ຍສໝ - ບົດຂຽນໃຫ້ຮູ້ວ່າ ຫວຽດນາມເຂົ້າຮ່ວມອາຊຽນແຕ່ປີ 1995 ໂດຍແມ່ນໜຶ່ງໃນບັນດາຂີດໝາຍສຳຄັນທີ່ສຸດໃນປະຫວັດສາດທາງການທູດຂອງຫວຽດນາມ ນັບແຕ່ປະຕິວັດສິງຫາ 1945 ກໍ່ຄືວິວັດແຫ່ງການພັດທະນາຂອງອາຊຽນ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ ແລະ ໂຮງໝໍ C ດ່າໜັງ. ນີ້ແມ່ນບັນດາໂຮງໝໍທີ່ມີຜົນງານຫຼາຍຢ່າງໃນວຽກງານວິຊາສະເພາະ, ຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນນະຄອນ ດ່າໜັງ ແລະ ຫຼາຍແຂວງ ນັບແຕ່ແຂວງ ເງະອານ ຕະຫຼອດຮອດບັນດາແຂວງໄຕງວຽນ, ພ້ອມດຽວກັນນັ້ນ, ບັນດາໂຮງໝໍດັ່ງກ່າວກໍປະຕິບັດວຽກງານຮັບ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄດ້ເປັນຢ່າງດີ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກະຊວງຍຸຕິທຳ ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ອາຊຽນ - ຍີ່ປຸ່ນ ກ່ຽວກັບດ້ານກົດໝາຍ ແລະ ຍຸຕິທຳ ແລະ ຢັ້ງຢືນ ຫວຽດນາມ ສະໜັບສະໜູນຂໍ້ສະເໜີຂອງຍີ່ປຸ່ນ ກ່ຽວກັບການຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳລະຫວ່າງ ອາຊຽນ - ຍີ່ປຸ່ນ.
ໃນການແຂ່ງຂັນກາຍເປັນ “ເສືອຂອງ ອາຊີ”, FDI ຂອງ ຫວຽດນາມ ບັນລຸລະດັບສະເລ່ຍກວ່າ 6% GDP.
ຍສໝ - ສະມາຄົມຂົວເຊື່ອມຕໍ່ວັດທະນະທຳ ອີຕາລີ - ຫວຽດນາມ ປະຈຳ ອີຕາລີ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເຊັກໂກ ໄດ້ອຸປະຖຳເງິນເປັນຈຳນວນ 5000 ເອີໂຣ ໃຫ້ແກ່ເດັກກຳພ້າ ໃນໄລຍະເກີດໂລກລະບາດໂຄວິດ - 19.
ຍສໝ - ວັນທີ 27 ມິຖຸນາ, ມີນັກຂ່າວ ແລະ ຜູ້ຊ່ວຍວຽກງານການສື່ມວນຊົນ ປະມານ 50 ຄົນ ຂອງບັນດາຫ້ອງການສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢູ່ໂຮງໝໍປອດສູນກາງ (ຮ່າໂນ້ຍ).
ຍສໝ - ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິນເດຍ Rajnath Singh ເນື່ອງໃນໂອກາດທ່ານມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມການທະຫານຂັ້ນສູງລະຫວ່າງສອງປະເທດ.
ຍສໝ - ພາຍຫຼັງກັບຄືນມາຫວຽດນາມ ໃນປີ 2019, ຂ້າພະເຈົ້າເລີ່ມແນະນຳບຸນເຕັດໃຫ້ແກ່ຄອບຄົວຂ້າພະເຈົ້າ, ປີໃດກໍ່ຄືກັນ, ຂ້າພະເຈົ້າກໍ່ຊື້ດອກໄມ້ ແລະ ຕົ້ນໄມ້ຕ້ອນຮັບລະດູບານໃໝ່. ປີ 2020 ຂ້າພະເຈົ້າໄດ້ຊື້ຕົ້ນໝາກແປ້ນ. ປີ 2021 ຂ້າພະເຈົ້າຊື້ດອກເໝີຍເຫຼືອງ.
ຍສໝ - ເມື່ອແລກປ່ຽນກ່ຽວກັບສະພາບການໂລກລະບາດ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບແບ່ງປັນບົດຮຽນປະສົບການ, ບັນດາຂໍ້ມູນການແພດ, ບັນດາຮູບພາບຄາດຄະເນ, ແນະນຳເຕັກນິກ ແລະ ບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ຮັບມືກັບໂລກລະບາດ Covid – 19.
ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.
ຍສໝ - ທ່ານ ຫງວຽນວັນແກນ, ສະມາຊິກສະມາຄົມ ຂະແມ - ຫວຽດນາມ ແຂວງ Prayveng, ປະທານສະມາຄົມ ໂດຍຕາງໜ້າໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ກຳປູເຈຍໃນແຂວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດານ້ຳໃຈພິເສດກ່ຽວກັບເນື້ອໃນຈິດໃຈ ແລະ ວັດຖຸເຊິ່ງກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງ ດົ່ງທາບ ໄດ້ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ
ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸງ ເປັນປະທານກອງປະຊຸມຄະນະກຳມະການອາຊຽນ ຢູ່ ວໍຊິງຕັນ ACW ແລະ ງານລ້ຽງເຮັດວຽກລະຫວ່າງ ACW ກັບຜູ້ຕາງໜ້າສະພາຄວາມໝັ້ນຄົງແຫ່ງຊາດ ແລະ ກະຊວງການຕ່າງປະເທດ ອາເມລິກາ.
ຍສໝ - ຢູ່ງານວາງສະແດງ, ຜູ້ຊົມມີໂອກາດໄດ້ຮັບຊົມຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳພື້ນເມືອງ ຫວຽດນາມ ຜ່ານໜ້າກາກວັນບູນການເກັບກ່ຽວ.
ການສະແດງຊຸດເສື້ອຍາວຂອງ ຫວຽດນາມ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງຫວຽດນາມ ຄື: ແພໄໝ, ເຄື່ອງສິລະປະຫັດຖະກຳ, ເຄື່ອງທີ່ລະນຶກ…ໄດ້ດູດດື່ມຄວາມສົນໃຈຈາກແຂກມາຢ້ຽມຊົມ.
ຫວຽດນາມພວມໃຫ້ບູລິມະສິດຢ່າງສູງສຸດແກ່ວຽກງານຮັບປະກັນຄວາມສະຫງົບປອດໄພກ່ຽວກັບຊີວິດອິນຊີ, ຊັບສິນ, ຜົນປະໂຫຍດອັນຊອບທຳ ໃຫ້ແກ່ພົນລະເມືອງ ແລະ ນິຕິບຸກຄົນຫວຽດນາມທີ່ອາໄສຢູ່ຢູແກຼນ. ໃນຊຸມວັນຜ່ານມາ, ວຽກງານນີ້ ໄດ້ ແລະ ພວມ ຜັນຂະຫຍາຍປະຕິບັດໂດຍດ່ວນ, ຂ້ຽວຂາດ ແລະ ມີປະສິດທິຜົນ, ໃນນັ້ນມີບັນດາຖ້ຽວບິນສົ່ງພົນລະເມືອງກັບຄືນປະເທດ.
ວັນທີ 26 ມີນາ, ທ່ານເອກອັກຄະລັດຖູະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສໄຂກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" (ຄວາມຝັນ ອາເມລິກາ) 2022.
ຍສໝ - ວັນທີ 5 ກຸມພາ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken.
ຍສໝ - ຫວຽດນາມ ມີສະຖານທີ່ທ່ອງທ່ຽວນັບພັນແຫ່ງຢູ່ທຸກແຖບຖິ່ນໃນທົ່ວປະເທດ. ດ້ວຍແຂກທ່ອງທ່ຽວຕ່າງປະເທດແລ້ວ, ມີສະຖານທີ່ທ່ອງທ່ຽວ 7 ແຫ່ງນີ້ແມ່ນບັນດາສະຖານທີ່ທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ.
ຍສໝ - ເຊົ້າວັນທີ 21 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນຮ່າໂນ້ຍ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ທ່ານ Andrey Pavlovich Shulydin (ສັນຊາດ ລັດເຊຍ), ໂດຍແມ່ນຄູສອນພາສາລັດເຊຍ ຢູ່ ຮ່າໂນ້ຍ. ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ທ່ານ Andrey ຕ້ອງເສຍວຽກເຮັດງານທຳ (ນັບແຕ່ເດືອນມີນາ/2021) ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຊີວິດການເປັນຢູ່...
ຍສໝ - ມີນັກລົງທຶນຕ່າງປະເທດຫຼາຍຄົນ ອີກຄັ້ງໜຶ່ງໄດ້ຢັ້ງຢືນວ່າຫວຽດນາມແມ່ນສະຖານທີ່ດຶງດູດການລົງທຶນ. ເຂົ້າເຈົ້າເວົ້າວ່າ: “ບໍ່ມີຫຍັງສາມາດກີດຂວາງພວກເຮົາຂຸດຄົ້ນກາລະໂອກາດຢູ່ຫວຽດນາມ”.