ເວ​ທີ​ປາ​ໄສການ​ປະ​ຕິ​ຮູບ ແລະ ພັດ​ທະ​ນາ ຫວຽດ​ນາມ 2019

06:40 | 23/09/2019

ຍສໝ - ຫວຽດນາມໄດ້ຊຸກຍູ້ການພັດທະນາເສດຖະກິດຕາມທິດປ່ຽນແປງໃໝ່ປະດິດຄິດສ້າງຢ່າງວ່ອງໄວ; ຮັບເອົາ ແລະ ນຳໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4 ໃນບັນດາຂະແໜງ, ຂົງເຂດເສດຖະກິດ - ສັງຄົມ ແລະ ການຄຸ້ມຄອງແຫ່ງລັດ.

ເວ​ທີ​ປາ​ໄສການ​ປະ​ຕິ​ຮູບ ແລະ ພັດ​ທະ​ນາ ຫວຽດ​ນາມ 2019

ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ.(ພາບ:tuoitre.vn)

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກໍ່ຊີ້ແຈ້ງວ່າ ຫວຽດນາມ ຕ້ອງມີການກະທຳບືນຕົວຂຶ້ນ, ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຂະຫຍັນຂັນແຂງ, ມີການປະດິດຄິດສ້າງ, ຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຢີໃໝ່ແນໃສ່ຍົກລະດັບຄວາມຮູ້ເພື່ອນັບມື້ນັບມີວິສາຫະກິດ ຫວຽດນາມ ທີ່ມີກຳລັງຄວາມສາມາດຢ່າງພຽງພໍເຂົ້າຮ່ວມໃນລະບົບມູນຄ່າທົ່ວໂລກ.

ທີ່ເວທີປາໄສ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ເນັ້ນໜັກວ່າ: ການປະຕິວັດອຸດສາຫະກຳ 4.0 ດ້ວຍການປະກົດຕົວຂອງອຸດສາຫະກຳຫຼາຍຢ່າງທີ່ຍັງບໍ່ເຄີຍມີມາກ່ອນນັ້ນພວມເຮັດໃຫ້ວິທີການດຳເນີນທຸລະກິດ, ການເຄື່ອນໄຫວຂອງພື້ນຖານເສດຖະກິດ ແລະ ວິສາຫະກິດມີການປ່ຽນແປງຢ່າງແຮງ. ສະພາບການນີ້ຈະນຳມາເຊິ່ງ ກາລະໂອກາດ ແລະ ສິ່ງທ້າທາຍໃຫ້ແກ່ບັນດາປະເທດພວມພັດທະນາຄື ຫວຽດນາມ, ຮຽກຮ້ອງໃຫ້ບັນດາປະເທດຕ້ອງມີໄຫວພິບໃນການກຳແໜ້ນກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍ, ຖ້າບໍ່ດັ່ງນັ້ນຈະບໍ່ສາມາດທັນທຽບກັບທ່າອ່ຽງພັດທະນາໃນຍຸກປັດຈຸບັນ ແລະ ຈະບໍ່ສຳເລັດຖ້າຫາກບໍ່ມີການຊອກຄົ້ນ, ປະດິດສ້າງ, ປ່ຽນແປງໃໝ່ຈິນຕະນາການ.

(ໄຊພອນ)

ເຫດການ