ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຕົກລົງໃຫ້ການໜູນຊ່ວຍໂດຍດ່ວນໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວຜູ້ອອກແຮງງານກວ່າ 193.000 ຄົນ ທີ່ພວມຖືກຜົນກະທົບຈາກໂລກລະບາດ ດ້ວຍຈຳນວນເງິນກວ່າ 96 ຕື້ ດົ່ງ.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ.
ຍສໝ - ຫວ່າງແລ້ວນີ້, ສູນເກັບກູ້, ທຳລາຍລະເບີດແຫ່ງຊາດ ຫວຽດນາມ (VNMAC) ແລະ ອົງການຈັດຕັ້ງ Mines Advisory Group ຫວຽດນາມ (MAG ຫວຽດນາມ) ໄດ້ລົງນາມກ່ຽວກັບການຮ່ວມມືໃນການກໍ່ສ້າງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມຢູ່ ຫວຽດນາມ.
ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.069 ຄົນ; ໃນນັ້ນ ມີ 991 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ຍສໝ - ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ສ.ເກົາຫຼີ ຈະຫຼຸດຜ່ອນ ແລະ ມຸ່ງໄປສູ່ການລົບລ້າງບັນດາເງື່ອນໄຂບັງຄັບຕໍ່ບັນດາບ້ວງເງິນໜູນຊ່ວຍພັດທະນາຢ່າງເປັນທາງການ, ກູ້ຢຶມບຸລິມະສິດ, ເປີດກ້ວາງບັນດາບ້ວງເງິນຊ່ວຍເຫຼືອລ້າໃຫ້ແກ່ຫວຽດນາມ, ເພີ່ມທະວີການຕ້ອນຮັບແຮງງານຫວຽດນາມ, ໜູນຊ່ວຍປະຊາຄົມຫວຽດາມອາໄສຢູ່ ສ.ເກົາຫຼີໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນໃນສະພາບການໂລກລະບາດ Covid – 19 ຄືໃນປັດຈຸບັນ.
ຍສໝ - ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ໃນນັ້ນມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 4.248.372 ຄົນ.
ຍສໝ - ໂດຍຜ່ານຜ່າ 30 ທິມເຂົ້າຮ່ວມການເສັງ ແລະ ຜ່ານຜ່າ ຮອບຊິງຊະນະເລີດ 3 ຮອບ, ທິມ AXIS OF EVIL ມາຈາກມະຫາວິທະຍາໄລ ສ້າງຄູ ດ່ານັ້ງ ບັນລຸໄດ້ລາງວັນທີ ໜຶ່ງໃນການເສັງ “ຂ້າພະເຈົ້າແມ່ນພົນລະເມືອງທົ່ວໂລກ”
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ ແລະ ເຕິນເຊີນເຍິດ, ຜູ້ໂດຍສານທຸກຄົນ ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ໃນຂອບເຂດຊຸມຊົນ, ພິທີສົມມະນາຄຸນເທບພະເຈົ້າຂອງຊາວເຜົ່າບານາ ມີຂອບ ຂະໜາດໃຫຍ່ກວ່າ ດ້ວຍການຮ່ວມແຮງຮ່ວມໃຈຂອງທຸກຄອບຄົວ, ທຸກຄົນ.
ຄະນະກຳມະການ ອາຊຽນ ປະຈຳ ນະຄອນຫຼວງ ວໍຊິງຕັນ, ອາເມລິກາ ຫາກໍເຮັດວຽກກັບທ່ານ Stephen Claeys - ຜູ້ອຳນວຍການຂັ້ນສູງກ່ຽວກັບນະໂຍບາຍການຄ້າຂອງPfizer, ກ່ຽວກັບການຮ່ວມມືລະຫວ່າງ Pfizer ກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນໄດ້ວ່າ ມີຫຼາຍບັນຫາແລກປ່ຽນກັນຢູ່ກອງປະຊຸມຄັ້ງທີ 8 ກຸ່ມປະຕິບັດໄດ້ສົມທົບກັນແກ້ໄຂແລ້ວ.
ຍສໝ - ຕອນເຊົ້າວັນທີ 10 ເມສາ 2020, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ລາວ ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າຂອງ ສະມາຄົມໃຫຍ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ສະມາຄົມວິສາຫະກິດ ຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ ໄດ້ມອບເງິນຈຳນວນ 113.900.000 ກີບ ໃຫ້ແກ່ລັດຖະບານລາວເພື່ອຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ປະຊາຊົນລາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid -19.
ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຣງ, ຜູ້ໂດຍສານໃນຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ພາຍຫຼັງພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຄົນທຳອິດ, ນາຍົກລັດຖະມົນຕີໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
ຍສໝ - ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ - 19 ລວມທັງໝົດ 1.454 ຄົນ.
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ Kang Kyung Wha ໄດ້ເຫັນດີເປັນເອກະພາບສືບຕໍ່ບັນດາມາດຕະການໜູນຊ່ວຍບັນດາວິສາຫະກິດ, ຍູ້ແຮງການດຳເນີນທຸລະກິດ ແລະ ມາລົງທຶນຢູ່ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ຈະຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືໃນບັນດາກົນໄກຂອງອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງໃນໄລຍະຈະມາເຖິງ.
ຍສໝ - ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ແລະ ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສະຫະພາບເອີລົບ ໄດ້ຢຶຢາມຖາມຂ່າວ, ລະດົມກຳລັງໃຈໃຫ້ແກ່ພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ ແບນຊິກ ພາຍຫຼັງ 1 ປີທີ່ປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.
ເພື່ອຄວບຄຸມໄດ້ໂລກລະບາດໂດຍໄວ, ປະຕິບັດການພັດທະນາເສດຖະກິດ - ສັງຄົມ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິ, ໜຶ່ງໃນບັນດາມາດຕະການສຳຄັນແຖວໜ້າແມ່ນຕ້ອງມີວັນຊິນກັນໂຄວິດ - 19 ຢ່າງຄົບຖ້ວນໂດຍໄວທີ່ສຸດ ແລະ ເປັນເຈົ້າການກ່ຽວກັບວັກຊິນກັນໂຄວິດ - 19 ຕ້ອງໄດ້ຮັບການຜະລິດພາຍໃນປະເທດ.