ອຽນເຈົາ: ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​

06:17 | 11/10/2019

ຍສໝ - ໃນວັນທີ 10 ຕຸລາ 2019, ເມືອງ ອຽນເຈົາ, ແຂວງ ເຊີນລາ ສສ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງ ປະທານປະເທດ ວ່າດ້ວຍການຖືສັນຊາດ ຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ.

ອຽນເຈົາ: ມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​

ພິທີມອບ​ຂໍ້​ຕົກ​ລົງ​ຖື​ສັນ​ຊາດຫວຽດ​ນາມໃຫ້ພົນ​ລະ​ເມືອງ​ລ​າວ 123 ຄົນ​.(ພາບ:baosonla.org.vn)

ເມືອງ ອຽນເຈົາ, ແຂວງ ເຊີນລາ ໄດ້ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງ ຂອງປະທານປະເທດວ່າດ້ວຍການຖືສັນຊາດຫວຽດນາມໃຫ້ພົນລະເມືອງລາວ 123 ຄົນ ທີ່ເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນໃນບໍລິເວັນເມືອງ. ຢູ່ເມືອງອຽນເຈົາ ມີ ພົນລະເມືອງລາວ 123 ຄົນ ທີ່ເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນຢູ່ບັນດາຕາແສງຄື: ຈ່ຽງດົງ, ຊັບວັດ, ເມື່ອງລື້ມ, ຕູ໊ນາງ, ລ໊ອງຟຽງ, ຈ່ຽງເຕືອງ, ຟຽງຂ່ວາຍ, ຈ່ຽງອອນ ໄດ້ຖືສັນຊາດ ຫວຽດນາມ. ໃນວັນທີ 8 ກໍລະກົດ 2013, ລັດຖະບານ ສອງປະເທດ ຫວຽດນາມ - ລາວ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍແກ້ໄຂບັນຫາເຄື່ອນຍ້າຍພູມລຳເນົາແບບຊະຊາຍ ແລະ ແຕ່ງງານບໍ່ມີທະບຽນໃນເຂດຊາຍແດນສອງປະເທດ. ຂໍ້ຕົກລົງມີຜົນສັກສິດພາຍໃນ 3 ປີ (ນັບແຕ່ວັນທີ 14 ພະຈິກ 2013) ແລະ ໄດ້ຕໍ່ກຳນົດເວລາໄປຮອດວັນທີ 14 ພະຈິກ 2019, ດ້ວຍເປົ້າໝາຍແມ່ນແກ້ໄຂຢ່າງເດັດຂາດຕາມລະບຽບຫຼັກການອອກໃບຢັ້ງຢືນຖືສັນຊາດ ແລະ ສຳມະໂນຄົວຢ່າງວ່ອງໄວ ແລະ ກະທັດລັດ ໃຫ້ຜູ້ທີ່ມີເງື່ອນໄຂຢ່າງຄົບຖ້ວນຕາມຂໍ້ຕົກລົງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.