ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19

ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ, ໃນຄວາມສາມາດຂອງຕົນ, ຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ແລະ ພ້ອມແລ້ວທີ່ຈະສະໜອງບັນດາເຄື່ອງອຸປະກອນການແພດ ທີ່ຜະລິດຢູ່ປະເທດຫວຽດນາມ, ເພື່ອຮ່ວມມືກັບທົ່ວໂລກ ໃນການປ້ອງກັນການລະບາດພະຍາດ COVID-19.

ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19

ຍສໝ - ຫວ່າງແລ້ວນີ້, ແຂວງຮ່າຕີ໋ງ ໄດ້ມອບອຸປະກອນການແພດ ລວມຍອດມູນຄ່າ 1,5 ຕື້ດົ່ງໃຫ້ແຂວງບໍລິຄໍາໄຊ ແລະ ແຂວງຄໍາມ່ວນ (ລາວ) ແນໃສ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ຫວຽດນາມ - ອົດສະຕາລີ:  ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19

ຫວຽດນາມ - ອົດສະຕາລີ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເພື່ອສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຫວຽດນາມ ມອບອຸປະກອນການແພດໜູນຊ່ວຍ ຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຫວຽດນາມ ມອບອຸປະກອນການແພດໜູນຊ່ວຍ ຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ -  ຫວ່າງແລ້ວນີ້, ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນພິທີມອບ-ຮັບອຸປະກອນການແພດຂອງລັດຖະບານ ແລະປະຊາຊົນຫວຽດນາມ ໜູນຊ່ວຍລັດຖະບານ, ປະຊາຊົນຍີ່ປຸ່ນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.

ກອງບັນຊາການທະຫານນະຄອນດາໜັງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານ ແຂວງສາລະວັນ ສປປ.ລາວ

ກອງບັນຊາການທະຫານນະຄອນດາໜັງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານ ແຂວງສາລະວັນ ສປປ.ລາວ

ຍສໝ -  ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງ ສາລະວັນ ສປປ.ລາວ  ໄດ້ຮັບເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນດາໜັງ ສສ.ຫວຽດນາມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດ Covid -19.

ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ

ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ

ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະກຳມະການປະຊາຊົນແຂວງກວາງນາມ ນຳໂດຍທ່ານ ເລຈີ໊ແທັງ, ປະທານຄະນະກຳມະການປະຊາຊົນແຂວງ ໄດ້ມາຢ້ຽມຢາມ, ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານໂລກພະຍາດໂຄວິດ-19 ທີ່ ເຂດຊາຍແດນລະຫວ່າງສອງເມືອງນາມຢາງ, ແຂວງກວາງນາມ, ສສ.ຫວຽດນາມ ແລະ ເມືອງດັກຈຶຶງ, ແຂວງເຊກອງ, ສປປ. ລາວ.

ທະຫານຊາຍແດນ ຫວຽດນາມ ໄດ້ມອບອຸປະກອນທາງການແພດ ລວມມູນຄ່າ 1 ຕື້ດົງ ໃຫ້ແກ່ທ້ອງຖິ່ນຕ່າງໆຂອງ ລາວ

ທະຫານຊາຍແດນ ຫວຽດນາມ ໄດ້ມອບອຸປະກອນທາງການແພດ ລວມມູນຄ່າ 1 ຕື້ດົງ ໃຫ້ແກ່ທ້ອງຖິ່ນຕ່າງໆຂອງ ລາວ

ຍສໝ - ກອງບັນຊາການທະຫານ ແຂວງກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມໄດ້ມອບເຄື່ອງອຸປະກອນທາງການແພດຫຼາຍຢ່າງ ໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດຕະປືຂອງ ສປປ.ລາວ ເພື່ອສະກັດກັ້ນໂລກລະບາດ Covid-19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຢູ່ບາງທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີສືບຕໍ່ປະຕິບັດການແຍກຫ່າງໃນສັງຄົມຢູ່ບາງທ້ອງຖິ່ນ

ຍສໝ - ໃນກອງປະຊຸມລັດຖະບານເປັນປະຈຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດ Covid-19, ໃນວັນທີ 15 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຫັນດີ ແກ່ຍາວເວລາແຍກຫ່າງ ໃນສັງຄົມຢູ່ບາງທ້ອງຖິ່ນ, ໃນນັ້ນມີ ນະຄອນໂຮ່ຈີມິນ ແລະ ນະຄອນຫຼວງຮ່າໂນ້ຍ.

ກອງບັນຊາການທະຫານ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19

ກອງບັນຊາການທະຫານ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ແກ່ ລາວ ເພື່ອປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19

ຍສໝ - ໃນວັນທີ 16 ເມສາ, ຢູ່ດ່ານຊາຍແດນ ນາມຢ່າງ (ກວາງນາມ), ກອງບັນຊາການທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ໄດ້ສົມທົບກັບບັນດາທ້ອງຖິ່ນ ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ເພື່ອຊ່ວຍເຫຼືອ ບັນດາທ້ອງຖິ່ນຂອງລາວ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ Covid-19.

ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ຄະນະແພດຊ່ຽວຊານ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດ ເພື່ອສະກັດກັ້ນພະຍາດ Covid-19 ໃຫ້ປະເທດລາວ

ຍສໝ - ໃນວັນທີ 16 ເມສາ, ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ໄດ້ສຳເລັດຊຸດເຝິກອົບຮົມການແພດເພື່ອສະກັດກັ້ນພະຍາດ Covid-19 ໃຫ້ບັນດາແພດໝໍ ຂອງປະເທດລາວ ໃນໄລຍະເວລາແຕ່ວັນທີ 7 ເມສາ ຫາ 15 ເມສາ. ພະລາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສົ່ງຄະນະຊ່ຽວຊານການແພດກອງທັບປະຊາຊົນ ຫວຽດນາມ ກັບຄືນປະເທດ ຢ່າງເປັນທາງການ ແລະ ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານການແພດກອງທັບ ຫວຽດນາມ ເຊິ່ງໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້.

ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19

ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານທູດ ສປປ.ລາວ ປະຈຳຫວຽດນາມ, ທ່ານ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ໄດ້ມອບອຸປະກອນການແພດມີມູນຄ່າ 10,000 ໂດລາສະຫະລັດ ໃຫ້ສະຖານທູດລາວ ປ້ອງກັນພະຍາດ COVID-19

ຄຳຖະແຫຼງ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດCOVID-19ຢູ່ ສປປ ລາວ

ຄຳຖະແຫຼງ ຂອງທ່ານທອງລຸນ ສີສຸລິດ, ນາຍົກລັດຖະມົນຕີກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດCOVID-19ຢູ່ ສປປ ລາວ

ໃນ​ໂອ​ກາດຖະແຫຼງ​ຂ່າວກ່ຽວກັບສະພາບການສະກັດ​ກັ້ນ ​ແລະ ຕ້ານ​ການ​ແຜ່​ລະບາດຂອງພະຍາດ​ໂຄວິດ-19ຢູ່ ສປປ ລາວເມື່ອ​ວັນ​ທີ15ເມ​ສາ2020ທີ່​ຫ້ອງວ່າ​ການ​ສຳ​ນັກ​ງາ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສ​ປ​ປ​ລາວໄດ້​ກ່າວ​ວ່າ:ລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມສືບຕໍ່ປະຕິບັດຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020,   ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງ COVID-19 ຈະແກ່ຍາວໄປ ຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽນແປງແນວໃດ ຈຶ່ງແຈ້ງຕາມທີ່ຫຼັງ.

ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

ຍສໝ - ວັນທີ 14 ເມສາ, ທີ່ກອງປະຊຸມອອນລາຍຖ່າຍທອດສົດ,ໃນຖານະເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້), ໄດ້ສົນທະນາກ່ຽວກັບການຮັບມືພະຍາດ COVID-19.

ແຂວງແທງຮວາ ແລະ ແຂວງຫົວພັນ ເພີ່ມທະວີແລກປ່ຽນປະສົບການ ໃນການປ້ອງກັນ Covid-19

ແຂວງແທງຮວາ ແລະ ແຂວງຫົວພັນ ເພີ່ມທະວີແລກປ່ຽນປະສົບການ ໃນການປ້ອງກັນ Covid-19

ຍສໝ - ໃນວັນທີ 13 ເມສາ, ທີ່ດ່ານຊາຍແດນ ນາແມວ, ບັນດາຜູ້ນຳຂອງ ແຂວງແທງຮວາ ແລະ ແຂວງ ຫົວພັນ (ສປປ.ລາວ) ໄດ້ຈັດກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ້ອງກັນ ແລະ ຄວບຄຸມ ພະຍາດ Covid-19 ຢູ່ ເຂດຊາຍແດນຂອງສອງປະເທດ.

ອາຊຽນ 2020: ສົ່ງເສີມການຮ່ວມມືອາຊຽນໃນການປ້ອງກັນພະຍາດ COVID-19

ອາຊຽນ 2020: ສົ່ງເສີມການຮ່ວມມືອາຊຽນໃນການປ້ອງກັນພະຍາດ COVID-19

ຍສໝ - ວັນທີ 14 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 ກ່ຽວກັບການປ້ອງກັນພະຍາດ COVID-19, ໃນຮູບແບບການປະຊຸມອອນລາຍ.    

ທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກໍາລັງປະຕິບັດໜ້າທີ່ ສປປ.ລາວ

ທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກໍາລັງປະຕິບັດໜ້າທີ່ ສປປ.ລາວ

ຍສໝ- ເມື່ອບໍ່ດົນມານີ້, ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດສົ່ງບັນດາຄະນະປະຕິບັດງານໄປມອບເຄື່ອງປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ບັນດາກົມກອງຂອງປະເທດເພື່ອນລາວ.

ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19

ສະມາຄົມວິສາຫະກິດອັງກິດ ຢູ່ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາ ໜູນຊ່ວຍຫວຽດນາມໃນການຕໍ່ສູ້ກັບພະຍາດ COVID-19

ຍສໝ - ໃນວັນທີ 13 ເມສາ, ຢູ່ນະຄອນໂຮ່ຈີມິນ, ຜູ້ຕາງໜ້າສະມາຄົມວິສາຫະກິດອັງກິດ ປະຈຳ ຫວຽດນາມ (BBGV) ໄດ້ມອບເງິນ 500 ລ້ານດົ່ງ ໃຫ້ສະມາຄົມນາຍໝໍ ຫວຽດນາມ (VYPA) ເພື່ອການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.    

ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

ຄະນະຊ່ຽວຊານຫວຽດນາມ ສືບຕໍ່ຊຸດເຝີກອົບຮົມ ໃຫ້ພະນັກງານແພດໝໍທະຫານ ສປປ.ລາວ ຢູ່ ແຂວງສະຫວັນນະເຂດ

ຍສໝ - ໃນວັນທີ 12 ເມສາ, ຄະນະຊ່ຽວຊານການແພດ ຫວຽດນາມ ໄດ້ຈັດຕັ້ງການເຝີກອົບຮົມໃຫ້ແກ່ແພດໝໍຂອງກອງທັບເຂດພາກກາງ 103 ສປປ.ລາວ.

ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ

ລາວ ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ ລວມເປັນ 19 ຄົນ

ຍສໝ - ຕາມການຖະແຫຼ່ງຂ່າວຂອງກະຊວງສາທາລະນະສຸກ ສປປ.ລາວ ໃນວັນທີ 12 ເມສາ 2020 ໃຫ້ຮູ້ວ່າ: ໃນ 46 ຕົວຢ່າງທີ່ໄດ້ທົດສອບວິເຄາະ ໂດຍກະຊວງສາທາລະນະສຸກລາວ ໃນວັນທີ 11 ເມສາ, ໄດ້ພົບຜູ້ຕິດເຊື້ອ Covid-19 ເພີ່ມອີກ 1 ຄົນ, ມີປະຫວັດສໍາພັດພົວພັນ ກັບຜູ້ຕິດເຊື້ອທີ່ 16.