ເສດ​ຖະ​ກິດ​ຫວຽດ​ນາມ​ສືບ​ຕໍ່​ຟື້ນ​ຟູ

16:49 | 12/08/2020

ຍ​ສ​ໝ - WB ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ປະ​ກົດ​ຂຶ້ນ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ໃໝ່, ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຜົນ​ກະ​ທົບ​ຫຍໍ້​ທໍ້​ຂອງ​ມັນ​ຈະຫຼຸດຫຼົງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຍ້ອນ ລັດ​ຖະ​ບານ​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຍູ້​ໄວ​ການ​ຜ​ັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນ​ພາກ​ສາ​ທາ​ລ​ະ​ນະ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ.

ເສດ ຖະ ກ ດ ຫວຽດ ນາມ ສ ບ ຕ ຟ ນ ຟ ການ​ສົ່ງ​ອອກ​ເຂົ້າ​ສານ ​ຫວຽດ​ນາມ ​ໄປ​ຍັງ​ຕະຫຼາດ ​ອາ​ຟ​ຼິກ​ກາ​ ສືບ​ຕໍ່​ເພີ່ມ​ຂຶ້ນ
ເສດ ຖະ ກ ດ ຫວຽດ ນາມ ສ ບ ຕ ຟ ນ ຟ ແຜນ​ການ​ກະ​ທຳ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ອາ​ຊຽນ - ຍີ່​ປຸ່ນ
ເສດ ຖະ ກ ດ ຫວຽດ ນາມ ສ ບ ຕ ຟ ນ ຟ
ພ​າບ​ປະ​ກອບ: TTXVN

ຕາມ​ບົດ​ລາຍ​ງານ​ອັບ​ເດດ​ກ່ຽວ​ກັບ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຫວຽດ​ນາມ ໃນ​ເດືອນ ກໍ​ລະ​ກົດ ປີ 2020 ໂດຍ​ທະ​ນາ​ຄານ​ໂລກ (WB) ປະ​ຈຳ​ຫວຽດ​ນາມ​ປະ​ກາດ​​ໃນ​ວັນ​ທີ 11 ສິງ​ຫາ ໄດ້​ຕີ​ລາ​ຄາ​ວ່າ ເສດ​ຖະ​ກິດ​ຫວຽດ​ນາມ ​ສືບ​ຕໍ່ຟື້ນ​ຕົວ​ດ້ວຍ​ປະ​ລິ​ມານ​ ການປະ​ດິດ​ສ້າງ, ປຸງ​ແຕ່​ງ ແລະ ລາຍ​ຮັບ​​ຂາຍ​ຍ່ອຍ​ພາຍ​ໃນ​ປະ​ເທດ ​ເພີ່​ມ​ຂຶ້ນ​ຕາມ​ລຳດັບ​ແມ່ນ 2,1% ແລະ 4,6% (ເມື່​ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້). ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ຍັງ​ຄົງ​ເປັນ​ປົກ​ກະ​ຕິ (ເທົ່າ​​ກັບ​ເດືອນ ກໍ​ລະ​ກົດ ປີ 2019), ໄດ້ສະ​ແດງ​ໃຫ້​ກ​ຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ທີ່​ດີ​ກ​່​ວາ​ການ​ຄາ​ດ​ຄະ​ເນ​ໃນ​ສະ​ພາບ​ການ​ສາ​ກົນ​ພວມ​ຊັກ​ຊ້າ, ​ຕົ້ນ​ຕ​ໍ​ແມ່ນ​ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ໃນ​ຂະ​ນະ​ທີ່​ກະ​ແສ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດຫຼຸດລົງ​ພຽງ​ປະ​ມານ 7%ໃນ 7 ​ເດືອນ​ ​ທີ່​ຜ່ານ​ມາ.

WB ໃຫ້​ຮູ້​ວ່າ ໄພ​ເງິນ​ເຟີ້​ໃນ ເດືອນກ​ໍ​ລະ​ກົດ​ເພີ່ມ​ຂຶ້ນ​ນ້ອຍ​ແມ່ນ 3,4% (ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີກາຍນີ້) ເປັນ​ຕົ້ນ​ແມ່ນ​ຍ້ອນ​ຄ່າ​ຂົນ​ສົ່ງຫຼຸ​ດ​ລົງ, ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ຖືກ​ໂຈະ​ໄວ້ຫຼາຍ​ພໍ​ສົມ​ຄວນ, ຢູ່​ລະ​ດັບ​ຕ່ຳ​ກ່​ວາ 10% ໃນ​ຊຸມ​ເດືອນ​ທີ່​ຜ່ານ​ມາ. ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດຫຼຸ​ດ​ລົງ​ເຖິງວ່າ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ໄດ້​ປະ​ກ​າດ​ໃຊ້​ນະ​ໂຍ​ບາຍຫຼຸດ​ລົງ​ດອກ​ເບ້ຍ​ເພື່ອ​ສົ່ງ​ເສີມ​ການ​ສິ​ນ​ເຊື່ອ​ດ້ານ​ການ​ຄ້າ.

WB ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ປະ​ກົດ​ມ​ີ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ ພ້ອມ​ກັບ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ໃໝ່, ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ວິ​ວັດ​ການ​ຟື້ນ​ຟູ​ເສດ​ຖະ​ກິດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ຜົນ​ກະ​ທົບ​ຫຍໍ້​ທໍ້​ຂອງ​ມັນ​​ໄດ້ຫຼຸດລົງ​ໜ້ອຍ​ໜຶ່ງ​ຍ້ອນ ລັດ​ຖະ​ບານ​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຍູ້​ໄວ​ການ​ຜ​ັນ​ຂະ​ຫຍາຍ​ໂຄງ​ການ​ລົງ​ທຶນ​ສາ​ທາ​ລ​ະ​ນະ​, ເປັນ​ຕົ້ນ​ແມ່ນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ.

ເສດ ຖະ ກ ດ ຫວຽດ ນາມ ສ ບ ຕ ຟ ນ ຟ ການ​ສົ່ງ​ອອກ​ເຂົ້າ​ສານ ​ຫວຽດ​ນາມ ​ໄປ​ຍັງ​ຕະຫຼາດ ​ອາ​ຟ​ຼິກ​ກາ​ ສືບ​ຕໍ່​ເພີ່ມ​ຂຶ້ນ

ຍ​ສ​ໝ - ປີ 2019, ຫວຽດ​ນາມ ໄດ້​ສົ່ງ​ອອກ​ເຂົ້າ​ສານ​ໄປ​ຍັງ 35 ໃນ​ຈຳ​ນວນ 55 ປະ​ເທດ ອາ​ຟ​ຼິກ​ກາ ດ້ວຍ​ວົງ​ເງິນ​ບັນ​ລຸ​ເກືອບ 630 ລ້ານ USD, ໃນ​ນັ້ນ​ບັນ​ດາ​ຕະຫຼາດ​ນຳ​ເຂົ້າ​ເຂົ້າ​ສານ​ໃຫຍ່​ທີ່​ສຸດ​ລວມ​ມີ: ກາ​ນາ, ເຊ​ເນ​ງານ, ກາ​ເມີ​ຣູນ… ຄວາມ​ຕ້ອງ​ການ​ເຂົ້າ​ສານ​ຂອງ ອາ​ຟ​ຼິກ​ກາ ໃນ​ປີ 2020 ຄາດ​ວ່າ​ປະ​ມານ 15,7 ລ້ານ​ໂຕນ.

ເສດ ຖະ ກ ດ ຫວຽດ ນາມ ສ ບ ຕ ຟ ນ ຟ HSBC: ຫວຽດ​ນາມ​ນັບ​ມື້​ນັບ​ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ດຶງ​ດູດ​ໃຈ

ຍ​ສ​ໝ - ທ່ານ Tim Evans ຜູ້​ອຳ​ນວຍ​ການ HSBC ຫ​ວຽດ​ຫວຽດ​ນາມ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ໂລກ​ລະ​ບາດ Covid – 19 ນີ້, ບໍ​ລິ​ສັດຫຼາຍ​ແຫ່ງ​ຫວຽດ​ນາມ​ສະ​ແດງ​ໃຫ້​ເຫັນ​ວ່າ ເຂົາ​ເຈົ້າກໍ່​ພວມ​ຂຸດ​ຄົ້ນ​ກຳ​ລັງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຢີ​ເພື່ອ​ຕອບ​ສະ​ໜອງ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ທັນ​ການ ແລະ ທ່າ​ອ່ຽງ​ການ​ຕະຫຼາດ.

ເສດ ຖະ ກ ດ ຫວຽດ ນາມ ສ ບ ຕ ຟ ນ ຟ IFC: ອຸ​ປະ​ຖ​ຳ​ເງິນ 40 ລ້ານUSD ໃຫ້​ແກ່​ວິ​ສາ​ຫະ​ກິດ​ຫວຽດ​ນາມທີ່ຖືກຮັບຜົນກະທົບຈາກ ໂລກ​ລະ​ບາດ COVID-19

ຍ​ສ​ໝ - ທ່ານ ຫງວຽນ​ດິ່ງ​ຕຸ່ງ ຜູ້ອຳນວຍການໃຫຍ່ຂອງ OCB ແບ່ງປັນວ່າ: ຄາດຄະເນວ່າໃນໄລ​ຍະ​ຈະ​ມາ​ເຖິງ, ຜົນ​ສະ​ທ້ອນ​ຂອງ COVID-19 ຈະຍັງຄົງຢູ່. ສະນັ້ນ, ບັນດາວິສາຫະກິດເວົ້​າ​ລວມປ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງເວົ້າສະເພາະຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄ່ອຍໆຟື້ນຟູການຜະລິດແລະດຳ​ເນີນທຸລະກິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.