ຫວຽດ​ນາມ​ ໃຫ້​ຄຳ​ໝັ້ນ​ສັນ​ຍາກໍ່​ສ້າງພາກ​ພື້ນປອດ​ຢາ​ເສບ​ຕິດ

07:12 | 11/09/2019

ຍສໝ - ໃນຕອນບ່າຍຂອງວັນທີ 10 ກັນຍາ 2019, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການຍົກສູງປະສິດທິຜົນໃນການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ.

ຫວຽດ​ນາມ​ ໃຫ້​ຄຳ​ໝັ້ນ​ສັນ​ຍາກໍ່​ສ້າງພາກ​ພື້ນປອດ​ຢາ​ເສບ​ຕິດ

ຫວຽດ​ນາມ​ ໃຫ້​ຄຳ​ໝັ້ນ​ສັນ​ຍາກໍ່​ສ້າງພາກ​ພື້ນປອດ​ຢາ​ເສບ​ຕິດ.(ພາບ:https://anninhthudo.vn)

ກອງປະຊຸມມີການເຂົ້າຮ່ວມຂອງ ຜູ້ແທນ 200 ທ່ານເຊິ່ງເປັນຜູ້ຕາງໜ້າຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຄື: ກຳປູເຈຍ, ລາວ, ຈີນ, ໄທ, ມຽນມາ, ພີລິບປິນ, ຫວຽດນາມ, ອົງການປ້ອງກັນ ແລະ ຕ້ານຢາເສບຕິດ (DEA) ອາເມລິກາ… ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈຶອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມໄດ້ສະເໜີໃຫ້ບັນດາປະເທດເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຍົກສູງບົດບາດຫຼັກແຫຼ່ງໃນການກໍ່ສ້າງບັນດານະໂຍບາຍ, ຍຸດທະສາດຄວບຄຸມກວດກາຢາເສບຕິດໃຫ້ຫຼາຍກ່ວາອີກ, ເຂົ້າຮ່ວມໂດຍກົງປະກອບສ່ວນ ແລະ ແບ່ງປັນບົດບາດຄວາມຮັບຜິດຊອບໃນການລະດົມບັນດາກຳລັງແຮງໃຫ້ແກ່ບັນດາຂໍ້ລິເລີ່ມໃນການປ້ອງກັນ ແລະ ຕ້ານຢາເສບຕິດໃນພາກພື້ນ ແລະ ໂລກ. ກອງປະຊຸມໄດ້ຮັບຮອງເອົາຖະແຫລງການຮ່ວມ, ໃນນັ້ນ ເນັ້ນຫນັກຢ່າງແຮງ: ເລື່ອງບັນດາປະເທດໃນພາກພື້ນ ຄວນສືບຕໍ່ຍົກສູງບົດບາດເປັນເຈົ້າພາທາງໃນການສ້າງບັນດານະໂຍບາຍ, ຍຸດທະສາດຄວບຄຸມຢາເສບຕິດຂອງແຕ່ລະປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.