ຍສໝ - ແນໃສ່ເປົ້າໝາຍມີວັກຊີນຢ່າງພຽງພໍສຳລັບການສັກຢາວັກຊີນເພື່ອບັນລຸເປົ້າໝາຍທີ່ຈຳເປັນໃນການສ້າງຄວາມຕ້ານທານຕໍ່ພະຍາດໃນຊຸມຊົນໂດຍໄວ, ຫວຽດນາມ ພວມສືບຕໍ່ເຈລະຈາກັບບັນດາປະເທດ, ຄູ່ຮ່ວມມື, ຜູ້ຜະລິດ ແລະຜູ້ສະໜອງວັກຊີນທົ່ວໂລກ...
ຍສໝ - ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຮອດ 6 ໂມງແລງຂອງວັນທີ 13 ກໍລະກົດ, ເປັນມື້ທີ 88 ແລ້ວ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ, ມີກໍລະນີຕິດເຊື້ອໂຄວິດ - 19 ກັບມາຈາກສະຫະພັນລັດເຊຍ ຕື່ມອີກ 02 ຄົນ.
ຍສໝ - ໃນວັນທີ 14 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກິ່ນເທີ (ສະຫະພັນເກິ່ນເທີ) ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ມອບອຸປະກອນການແພດໃຫ້ 4 ຫົວໜ່ວຍ ດ່ານໜ້າປະຕິບັດໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ -19 ຢູ່ເມືອງເກິ່ນເທີ.
ຍສໝ - ວັນທີ 8 ຕຸລາ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດມອບເງິນບໍລິຈາກກວ່າ 3 ຕື້ດົ່ງເພື່ອ ໜູນຊ່ວຍການປ້ອງກັນ, ຄວບຄຸມໂລກລະບາດ ແລະກອງທຶນວັກຊີນໂຄວິດ -19 ໂດຍຜ່ານຄະນະກຳ ມະການສູນກາງແນວໂຮມປະເທດຊາດຫວຽດນາມ.
ຍສໝ - ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ໄດ້ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນທີ່ພວມຮໍ່າຮຽນຢູ່ໂຮງຮຽນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19.
ໂຮງໝໍແຫ່ງນີ້ ສວມບົດບາດສຳຄັນທີ່ສຸດໃນການຕໍ່ສູ້ຕ້ານໂຄວິດ -19 ພິເສດແມ່ນບ່ອນປິ່ນປົວໃຫ້ບັນດາຄົນເຈັບມີອາການຫນັກ.
ວັນທີ 8 ສິງຫາ, ຄະນະພັກ, ກອງບັນຊາການທະຫານນະຄອນໂຮ່ຈີມິນ ຈັດຕັ້ງພິທີເປີດກິດຈະກຳມອບຂອງຂວັນ 100.000 ພູດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນສະທ້ອນຈາກພະຍາດໂຄວິດ-19.
ຍສໝ - ຕາມຜູ້ຕາງໜ້າໂຮງໝໍ ເຈີ້ໄລ ແລ້ວ, ໃນວັນທີ 12 ກໍລະກົດ ພວກເຂົາໄດ້ຮັບອີເມວຈາກຜູ້ຕາງໜ້າ ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ອາເມລິກາ, ຊົມເຊີຍຜົນສຳເລັດຂອງໂຮງໝໍ ໃນການປິ່ນປົວໃຫ້ນັກບິນອັງກິດ - ຄົນເຈັບ 91.
ຍສໝ - ທ່ານຮອງຜູ້ອຳນວຍການໃຫຍ່ເຕີນຫຽບຟາດ ຢືນຢັນວ່າ ການປ່ຽນໃໝ່ປະດິດສ້າງຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກຜູ້ນຳຈົນເຖິງພະນັກງານ ຈຶ່ງສາມາດນຳມາເຊິ່ງໝາກຜົນໃຫ້ແກ່ວິສາຫະກິດ.
ຍສໝ - ວັນທີ 4 ກັນຍາ, ທີ່ນະຄອນຫຼວງກົວລາລໍາເປີ, ສະຖານທູດຫວຽດນາມປະຈໍາມາເລເຊຍ ໄດ້ສົມທົບກັບສະຫະພັນແມ່ຍິງຫວຽດນາມ ແລະ ອົງການທີ່ມີໜ້າທີ່ ເພື່ອຈັດຕັ້ງການສັກວັກຊີນກັນພະຍາດໂຄວິດ -19 ໃຫ້ແກ່ຊາວຫວຽດນາມ 200 ຄົນຢູ່ໃນບໍລິເວນນະຄອນຫຼວງກົວລາລໍາເປີ.
ປັດຈຸບັນ, ແຂວງບັກຢາງແມ່ນທ້ອງຖິ່ນຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ຈາກໂລກລະບາດໂຄວິດ - 19. ມີຫຼາຍທ້ອງຖິ່ນໃນທົ່ວປະເທດ ອາຍໜ້າສູ່ແຂວງບັກຢາງ, ໜູນຊ່ວຍທັງທາງດ້ານກຳລັງວັດຖຸ ແລະ ກຳລັງເຫື່ອແຮງ ດ້ວຍຄວາມຫວັງຢາກຄວບຄຸມ, ດັບມອດໂລກລະບາດໂຄວິດ - 19 ໂດຍໄວ.
ຍສໝ - ເຖິງວ່າຖືກຜົນສະທ້ອນຍ້ອນເຊື້ອພະຍາດໂຄວິດ - 19 ໃນຕະຫຼາດການເງິນທົ່ວໂລກກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງເປັນການຊົ່ວຄາວຕໍ່ຜົນສະທ້ອນຈາກພາຍນອກໃນຊຸມເດືອນຕົ້ນ ປີ 2020.
ຍສໝ - ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫາກໍ່ປະກາດແຜນການດ່ວນກ່ຽວກັບການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍມີອາຍຸແຕ່ 5 ຫາຕ່ຳກ່ວາ 12 ປີ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຊວັນຕວຽນ ໄດ້ຕາງໜ້າ ກະຊວງສາທາລະນະສຸກ ຕ້ອນຮັບວັກຊິນກັນໂຄວິດ - 19 AstraZeneca 50.000 ໂດສ ຂອງ ສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ.
ຍສໝ - ໃນຕອນເຊົ້າວັນທີ 17 ທັນວາ 2020, ຢູ່ຮ່າໂນ້ຍ, ວິທະຍາຄານເສນາຮັກ ໄດ້ດຳເນີນການສັກ ວັກຊິນກັນໂຄວິດ - 19 ທົດລອງເຂັມທຳອິດໃຫ້ແກ່ຜູ້ອາສາສະໝັກ.
ຍສໝ - ໃນ 3 ປີຜ່ານມາ, ໂຄວິດ - 19 ໄດ້ເຮັດໃຫ້ເພີ່ມໄລຍະຫ່າງລະຫວ່າງຄົນທຸກຍາກ ແລະ ຄົນຮັງມີ, ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ການພັດທະນາເສດຖະກິດ ສັງຄົມຢູ່ບັນດາປະເທດພວມພັດທະນາ, ພິເສດແມ່ນຢູ່ເຂດອາຟຼິກກາ ແລະ ບັນດາປະເທດໝູ່ເກາະ. ມີກ່ວາ 1/3 ປະຊາກອນໂລກ ຍັງບໍ່ທັນໄດ້ຮັບການສັກວັກຊິນກັນໂຄວິດ - 19 ເຂັ້ມທຳອິດ. ໄປຄຽງຄູ່ກັນນັ້ນ, ຄາດວ່າໂລກ ບໍ່ຫຼີກລ້ຽງຈາກໂລກລະບາດໃໝ່ໃນອະນາຄົດ, ເພາະສະນັ້ນ ມວນມະນຸດຕ້ອງກະກຽມໃຫ້ແກ່ບັນດາໂລກລະບາດທີ່ອາດຈະເກີດຂຶ້ນ.
ຍສໝ - ໄລ່ຮອດຈຸດເວລານີ້, ທົ່ວໂລກມີ 21.600.638 ຄົນຕິດເຊື້ອໂຄວິດ -19 ແລະ ມີ 768.603 ຄົນເສຍຊີວິດ ໃນນັ້ນ ມີ 14.321.853 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ. ນີ້ແມ່ນວັກຊິນງວດທຳອິດ ໃນຍອດຈຳນວນວັກຊິນ Pfizer/BioNtech 31 ລ້ານໂດສ ເຊິ່ງ Pfizer ໄດ້ໃຫ້ຄຳໝັ້ນສັນຍາສະໜອງ ໃຫ້ແກ່ ຫວຽດນາມ ໃນປີ 2021.
ຍສໝ - ຕອນບ່າຍວັນທີ 1 ເມສາ 2020, ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19.
ນັບແຕ່ເວລາ 16 ໂມງ ຂອງວັນທີ 8 ພະຈິກ ຫາ ເວລາ 16 ໂມງຂອງວັນທີ 9 ພະຈິກ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 8.133 ຄົນ (ໃນນັ້ນມີ 4 ກໍລະນີມາຈາກຕ່າງປະເທດ).