ນາຍົກລັດຖະມົນຕີ ຫວຽດນາມ ຕີລາຄາສູງຕໍ່ການສະໜັບສະໜູນຂອງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດໃນການຕ້ານພະຍາດ Covid-19

06:30 | 12/04/2020

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍສະແດງຄວາມຂອບອົກຂອບໃຈ ຕໍ່ການສະໜັບສະໜູນອັນລ້ຳຄ່າ ແລະ ແທດກັບຕົວຈິງ, ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດ ໃນວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ພາຍໃນປະເທດ ໃນຊ່ວງແລ້ວນີ້.

ນາຍ ກລ ດຖະມ ນຕ ຫວຽດນາມ ຕ ລາຄາສ ງຕ ການສະໜ ບສະໜ ນຂອງປະຊາຄ ມຊາວຫວຽດນາມອາໄສຢ ຕ າງປະເທດໃນການຕ ານພະຍາດ covid 19 ກະຊວງການຕ່າງປະເທດ ອີຕາລີ​ສະ​ແດງ​ຄວາມຂອບ​ໃຈ​ຫວຽດ​ນາມ ໃນ​ການໜູ​ນ​ຊ່ວຍ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ Covid– 19
ນາຍ ກລ ດຖະມ ນຕ ຫວຽດນາມ ຕ ລາຄາສ ງຕ ການສະໜ ບສະໜ ນຂອງປະຊາຄ ມຊາວຫວຽດນາມອາໄສຢ ຕ າງປະເທດໃນການຕ ານພະຍາດ covid 19 ຮູບພາບຈາກອາວະກາດ: ຮູບພາບໂລກກ່ອນ ແລະ ​ໃນ​ໄລ​ຍະ​ທີ່​ເກີດ​ໂລກ​ລະ​ບາດ Covid – 19

ໂດຍປະເຊີນໜ້າກັບສະຖານະການລະບາດ ຂອພະຍາດ Covid-19 ທີ່ ກຳລັງສືບຕໍ່ແຜ່ລາມໄປທົ່ວໂລກ, ສົ່ງຜົນກະທົບຢ່າງໜັກໜ່ວງ ແລະ ເສຍຫາຍຫຼາຍຢ່າງ ຕໍ່ຊີວິດເສດຖະກິດ - ສັງຄົມຂອງທຸກໆປະເທດ, ໃນນັ້ນມີ ຫວຽດນາມ, ໃນວັນທີ 11/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍເຖິງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ເຊິ່ງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ທີ່ລ້ຳຄ່າ ແລະ ແທດກັບຕົວຈິງ, ທັງດ້ານວັດຖຸ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເຂົ້າໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ພາຍໃນປະເທດ ໃນຊ່ວງແລ້ວນີ້.

ເນື້ອໃນຈົດໝາຍ,, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໂດຍສະພາບການລະບາດ ຢ່າງສັບສົນ ຂອງພະຍາດ Covid-19, ພັກ ແລະ ລັດຖະບານຫວຽດນາມ ໄດ້ຊີ້ນຳ ແລະ ປະຕິບັດຫຼາຍມາດຕະການປ້ອງກັນຢ່າງເຂັ້ມງວດ, ປະຕິບັດຢ່າງຄົບຊຸດ.

ນາຍ ກລ ດຖະມ ນຕ ຫວຽດນາມ ຕ ລາຄາສ ງຕ ການສະໜ ບສະໜ ນຂອງປະຊາຄ ມຊາວຫວຽດນາມອາໄສຢ ຕ າງປະເທດໃນການຕ ານພະຍາດ covid 19
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນການຕ້ານພະຍາດ Covid-19. (ພາບປະກອບ)

ປະຈຸບັນນີ້, ຫວຽດນາມ ພວມຄວບຄຸມໄດ້ສະພາບການຜັນແປຂອງພະຍາດໂຄວິດ-19, ບັນລຸໝາກຜົນຢ່າງຕັ້ງໜ້າໃນເບື້ອງຕົ້ນ ດ້ວຍ 50% ຈຳນວນຜູ້ຕິດເຊື້ອແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ພິເສດແມ່ນບໍ່ມີກໍລະນີໃດເສຍຊີວິດ, ໄດ້ຮັບການຕີລາຄາສູງຈາກອົງການອະນາໄມໂລກ ແລະ ປະຊາຄົມສາກົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ໄດ້ບັນລຸໝາກຜົນເຫຼົ່ານີ້ ແມ່ນເນື່ອງຈາກມີການເຂົ້າຮ່ວມຂອງທັງລະບົບການເມືອງ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ຄວາມມານະພະຍາຍາມຢ່າງບໍ່ຮູ້ອິດເມື່ອຍຂອງພະນັກງານແພດໝໍ, ພະນັກງານທະຫານ, ນັກຮົບ ແລະ ກະຊວງການຕ່າງປະເທດ, ຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່, ບັນດາສະຫະພັນ...ກໍ່ຄື ຄວາມສາມັກຄີ ແລະ ມີສ່ວນຮ່ວມຂອງທົ່ວປວງຊົນທັງຊາດ, ໃນນັ້ນມີການປະກອບສ່ວນ ແລະ ການສະໜັບສະໜູນ ທີ່ສຳຄັນຂອງປະຊາຄົມຊາວຫວຽດນາມອາໄສ ຢູ່ ຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການສະໜັບສະໜູນ ຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ໃນການຕ້ານພະຍາດ Covid-19 ໃນຊ່ວງແລ້ວນີ້; ຊົມເຊີຍບັນດາອົງການຕົວແທນຫວຽດນາມ ຢູ່ ຕ່າງປະເທດ ທີ່ປະຕິບັດວຽກງານປົກປ້ອງພົນລະເມືອງຢ່າງທັນການ, ມີປະສິດທິຜົນແລະ ຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ບັນດາອົງການຕົວແທນຫວຽດນາມ ຢູ່ ຕ່າງປະເທດ ສືບຕໍ່ຄວາມພະຍາຍາມ, ສົ່ງເສີມສະຕິຄວາມຮັບຜິດຊອບສູງ, ຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງຂອງ ປະເທດປະຈໍາຖິ່ນ, ຮັບປະກັນສິດ, ປະຕິບັດບັນດາມາດຕະການປ້ອງກັນ ແລະ ປິ່ນປົວສຸຂະພາບ ໃຫ້ປະຊາຄົມຊາວຫວຽດນາມ ຢູ່ ປະເທດປະຈຳຖິ່ນ. ພ້ອມກັນນັ້ນ, ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ, ຍົກສູງຈິດໃຈຮັກສາສຸຂະພາບຕົນເອງ, ຄອບຄົວ ແລະ ສັງຄົມ; ເດັດດ່ຽວປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນ, ເປັນຕົ້ນແມ່ນການແຍກຫ່າງທາງສັງຄົມ, ຈຳກັດການເຄື່ອນຍ້າຍໄປມາ, ສະກັດກັ້ນການແຜ່ລະບາດຂອງໂລກພະຍາດ COVID-19.

ນາຍ ກລ ດຖະມ ນຕ ຫວຽດນາມ ຕ ລາຄາສ ງຕ ການສະໜ ບສະໜ ນຂອງປະຊາຄ ມຊາວຫວຽດນາມອາໄສຢ ຕ າງປະເທດໃນການຕ ານພະຍາດ covid 19 ຫວຽດນາມ ຝຶກອົບຮົມ ຍົກສູງຄວາມສາມາດໃນການປ້ອງກັນພະຍາດ Covid-19 ໃຫ້ແກ່ບັນດາແພດໝໍ ລາວ

ຍສໝ - ເຂົ້າຮ່ວມຊຸດອົບຮົມ ມີບັນດາແພດໝໍຈຳນວນ 130 ກວ່າຄົນ ຂອງບັນດາໂຮງໝໍໃຫຍ່ຫຼາຍແຫ່ງໃນປະເທດລາວເຊັ່ນ: ໂຮງໝໍທະຫານສູນກາງ 103, ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ…

ນາຍ ກລ ດຖະມ ນຕ ຫວຽດນາມ ຕ ລາຄາສ ງຕ ການສະໜ ບສະໜ ນຂອງປະຊາຄ ມຊາວຫວຽດນາມອາໄສຢ ຕ າງປະເທດໃນການຕ ານພະຍາດ covid 19 ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ອອກຖະແຫຼງການກ່າວປະນາມການກະທຳຂອງ ຈີນໃນເຫດຕຳເຮືອຫາປາຫວຽດນາມຈົມນ້ຳຢູ່ ທະເລຕາເວັນອອກ.

ຍສໝ - ຖະແຫຼງການຂອງ ກະຊວງປ້ອງກັນປະເທດ ອາເມລິກາໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຂໍ້ມູນຂ່າວສານກ່ຽວກັບເຫດກ່ຳປັ່ນຕຳຫຼວດທະເລຈີນ ໄດ້ ແຕະຕ້ອງ ແລະ ຕຳເຮືອຫາປາຂອງ ຫວຽດນາມຈົມນ້ຳຢູ່ບໍລິເວນໃກ້ກັບໝູ່ເກາະເຈືອງຊາ.

ນາຍ ກລ ດຖະມ ນຕ ຫວຽດນາມ ຕ ລາຄາສ ງຕ ການສະໜ ບສະໜ ນຂອງປະຊາຄ ມຊາວຫວຽດນາມອາໄສຢ ຕ າງປະເທດໃນການຕ ານພະຍາດ covid 19 ຫວຽດນາມ - ລາວ ຮ່ວມມືດ້ານສາທາລະນະສຸກ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19

ຍສໝ - ໃນວັນທີ 9 ເມສາ ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະສະເພາະກິດກະຊວງປ້ອງກັນປະເທດ ສປປ.ລາວ ໄດ້ຕ້ອນຮັບຄະນະຊ່ຽວຊານສາທາລະນະສຸກ ຈາກ ສສ.ຫວຽດນາມ ທີ່ມາຮ່ວມມືກັບຂະແໜງ ສາທາລະນະສຸກ ຂອງປະເທດລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.