ກອງປະຊຸມເຄືອຂ່າຍ ສະຖາບັນຄົ້ນຄ້ວາປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພອາຊຽນ ທີ່ດານັງ

06:43 | 05/03/2020

ຍສໝ - ວັນທີ 3 ມີນາ, ຢູ່ນະຄອນດານັງ, ກອງປະຊຸມປະຈຳປີຄັ້ງທີ 13 ແລະ ກອງປະຊຸມວົງແຄບຄັ້ງທີ 5 ຂອງ ເຄືອຂ່າຍ ສະຖາບັນຄົ້ນຄ້ວາປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພອາຊຽນ (NADI) ໄດ້ ດຳເນີນດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 50 ຄົນ ຈາກບັນດາປະເທດສະມາຊິກ. ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານກອງປະຊຸມ.

ວັນທີ 3 ມີນາ, ຢູ່ນະຄອນດານັງ, ກອງປະຊຸມປະຈຳປີຄັ້ງທີ 13 ແລະ ກອງປະຊຸມວົງແຄບຄັ້ງທີ 5 ຂອງ ເຄືອຂ່າຍ ສະຖາບັນຄົ້ນຄ້ວາປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພອາຊຽນ (NADI) ໄດ້ ດຳເນີນດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 50 ຄົນ ຈາກບັນດາປະເທດສະມາຊິກ. ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານກອງປະຊຸມ.

ໃນເວລາ 2 ວັນຂອງກອງປະຊຸມ (ວັນທີ 3 ແລະ 4 ມີນາ), ບັນດາຜູ້ແທນ ໄດ້ໃຊ້ເວລາເພື່ອສົນທະນາ ແລະ ປຶກສາຫາລືຫຼາຍບັນຫາເຊັ່ນ: ການແກ່ງແຍ່ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ແລະ ການຍົກຍ້າຍພູມີສາດການເມືອງໃນພາກພື້ນ; ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ບົດບາດໃຈກາງຂອງອາຊຽນ; ສະຖານະການທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງໂລກ ແລະ ພາກພື້ນໃນເວລາທີ່ຜ່ານມາ, ແລະ ບັນຫາຄວາມປອດໄພທີ່ເກີດຂື້ນໃນພາກພື້ນ; ການຮ່ວມມືດ້ານປ້ອງກັນປະເທດ ສຳລັບອາຊຽນທີ່ມີຄວາມສາມັກຄີ.

ກອງປະຊຸມເຄືອຂ່າຍ ສະຖາບັນຄົ້ນຄ້ວາປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພອາຊຽນ ທີ່ດານັງ

ບັນດາຜູ້ແທນໄດ້ຖ່າຍຮູບຮ່ວມກັນໃນກອງປະຊຸມ. (ພາບ: daidoanket)

ກ່າວຄຳເຫັນທີ່ພິທີເປີດ, ທ່ານພົນໂທ ຫງວຽນຈີວິ້ງ ໃຫ້ຮູ້ວ່າ: ສັນຕິພາບ, ການຮ່ວມມື ແລະ ການພັດທະນາຈະສືບຕໍ່ແມ່ນທ່າອ່ຽງສຳຄັນຂອງສະພາບການພາກພື້ນ ແລະ ທົ່ວໂລກ ໃນປີ 2019. ແຕ່ວ່າ, ຄວາມເຄັ່ງຕຶງດ້ານພູມສາດທາງການເມືອງຍັງແມ່ນບັນຫາຮ້ອນຂອງທົ່ວໂລກ. ໃນຖານະທີ່ເປັນປະທານອາຊຽນປີ 2020, ຫວຽດນາມ ເລືອກຫົວຂໍ້ “ການຮ່ວມມືດ້ານປ້ອງກັນປະເທດເພື່ອອາຊຽນທີ່ມີຄວາມສາມັກຄີ ແລະ ຕັ້ງໜ້າ”.

ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີວິ້ງ ໄດ້ສະແດງຄວາມຫວັງວ່າແນວຄວາມຄິດທີ່ໄດ້ປຶກສາຫາລື ແລະ ແລກປ່ຽນທີ່ກອງປະຊຸມ ຈະແມ່ນເນື້ອໃນປຶກສາຫາລືທີ່ສຳຄັນສຳລັບກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM).

ພາຍຫຼັງ 13 ປີ (ນັບແຕ່ມື້ສ້າງຕັ້ງ), ສະຖາບັນຄົ້ນຄ້ວາປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພອາຊຽນ ໄດ້ປະກອບສ່ວນແທດຈິງຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ອາຊຽນ ໂດຍຜ່ານບັນດາຂໍ້ສະເໜີ, ແນະໃຫ້ກອງປະຊຸມເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ ອາຊຽນ (ADSOM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ພ້ອມທັງຄຳແນະນຳດ້ານນະໂຍບາຍຕໍ່ລັດຖະບານ ອາຊຽນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.