ​ປະ​ຊຸມ​​ໜ່ວຍງານຊ່ຽວ​ຊານ​ແພດທະ​ຫານ​ອາ​ຊຽນ ແລະ ​ບວກ​ ຄັ້ງ​ທີ 10 ໂດຍການ​ເປັນ​ປະ​ທານ​ຮ່ວມ​ຂອງ​ປະ​ເທດ​ອິນ​ເດຍ ແລະ ມຽນ​ມາ, ຊຶ່ງ​ມີ​ຄະ​ນະໜ່ວຍງານຜູ້ຊ່ຽວ​ຊານ​ແພດທະ​ຫານ​ອາ​ຊຽນຈາກ 10 ​ປະ​ເທດ​​ສະ​ມາ​ຊິກ ແລະ 8 ປະ​ເທດ​ບວກ ໄດ້​ມີ​ການ​ທົບ​ທວນ​ຄືນ​ວຽກ​ງານ ​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ​ໃນ​ປີ 2017-2018 ແລະ ​ໄດ້​ມີ​ການ​ວາງ​ແຜນ​ການ​ຝຶກ​ຊ້ອມ​ພາກ​ສະ​ໜາມ​ຮ່ວມ​ກັນ​ ເພື່ອ​ຮັບ​ມື​ກັບ​ເຫດ​ການ​ສຸກເສີນເປັນຕົ້ນແມ່ນ ໄພ​ພິ​ບັດ, ແຜ່ນ​ດິນ​ໄຫວ ແລະ ກອງ​ປະ​ຊຸມໜ່ວຍງານ​ຊ່ຽວ​ຊານ​ແພດທະ​ຫານ​ອາ​ຊຽນບວກ​ ເປັນຂໍ້ລິເລີ່ມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ໃນປີ 2010 ທີ່ຮາໂນ່ຍ ສສ ຫວຽດນາມ ເຊິ່ງໄດ້ເລີ່ມຕົ້ນ 5 ຂົງເຂດວິຊາການ ໃນການຮ່ວມມືທາງທະຫານນໍາກັນ ຄື: ການຊ່ວຍເຫລືອມະນຸດສະທໍາ-ບັນເທົາທຸກໄພພິບັດ, ການຮັກສາສັນຕິພາບສາກົນ, ຄວາມໝັ້ນຄົງທາງທະເລ, ການຕໍ່ຕ້ານການກໍ່ການຮ້າຍ, ການແພດທະຫານ ແລະ ປັດຈຸບັນໄດ້ມີການຮັບຮອງເພີ່ມອີກ 2 ຂົງເຂດ ຄື: ການທໍາລາຍລະເບີດເພື່ອມະນຸດສະທໍາ ແລະ ຄວາມປອດໄພທາງຄອມພິວເຕີ.

ໂອ​ກາດ​ດັ່ງ​ກ່າວ, ທ່ານ ພັນ​ໂທ ສີ​ທະ​ວົງ ບຸນ​ປ​ຣະ​ສົງ ໄດ້ແຈ້ງ​ໃຫ້​ຮູ້ວ່າ: ການເຂົ້າຮ່ວມຂອງ​ຊ່ຽວ​ຊານແພດທະ​ຫານຂອງ ສປປ ລາວ ໃນແຕ່ລະຄັ້ງ, ລ້ວນແຕ່ມີຄວາມສໍາຄັນຍິ່ງ ຕໍ່ພາລະກິດການຊ່ວຍເຫລືອອັນຮີບດ່ວນ ໃນວຽກງານການຊ່ວຍເຫລືອບັນເທົາທຸກໄພພິບັດ, ດ້ານການແພດທະຫານ, ການທໍາລາຍລະເບີດ ເພື່ອມະນຸດສະທໍາ, ຄວາມປອດໄພທາງຄອມພິວເຕີ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມບັນຫາໄພພິບັດ. ການແພດສຸກເສີນ ໃນປັດຈຸບັນ ໄດ້ກາຍເປັນໜ້າທີ່ອັນຮີບດ່ວນ, ຈໍາເປັນ ແລະ ຕ້ອງກຽມຄວາມພ້ອມໃນການຕອບໂຕ້ ແລະ ຊ່ວຍເຫລືອກູ້ໄພທີ່ອາດເກີດຂຶ້ນ ເພາະໃນຂະນະນີ້ ໂລກພວມມີໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດ ​ທີ່ເລັ່ງທວງໃຫ້ມີ​ຄວາມ​ຮູ້, ມີ​ປະ​ສົບ​ກ​ານ​ດ້ານ​ເຕັກ​ນິກ, ເຄື່ອງ​ມືພາ​ຫ​ະ​ນະ, ອຸ​​ປະ​ກອນທີ່ມີຄວາມພ້ອມເພື່ອ​ຮັບມື ແລະ ກອບກູ້ເອົາປະຊາຊົນອອກຈາກສະພາບດັ່ງກ່າວໂດຍໄວ ເພາະໄພພິບັດທໍາມະຊາດ ບໍ່ມີຜູ້ໃດ ຫລື ຝ່າຍໃດຮູ້ກອນລ່ວງໜ້າໄດ້ ເມື່ອມັນເກີດຂຶ້ນແລ້ວກໍຈະມີຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງມວນມະນຸດ, ສະນັ້ນມີແຕ່ການກຽມພ້ອມຮັບມືເທົ່ານັ້ນຈະສາມາດຫລຸດຜ່ອນຄວາມສູນເສຍໄດ້ໃນລະດັບໃດໜຶ່ງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.