ຍສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການນຳການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າສູ່ລວງເລິກ .
ຍສໝ - ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ, ເຖິງວ່າ ຊຸມເດືອນຕົ້ນປີນີ້, ໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການນຳຂັ້ນສູງຂອງສອງປະເທດໄດ້ແກ້ໄຂເປັນຢ່າງດີບັນດາບັນຫາສຳຄັນໃນທຸກດ້ານຄື: ການເມືອງ, ເສດຖະກິດ, ການທູດ ແລະ ການປ້ອງກັນຄວາມສະຫງົບ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງຈັດ ຕັ້ງປະຕິບັດມາດຕະການທີ່ລັດຖະບານ ແລະ ຄະນະສະ ເພາະກິດວາງອອກ ພ້ອມທັງເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງ ຫາກພົບເຫັນຜູ້ລັກລອບເຂົ້າເມືອງໃຫ້ນຳໄປກວດຫາເຊື້ອ ພ້ອມດຳເນີນຕາມກົດໝາຍ. ໃນຂະນະທີ່ຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານສັ່ງປິດຊົ່ວຄາວນັ້ນ ຫາກລະເມີດໃຫ້ດຳເນີນການຕັກເຕືອນ, ປັບໃໝ ແຕ່ຖ້າຫາກຍັງຝ່າຝືນອີກໃຫ້ລົບລ້າງໃບອະນຸຍາດ ແລະ ໃບທະບຽນດຳເນີນວິສາຫະກິດ.
ວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະ ທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 53 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ (8 ສິງຫາ 1967-8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ປະຊາຄົມອາຊຽນ (23 ກໍລະ ກົດ 1997-23 ກໍລະກົດ 2020).
ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello Britto), ເພື່ອມາດຳ ລົງຕຳແໜ່ງເປັນຜູ້ຕາງໜ້າຂອງ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ຄົນໃໝ່.
ທ່ານ ນາງ ອິ່ນຄໍາ ພັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນຜ່ານມານີ້ວ່າ: ໃນໄລຍະປ້ອງກັນ ແລະ ເຝົ້າລະວັງການແຜ່ລະບາດຂອງ ໂຄວິດ-19 ຄະນະພັກອົງການປົກຄອງ ກໍຄື ຂະແໜງ ຖວທ ພາຍໃນແຂວງໄດ້ຊຸກຍູ້ໃຫ້ພະນັກງານ, ປະຊາຊົນ ຕະຫລອດຮອດຜູ້ປະກອບການ ທຸລະກິດທ່ອງທ່ຽວ ຫັນຈາກວິກິດການເປັນໂອກາດ ປັບປຸງກິດຈະການຕ່າງໆ ໃຫ້ດີຮັບປະກັນ ແລະ ປະດັບປະດາໃຫ້ຈົບງາມກວ່າເກົ່າ.
ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.
ໃນວັນທີ 4 ເດືອນ ສິງຫາ ປີ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ຮ່ວມກັບອົງການອຸຍນີເຊບ ປະຈຳ ສປປ ລາວ ຈັດກອງປະຊຸມຂົນຂວາຍ ຂໍການສະໜັບສະໜູນ ກ່ຽວກັບວຽກງານ ການບໍລິການ ໃຫ້ວັກແຊັງກັນພະຍາດ ຈຸດປະສົງ ເພື່ອເສີມສ້າງການຮ່ວມມືກັນ ໃນການແກ້ໄຂອັດຕາປົກຄຸມ ຂອງການໃຫ້ວັກແຊັງ ກັນພະຍາດຕໍ່າ ເຊິ່ງໄດ້ຖືກຜົນກະທົບ ໂດຍການລະບາດຂອງເຊື້ອ ພະຍາດໂຄວິດ-19 ແລະ ເພື່ອຮັບປະກັນການ ບໍລິການໃຫ້ວັກແຊັງ ໄປຮອດໄປເຖິງເດັກນ້ອຍທຸກຄົນຢູ່ທົ່ວປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ.
ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ແລະ ວັນສ້າງຕັ້ງສະຖານີວິທະຍຸແຫ່ງຊາດ ຄົບຮອບ 60 ປີ (13 ສິງຫາ 1960-13 ສິງຫາ 2020). ທ່ານ ໂພສີ ແກ້ວມະນີ ຜູ້ອໍານວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນທ້າຍອາທິດຜ່ານມາ ໂດຍມີບາງຕອນສຳຄັນວ່າ: ຊຸມທ້າຍຊຸຸມ ປີ 1960 ຢູ່ປະເທດລາວເຮົາ, ສົງຄາມຕໍ່ສູ້ເພື່ອປົດປ່ອຍຊາດ ຈາກຈັກກະພັດລ່າເມືອງຂຶ້ນ ໄດ້ເພີ່ມທະວີຄວາມຮຸນແຮງ, ພວກສັດຕູໄດ້ຖິ້ມລະເບີດເປັນຈໍານວນຫລາຍ ເພື່ອດັບມອດກໍາລັງປະຕິວັດແນວລາວຮັກຊາດ, ເວລານັ້ນການສົ່ງຂ່າວສານ ເພື່ອລາຍງານສະພາບການຕ່າງໆໃຫ້ກໍາລັງທະຫານ ແລະ ການປຸກລະດົມຂົນຂວາຍປະຊາຊົນ ໃຫ້ເຂົ້າຮ່ວມການຂະ ບວນການປະຕິວັດ ດ້ວຍໃບຂ່າວ ຫລື ໜັງສືພີມ ແມ່ນມີຄວາມລໍາບາກທີ່ສຸດ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ.
ສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ຍັງຄົງມີຜູ້ຕິດເຊື້ອສະສົມ 20 ຄົນ.
ຍສໝ - ເມື່ອບໍ່ດົນມານີ້, ທີ່ ນະຄອນນິງບິ່ງ, ແຂວງນິງບິ່ງ, ຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນທະຫານ ປະຕິບັດພັນທະສາກົນຢູ່ ລາວ (8/1980 - 8/2020).
ຍສໝ - ວັນທີ 2 ສິງຫາ ເຊິ່ງເປັນມື້ທຳອິດທີ່ປະເທດລາວ ໄດ້ປະຕິບັດມາດຕະການແຍກອອກຫ່າງທາງສັງຄົມ ເຊິ່ງແກ່ຍາວຮອດວັນທີ 31 ສິງຫາ ຕາມແຈ້ງການຂອງຫ້ອງການນາຍົກລັດຖະມົນຕີ ສປປ.ລາວ.
ຍສໝ - ຫວ່າງແລ້ວນີ້, ທີ່ການເຮັດວຽກ, ທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມນັກສຶກສາລາວທີ່ພວມຮໍ່າຮຽນໃນບໍລິເວນແຂວງເຊີນລາ.
ຍສໝ - ວົງເງິນການຄ້າລະຫວ່າງຫວຽດນາມ ແລະລາວ ໃນໄລຍະນີ້ຫຼຸດຜ່ອນຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19.
ໃນວັນທີ 30 ກໍລະກົດ 2020 ຢູ່ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດ ມາດຕະການຜ່ອນຜັນ, ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ Covid-19.
ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2020 ທີ່ຈັດຂຶ້ນເມື່ອ ທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຊຶ່ງທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ.
ໃນວັນທີ 28 ກໍລະກົດ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ X ແລະ ເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/71955-20 /72020). ໃຫ້ກຽດເຜີຍແຜ່ ແລະ ເລົ່າມູນເຊື້ອ ໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານຫລັກແຫລ່ງ ທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ຍສໝ - "ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນບໍ່ພຽງແຕ່ໃນການນໍາພາອາຊຽນ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນຄວາມສາມາດຂອງຕົນໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນໂລກ ແລະໃນພາກພື້ນອີກດ້ວຍ. ນີ້ແມ່ນຫຼັກຖານພະຍານທີ່ຈະແຈ້ງກ່ຽວກັບບົດບາດທີ່ພົ້ນເດັ່ນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020".