ວັນທີ 28 ກໍລະກົດ 2019, ເປັນຂີດໝາຍເຫດການສະເຫຼີມສະຫຼອງ 24 ປີແຫ່ງວັນ ຫວຽດນາມເຂົ້າຮ່ວມເປັນສະມາຊີກຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ພາຍຫຼັງກ່ວາ 2 ທົດຕະວັດ ແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຜົນສະທ້ອນອັນໃຫຍ່ຫຼວງເຖິງໂຄງປະກອບທີ່ເປັນເອກະພາບຂອງ ອາຊຽນ ກໍ່ຄືການຮັກສາສັນຕິພາບ, ວັດທະນາຖາວອນໃນພາກພື້ນ, ສ້າງຕັ້ງ ອາຊຽນ ກາຍເປັນປະຊາຄົມລວມທີ່ສົມບູນແບບ, ຖືປະຊາຊົນເປັນໃຈກາງ.
ການສອບເສັງໄດ້ຮັບການສະໜັບສະໜູນເປັນຈຳນວນຫຼາຍຈາກບັນດາຜູ້ເຂົ້າຮ່ວມການສອບເສັງທີ່ມາຈາກ 36 ທ້ອງຖິ່ນໃນທົ່ວປະເທດຍີ່ປຸ່ນ.
ຍສໝ - ຕອນບ່າຍວັນທີ 25 ກໍລະກົດ 2019, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີ ກະຊວງປ້ອງກັນປະເທດລາວ.
ເມື່ອບໍ່ດົນມານີ້, ກອງປະຊຸມການນຳບັນດາອົງການກວດສອບສູງສຸດ (SAI) ໄດ້ດຳເນີນຢູ່ສຳນັກງານ ສປຊ. ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫວູວັນຮ້ວາ ຮອງຫົວໜ້າອົງການກວດສອບແຫ່ງລັດນຳໜ້າໄດ້ເຂົ້າຮ່ວມ.
ພິທີໄຂເວທີປາໄສຊາວໜຸ່ມ ຫວຽດນາມ - ສະຫະພັນລັດເຊຍ 2019 ໄດ້ດຳເນີນໃນຕອນຄ່ຳວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ໂດຍສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຄະນະກຳມະການຊາວໜຸ່ມ ແຫ່ງຊາດ ຫວຽດນາມ, ສົມທົບກັບອົງການຊາວໜຸ່ມແຫ່ງສະຫະພັນ ລັດເຊຍ ກ່ຽວກັບວຽກງານຊາວໜຸ່ມຈັດຕັ້ງຂຶ້ນ.
ເລື່ອງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມຄັ້ງທີ 14 ນີ້ ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຢັ້ງຢືນເຖິງຄວາມມານະພະຍາຍາມຂອງຕົນໃນບົດບາດເປັນສະມາຊິກທີ່ຕັ້ງໜ້າຂອງວິວັດການ ບາລີ.
ທ້າຍອາທິດທີ່ຜ່ານມາ, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ທ່ານ ມາຍ ຕ້ຽນ ຢຸ້ງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ.
ຍສໝ - ງານວາງສະແດງພາບຖ່າຍ "ປະທານ ສຸພານຸວົງ - ເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ" ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 19 ກໍລະກົດ 2019 ຢູ່ ຫໍພິພິທະພັນ ປະທານ ໂຮ່ຈີມິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ.
ຍສໝ - ໃນວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2019, ທີ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງພາຍໃນ ຫວຽດນາມ ເລ ວິງ ເຕິນ ໄດ້ໃຫ້ການຕ້ອນຮັບທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ ລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 4 ກໍລະກົດ 2014, ທ່ານນາງ ຫງວຽນ ທິ້ ກີມ ເງິນ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຊູງ ປົວ ເອກອັກຄະລັດຖະທູດຈີນ.
ໃນວັນທີ 25 ມິຖຸນາ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດກໍ່ໄດ້ໃຫ້ການຕ້ອນຮັບທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.
ທ່ານ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ຫງວຽນ ບ໋າ ຮຸ່ງ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດ ຫວຽດນາມ ໄດ້ຮັບການເລືອກຕັ້ງ ເປັນກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ.
ຍສໝ - ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຕັ້ງຄຳຖາມວ່າ: "ຂ້າພະເຈົ້າຢາກຖາມ ທ່ານ ນາຍົກລັດຖະມົນຕີ ຫຼີ ຊຽນ ຫຼົງ ວ່າ: ຄັນຊັ້ນທ່ານກໍ່ຖືວ່າວາລະປະຊຸມສານພິພາກສາໂທດກຳຂອງບັນດາການນຳພວກ ຂະແມແດງ ແມ່ນຖືກຕ້ອງ ຫຼື ບໍ່?".
ຍສໝ - ໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2019, ທີ່ຮ່າໂນ້ຍ, ຜູ້ຕາງໜ້າລັດຖະບານ ຫວຽດນາມ ແລະ ອີຕາລີ ໄດ້ເຊັນໂຄງການດຳເນີນງານກ່ຽວກັບການຮ່ວມມືດ້ານການສຶກສາ ໄລຍະ 2019-2022.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະຈັດຕັ້ງກອງປະຊຸມ Shangri – La, ໃນວັນທີ 30 ພຶດສະພາ 2019, ທ່ານພົນເອກ ໂງ ຊວນ ລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ນຳໜ້າຄະນະຜູ້ແທນ ການທະຫານຂັ້ນສູງຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມ Shangri – La ຄັ້ງທີ 18, ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 31 ພຶດສະພາ - 2 ມິຖຸນາ 2019 ຢູ່ ສິງກະໂປ.
ຍສໝ - ມີ 88 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນເຂົ້າ ຫວຽດນາມ. ໃນນັ້ນ, ຮົງກົງ (ຈີນ) ຢືນອັນດັບທີ 1 ດ້ວຍຍອດເງິນລົງທຶນກ່ວາ 5 ຕື້ ໂດລາສະຫະລັດ, ສ.ເກົາຫຼີ ຢືນຢູ່ອັນດັບທີ 2, ສິງກະໂປຢືນຢູ່ອັນດັບທີ 3.
ຍສໝ - ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2019, ກອງປະຊຸມສະໄໝສະມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV ໄດ້ໄຂຂຶ້ນຢ່າງເປັນທາງກາງຢູ່ນະຄອນຫຼວງຮ່າໂນ້ຍ.
ຍສໝ - ໃນຕອນບ່າຍຂອງວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ໃຫ້ການຕ້ອນຮັບ ທ່ານນາງ Monica Gheorghita ລັດຖະມົນຕີການຕ່າງປະເທດ ຣູມານີ ເຊິ່ງພວມມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Stven Mnuchin ລັດຖະມົນຕີການເງິນ ອາເມລິກາ.