ຍສໝ - ວັນທີ 30 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຂອງລາວ, ການນຳນະຄອນດານັງ ນຳໂດຍ ກຳມະການສູນກາງພັກ, ເລຂາຄະນະກຳມະການພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ທ່ານ ເຈືອງກວາງເຫງ໋ຍ ໄດ້ຢ້ຽມຢາມ ແລະ ເຮັດວຽກ ກັບການນຳຂອງຄະນະບໍລິຫານງານພັກແຂວງ ແລະ ອົງການປົກຄອງແຂວງອັດຕະປືຄັ້ງທຳອິດ. ທ່ານ ເລດ ໄຊຍະພອນ, ເລຂາພັກແຂວງ, ເຈົ້າແຂວງແຂວງອັດຕະປື ເປັນປະທານກອງປະຊຸມເຮັດວຽກ ແລະ ຮັບຕ້ອນຄະນະ.
ຍສໝ - ຕອນບ່າຍວັນທີ 21 ສິງຫາ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ກຳມະການພັກພັກແຂວງ, ປະທານສະມາຊິກສະພານະຄອນ ກວ້າງຫງ໋າຍ ໄດ້ມີການພົບປະກັບຄະນະຜູ້ແທນສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດລາວ ທ່ານ ບຸນປອນ ທຳມະວົງ ເປັນຫົວໜ້າຄະນະ.
ເມື່ອບໍ່ດົນມານີ້, ຢູ່ແຂວງສາລະວັນ ທ່ານ ສີລິສັກ ຖະໜອມຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ທ່ານ ເລວັນຮຸ່ງ ຫົວໜ້າສູນການພົວພັນຮ່ວມມືການລົງທຶນ ແລະ ຄຸ້ມຄອງບັນດາໂຄງການຢູ່ລາວ ພ້ອມດ້ວຍສະຖາປານິກສູນຮ່ວມມື ລາວ-ດານັງ, ໜ່ວຍງານກໍ່ສ້າງ, ທີ່ປຶກສາອອກແບບ ແລະ ຕິດ ຕາມກວດກາ ໂຄງການກໍ່ສ້າງສູນພາສາຫວຽດນາມ ຢູ່ແຂວງສາລະວັນ.