ຍສໝ - ບົດລານງານກໍ່ສະເໜີຫວຽດນາມຕ້ອງປະຕິບັດວຽກງານວາງແຜນກຳນົດຢູ່ແຄມທະເລຢ່າງສິ້ນເຊິ່ງໂດຍອີງໃສ່ການໄຈ້ແຍກກ່ຽວກັບຄວາມສ່ຽງເພື່ອແນໃສ່ຮັບປະກັນການເຕີບໂຕ ທີ່ຕ້ອງຄິດໄລ່ເຖິງຄວາມສ່ຽງຈາກໄພທຳມະຊາດ ແລະ ຄວາມອົດທົນ, ບໍ່ປະໃຫ້ເກີດຜົນຕາມຫຼັງ.
ຍສໝ - ທ່ານ Jacques Morisset ເຊື່ອວ່ານີ້ແມ່ນກາລະໂອກາດທີ່ດີ ແລະ ຫວຽດນາມພວມຢູ່ໃນ "ສາຍຕາ" ຂອງນັກລົງທຶນຫຼາຍຄົນ.
ຍສໝ - WB ໃຫ້ຂໍ້ສັງເກດວ່າ ໃນໄລຍະຈະມາເຖິງ, ການປະກົດຂຶ້ນບັນດາກໍລະນີຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ ພ້ອມກັບບັນດາມາດຕະການຈຳກັດໃໝ່, ຈະສ້າງຜົນກະທົບຕໍ່ວິວັດການຟື້ນຟູເສດຖະກິດ. ເຖິງຢ່າງໃດກໍ່ຕາມ, ບັນດາຜົນກະທົບຫຍໍ້ທໍ້ຂອງມັນຈະຫຼຸດຫຼົງສ່ວນໃດສ່ວນໜຶ່ງຍ້ອນ ລັດຖະບານໄດ້ ແລະ ພວມມານະພະຍາຍາມຍູ້ໄວການຜັນຂະຫຍາຍໂຄງການລົງທຶນພາກສາທາລະນະເປັນຕົ້ນແມ່ນຢູ່ບັນດາທ້ອງຖິ່ນ.
ຍສໝ - ຕາມການຄົ້ນຄ້ວາຂອງທະນາຄານໂລກ (WB) ໃຫ້ເຫັນວ່າ, ສັນຍາການຄ້າເສລີ EVFTA ຈະຊ່ວຍໃຫ້ຊາວຫວຽດນາມ 1 ແສນ - 8 ແສນຄົນຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2030, ບັນລຸໄດ້ລະດັບປະມານ 0,7% ເມື່ອທຽບໃສ່ກັບກໍລະນີທີ່ບໍ່ມີສັນຍາ EVFTA.
ຍສໝ - ທ່ານນາຍົກລັດຖະມົນຕີຕີລາຄາສູງ ຕໍ່ທ່ານ Ousmane Dione ໂດຍແມ່ນ ເພື່ອນມິດທີ່ສະໜິດສະໜົມຂອງຫວຽດນາມ, ເປັນຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນລະຫວ່າງທະນາຄານໂລກ ແລະ ຫວຽດນາມ.
ຍສໝ - ເຖິງວ່າຖືກຜົນສະທ້ອນຍ້ອນເຊື້ອພະຍາດໂຄວິດ - 19 ໃນຕະຫຼາດການເງິນທົ່ວໂລກກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງເປັນການຊົ່ວຄາວຕໍ່ຜົນສະທ້ອນຈາກພາຍນອກໃນຊຸມເດືອນຕົ້ນ ປີ 2020.
ທະນາຄານໂລກ (WB) ຫາກໍ່ປະກາດບົດລາຍງານຍຸດທະສາດ ແລະຂໍ້ກຳນົດການປະມູນໂຄງການໄຟຟ້າແສງຕາເວັນຢູ່ຫວຽດນາມ. ບົດລາຍງານແມ່ນໝາກຜົນການຮ່ວມມືດ້ານເຕັກນິກລະຫວ່າງ WB ແລະລັດຖະບານຫວຽດນາມ ໃນສອງປີຜ່ານມາແນໃສ່ເປີດກວ້າງຂອບຂະໜາດ ແລະການຄຸ້ມຄອງແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ ຢ່າງມີປະສິດທິຜົນ.
ຍສໝ - ເຖີງແມ່ນວ່າຫວຽດນາມຈະມີທ່າແຮງບົ່ມຊ້ອນທຸກດ້ານໃນການພັດທະນາໃຫ້ປະສົບຜົນສໍາເລັດ, ແຕ່ກໍ່ຍັງມີຄວາມຈຳເປັນທີ່ຈະຕ້ອງມີການປະຕິຮູບຢ່າງເຂັ້ມແຂງເພື່ອໃຫ້ປະເທດຊາດສາມາດຄ້ວາໂອກາດໃນອານາຄົດ ແລະ ຄຸ້ມຄອງປ້ອງກັນອັດຕາຄວາມສຽ່ງ, ອຳນວຍການຂອງທະນາຄານໂລກ (WB) ປະຈໍາຫວຽດນາມໄດ້ພິນິໄສໃນເວທີກອງປະຊຸມການພັດທະນາ ແລະ ປະຕິຮູບຫວຽດນາມ ປີ 2019 (VRDF) ໃນຕອນເຊົ້າຂອງວັນທີ່ 19/9 ທີ່ຜ່ານມານີ້.
ວັນທີ 05 ມິຖຸນາ, ຢູ່ສໍານັກງານນາຍົກ, ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນ ຊົນ ຟຸກ ໄດ້ໃຫ້ກຽດຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ.
ໃນກາງອາທິດນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບ ODA ແລະທຶນກູ້ຢືມພິເສດໄດ້ເປັນປະທານກອງປະຊຸມ ເພື່ອແນໃສ່ກວດກາຄືນ, ແກ້ໄຂຂໍ້ຕິດຂັດ, ຊຸກຍູ້ການກະກຽມ ແລະຜັນຂະຫຍາຍ 26 ໂຄງການນໍາໃຊ້ທຶນກູ້ຢືມຂອງທະນາຄານໂລກ (WB) ແລະທະນາຄານພັດທະນາອາຊີ (ADB) ໃນປີ 2017-2018.