WB ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ພັດທະນາພະລັງງານແບບຍືນຍົງ

12:16 | 15/02/2020

ທະນາຄານໂລກ (WB) ຫາກໍ່ປະກາດບົດລາຍງານຍຸດທະສາດ ແລະຂໍ້ກຳນົດການປະມູນໂຄງການໄຟຟ້າແສງຕາເວັນຢູ່ຫວຽດນາມ. ບົດລາຍງານແມ່ນໝາກຜົນການຮ່ວມມືດ້ານເຕັກນິກລະຫວ່າງ WB ແລະລັດຖະບານຫວຽດນາມ ໃນສອງປີຜ່ານມາແນໃສ່ເປີດກວ້າງຂອບຂະໜາດ ແລະການຄຸ້ມຄອງແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ ຢ່າງມີປະສິດທິຜົນ.

WB ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ພັດທະນາພະລັງງານແບບຍືນຍົງ
ພາບປະກອບຄັດຈາກ: congthuong.vn.

ຕາມບົດລາຍງານແລ້ວ, ຫວຽດນາມ ສາມາດເພີ່ມກໍາລັງແຮງໄຟຟ້າແສງຕາເວັນແຕ່ 4,5 Gigawatt (GW) ໃນປະຈຸບັນຂຶ້ນເຖິງນັບພັນ GW ໃນໄລຍະ 10 ປີຈະມາເຖິງ, ພ້ອມທັງສ້າງວຽກເຮັດງານທໍາໃຫ້ນັບພັນຄົນຖ້ານໍາໃຊ້ວິທີການສຳຜັດໃໝ່ໃນການປະມູນເພື່ອເລືອກເຟັ້ນ ແລະຜັນຂະຫຍາຍບັນດາໂຄງການໄຟຟ້າແສງຕາເວັນ. ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດ WB ປະຈໍາ ຫວຽດນາມ ເນັ້ນໜັກວ່າ: WB ໃຫ້ຄໍາໝັ້ນສັນຍາໜູນຊ່ວຍຫວຽດນາມ ບັນລຸໄດ້ເປົ້າໝາຍພັດທະນາພະລັງງານແບບຍືນຍົງຂອງຕົນ. ພວກຂ້າພະເຈົ້າຫວັງວ່າຍຸດທະສາດນີ້ຈະເປີດໄລຍະໃໝ່ກ່ຽວກັບການພັດທະນາໄຟຟ້າແສງຕາເວັນທີ່ເຄີຍໄດ້ຮັບຜົນສໍາເລັດທີ່ສຸດຢູ່ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເຫດການ
302 Found

Found

The document has moved here.