ຍສໝ-ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານຮອງປະທານ ຟຸ່ງແຄັງຕ່າຍ ເປັນຫົວໜ້າຄະນະ ໄດ້ມີການສຳຫຼວດກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ສຳນັກງານຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (UBNVNONN) ນະຄອນ ໂຮ່ຈີມິນ.
ຍສໝ - ການນຳຂອງພັກ ແລະ ລັດ ແມ່ນມີຄວາມເອົາໃຈໃສ່ທີ່ສຸດ ແລະ ຊີ້ນຳ ເພື່ອສ້າງເງື່ອນໄຂສູງສຸດໃຫ້ປະຊາຊົນໄປກັບເມືອຢາມບ້ານເກີດເມືອງນອນ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະໂຄສະນາສຶກສາ ຄະນະພັກນະຄອນ ແລະ ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຜັນຂະຫຍາຍວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່.
ວັນທີ 4 ທັນວາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກົມພັດທະນາຕະຫຼາດ ແລະວິສາຫະກິດວິທະຍາສາດ ແລະເຕັກໂນໂລຢີ ແລະ ຫ້ອງການໂຄງການ 844 (ກະຊວງວິທະຍາສາດ ແລະເຕັກໂນໂລຢີ) ພ້ອມກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມສໍາມະນາ “ເຊື່ອມຕໍ່ນັກຊ່ຽວຊານຊາວຫວຽດນາມອາໄສຢູ່ຕ່າງປະເທດເຂົ້າກັບລະບົບນິເວດປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ” ແລະເປີດຕົວ “ເຄືອຂ່າຍສະມາຄົມປັນຍາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດໜູນຊ່ວຍການປ່ຽນແປງໃໝ່ປະດິດສ້າງ ແລະການຫັນເຕັກໂນໂລຢີເປັນການຄ້າ”.
ຍສໝ - ຫັນທັດສະນະໃຫ້ເປັນປະກົດຜົນເປັນຈິງ ຢ່າງຕັ້ງໜ້າ: ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມຊົນຊາດຫວຽດນາມໄດ້, ໃນໄລຍະຈະມາເຖິງ, ລັດຖະບານຈະສຸມໃສ່ປະຕິບັດ 5 ວິທີການແກ້ໄຂພື້ນຖານ ໃຫ້ເປັນຢ່າງດີ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ - ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ໃຫ້ການຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບເນື້ອໃນນີ້.
ຍສໝ - ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເອົາໃຈໃສ່, ຕິດຕາມ, ກຽມພ້ອມທີ່ຈະຮ່ວມເດີນທາງ ແລະແບ່ງປັນກັບພໍ່ແມ່ປະຊາຊົນພາຍໃນປະເທດເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19.
ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຄວນສືບຕໍ່ປະຕິບັດບົດບາດຄຸ້ມຄອງລັດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໃຫ້ເປັນຢ່າງດີ.
ຍສໝ - ວັນທີ 15 ພຶດສະພາ, ສະຖານທູດ ຫວຽດນາມປະຈຳຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 30 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ໃນນັ້ນ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາ,ຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນອັນລ້ຳຄ່າ ແລະ ແທດກັບຕົວຈິງ, ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ໃນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ພາຍໃນປະເທດ ໃນຊ່ວງແລ້ວນີ້.