ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ປະຊຸມກ່ຽວກັບບັນດາໂຄງການນໍາໃຊ້ທຶນກູ້ຢືມຈາກ WB ແລະADB

08:43 | 04/05/2018

ໃນ​ກາງ​ອາ​ທິດ​ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຊີ້ນໍາແຫ່ງຊາດກ່ຽວກັບ ODA ແລະທຶນກູ້ຢືມພິເສດໄດ້ເປັນປະທານກອງປະຊຸມ ເພື່ອແນໃສ່ກວດກາຄືນ, ແກ້ໄຂຂໍ້ຕິດຂັດ, ຊຸກຍູ້ການກະກຽມ ແລະຜັນຂະຫຍາຍ 26 ໂຄງການນໍາໃຊ້ທຶນກູ້ຢືມຂອງທະນາຄານໂລກ (WB) ແລະທະນາຄານພັດທະນາອາຊີ (ADB) ໃນປີ 2017-2018.

ບັນດາໂຄງການນໍາໃຊ້ທຶນກູ້ຢືມຂອງ WB ແລະADB ໄລຍະ 2017-2018 ສຸມໃສ່ເຂົ້າບັນດາຂົງເຂດຈໍາເປັນຄື: ພັດທະນາພື້ນຖານໂຄງລ່າງ, ຍົກສູງຄຸນນະພາບດ້ານສຶກສາມະຫາວິທະຍາໄລ, ພັດທະນາຕົວເມືອງ, ກໍ່ສ້າງຊົນນະບົດໃໝ່...


ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ປະຊຸມກ່ຽວກັບບັນດາໂຄງການນໍາໃຊ້ທຶນກູ້ຢືມຈາກ WB ແລະADB

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ເປັນປະທານກອງປະຊຸມ.

ໜ້າເອົາໃຈໃສ່ແມ່ນ, ພາຍຫຼັງທີ່ ຫວຽດນາມ ຢຸດຕິການຮັບບ້ວງເງິນກູ້ຢືມພິເສດຈາກສະຫະສະມາຄົມພັດທະນາສາກົນ (IDA) ໃນເດືອນ ກໍລະກົດ 2017, ນັບແຕ່ປີ 2018, ບັນດາບ້ວງເງິນກູ້ຢືມຂອງ WB ແມ່ນທຶນກູ້ຢືມຈາກ IBRD ແລະທຶນ IDA ຫັນປ່ຽນ. ສິ່ງດັ່ງກ່າວກໍ່ຈະໄດ້ໝູນໃຊ້ສໍາລັບບັນດາບ້ວງເງິນກູ້ຢືມຂອງ ADB ນັບແຕ່ປີ 2019. WB ກໍ່ຮຽກຮ້ອງບັນດາບ້ວງເງິນກູ້ຢືມຂອງວິສາຫະກິດຈຳເປັນຕ້ອງມີການຮັບປະກັນຂອງລັດຖະບານ.

ສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມີງ ມອບໃຫ້ທະນາຄານແຫ່ງລັດສັງລວມບັນດາຄໍາຄິດເຫັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຍື່ນສະເໜີຕໍ່ຂັ້ນທີ່ມີສິດອໍານາດພິຈາລະນາ, ຕົກລົງສໍາລັບບັນດາໂຄງການສືບຕໍ່ຜັນຂະຫຍາຍ.

ກະຊວງແຜນການ ແລະການລົງທຶນສັງລວມບັນດາໂຄງການນໍາໃຊ້ທຶນກູ້ຢືມຕ່າງປະເທດທີ່ໄດ້ໃຫ້ສັດຕະຍາບັນແລ້ວແຕ່ຍັງບໍ່ທັນມີໃນແຜນການລົງທຶນຂອງລັດໄລຍະກາງ ເພື່ອຮັບປະກັນບັນດາໂຄງການໄດ້ຮັບການຜັນຂະຫຍາຍໂດຍໄວ ເພື່ອແນໃສ່ນໍາໃຊ້ແຫຼ່ງທຶນກູ້ຢືມເຊິ່ງ ຫວຽດນາມ ຕ້ອງຈ່າຍດອກເບ້ຍພາຍຫຼັງບັນດາສັນຍາກູ້ຢືມມີຜົນສັກສິດຢ່າງມີປະສິດທິຜົນທີ່ສຸດ.

ພິເສດ, ໃນສະພາບການທີ່ ຫວຽດນາມ ໄດ້ຮຽນຈົບ IDA, ທ່ານຮອງນາຍົກລັດຖະມົນຕີມອບໃຫ້ກະຊວງແຜນການ ແລະການລົງທຶນເປັນປະທານ, ລາຍງານຕໍ່ຄະນະປະຈໍາລັດຖະບານກ່ຽວກັບການກໍານົດທິດປຸກລະດົມ, ນໍາໃຊ້ບັນດາແຫຼ່ງທຶນໃນໄລຍະຈະມາເຖິງ, ພິເສດແມ່ນແຫຼ່ງທຶນກູ້ຢືມດ້ວຍອັດຕາດອກເບ້ຍສູງ.


(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.