ມອບຂອງຂວັນ 100.000 ພູດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນສະທ້ອນຈາກພະຍາດໂຄວິດ-19

06:38 | 10/08/2021

ວັນທີ 8 ສິງຫາ, ຄະນະພັກ, ກອງບັນຊາການທະຫານນະຄອນໂຮ່ຈີມິນ ຈັດຕັ້ງພິທີເປີດກິດຈະກຳມອບຂອງຂວັນ 100.000 ພູດໃຫ້ແກ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນຖືກຜົນສະທ້ອນຈາກພະຍາດໂຄວິດ-19.

ມອບຂອງຂວັນ 70 ພູດເພື່ອໜູນຊ່ວຍຊາວຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກຢູ່ມາເລເຊຍ ມອບຂອງຂວັນ 70 ພູດເພື່ອໜູນຊ່ວຍຊາວຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກຢູ່ມາເລເຊຍ
ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.
ຜູ້ແທນເຂົ້າຮ່ວມພິທີມອບຂອງຂວັນ. ພາບ: qdnd.vn.
ຜູ້ແທນເຂົ້າຮ່ວມພິທີມອບຂອງຂວັນ. ພາບ: qdnd.vn.

ກິດຈະກຳມອບຂອງຂວັນ 100.000 ພູດຂອງກໍາລັງປະກອບອາວຸດນະຄອນໂຮ່ຈີມິນ ທີ່ມີຄວາມໝາຍມະນຸດຊາດຢ່າງເລິກເຊິ່ງ, ສະແດງຄວາມຮັບຜິດຊອບ, ອາລົມຈິດ, ຄວາມມານະພະຍາຍາມ, ຄວາມຕັດສິນໃຈຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດນະຄອນ ແລະການຮ່ວມແຮງຮ່ວມໃຈຮ່ວມເດີນທາງຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ, ຄົນໃຈບຸນໃຈກຸສົນຢູ່ນະຄອນ ແລະທ້ອງຖິ່ນຕ່າງໆໃນທ່ົວປະເທດ.

ທີມລົດຂົນສົ່ງຂອງຂວັນໄປຍັງທ້ອງຖິ່ນຕ່າງໆ. ພາບ: qdnd.vn.
ທີມລົດຂົນສົ່ງຂອງຂວັນໄປຍັງທ້ອງຖິ່ນຕ່າງໆ. ພາບ: qdnd.vn.

ກໍາລັງປະກອບອາວຸດນະຄອນຈັດຕັ້ງການມອບຂອງຂວັນດ້ວຍທິດນໍາ “ໄປທຸກຮ່ອມບ້ານ, ເຄາະທຸກປະຕູ, ກວດກາແຕ່ລະຄົນ”, ມອບຂອງຂວັນເຖິງແຕ່ລະຄອບຄົວເພື່ອຊ່ວຍປະຊາຊົນຜ່ານຜ່າຄວາມທຸກຍາກ. ການເຄື່ອນໄຫວນີ້ລວມຍອດມູນຄ່າປະມານ 30 ຕື້ດົ່ງ.

ທ່ານພົນຕີ ຫງວຽນວັນນາມ ຜູ້ບັນຊາການທະຫານນະຄອນໂຮ່ຈີມິນ ລະດົມກໍາລັງໃຈໃຫ້ພະນັກງານ, ນັກຮົບກຳລັງປະຕິບັດໜ້າທີ່. ພາບ: qdnd.vn.
ທ່ານພົນຕີ ຫງວຽນວັນນາມ ຜູ້ບັນຊາການທະຫານນະຄອນໂຮ່ຈີມິນ ລະດົມກໍາລັງໃຈໃຫ້ພະນັກງານ, ນັກຮົບກຳລັງປະຕິບັດໜ້າທີ່. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ຕາງໜ້າການນໍານະຄອນໂຮ່ຈີມິນ, ທ່ານ ຟານວັນມ໊າຍ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ໄດ້ຮັບຮູ້ ແລະຕີລາຄາສູງ, ຂອບໃຈການເຂົ້າຮ່ວມຂອງພະນັກງານ, ຜູ້ບັນຊາການ, ນັກຮົບກໍາລັງປະກອບອາວຸດນະຄອນໃນການເຄື່ອນໄຫວປ້ອງກັນ, ຕ້ານພະຍາດ, ປະຕິບັດໜ້າທີ່ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ນັກຮົບເອົາຂອງຂວັນຂຶ້ນລົດກ່ອນທີ່ອອກເດີນທາງ. ພາບ: qdnd.vn.
ນັກຮົບເອົາຂອງຂວັນຂຶ້ນລົດກ່ອນທີ່ອອກເດີນທາງ. ພາບ: qdnd.vn.
ສົ່ງຂອງຂວັນມອບໃຫ້ປະຊາຊົນໃນບໍລິເວນນະຄອນໂຮ່ຈີມິນ. ພາບ: qdnd.vn.
ສົ່ງຂອງຂວັນມອບໃຫ້ປະຊາຊົນໃນບໍລິເວນນະຄອນໂຮ່ຈີມິນ. ພາບ: qdnd.vn.
ທ່ານພັນເອກພິເສດ ເລຊວນເທ໊ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ປະຊາຊົນຕາແສງຫ້ຽບແທັ່ງ, ເມືອງ 12. ພາບ: qdnd.vn.
ທ່ານພັນເອກພິເສດ ເລຊວນເທ໊ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ປະຊາຊົນຕາແສງຫ້ຽບແທັ່ງ, ເມືອງ 12. ພາບ: qdnd.vn.

ພາຍຫຼັງພິທີເປີດກິດຈະກຳ, ກອງບັນຊາການນະຄອນໂຮ່ຈີມິນ ຈັດບັນດາຄະນະລົງມອບຂອງຂວັນໂດຍກົງໃຫ້ປະຊາຊົນຢູ່ເຂດຊຸມຊົນ. ພ້ອມນັ້ນກອງບັນຊາການທະຫານນະຄອນທູດຶກ, ກອງບັນຊາການທະຫານເມືອງ 21 ເມືອງ, ແລະບັນດາກົມກອງສັງກັດກໍ່ຈັດຕັ້ງການມອບຂອງຂວັນໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19 ໃນບໍລິເວນ.

la.qdnd.vn

ເຫດການ
302 Found

Found

The document has moved here.