ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.
ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.
ຍສໝ - ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
ຍສໝ - ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຕີລາຄາສູງບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ຂອບໃຈຫວຽດນາມທີ່ໄດ້ຕັ້ງໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ຍສໝ - ໄລ່ຮອດຈຸດເວລານີ້, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ - 19 ຫຼາຍກວ່າ 21 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນກວ່າ 751.600 ຄົນ.
ໄພພິບັດ ຄື ໄພທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໂດຍສົ່ງຜົນກະທົບຕໍ່ເສດຖະກິດ ແລະ ວິຖີຊີວິດຂອງຄົນ ໃນໄລຍະສັ້ນ ແລະ ໄລຍະຍາວເຊິ່ງ ໄລຍະຜ່ານມາ ໄດ້ເກີດມີ ໄພພິບັດຂະຫນາດໃຫຍ່ເກີດຂຶ້ນເປັນຈໍານວນຫຼາຍ ສ້າງຄວາມເສຍຫາຍຕໍ່ຊີວິດ, ຊັບສິນຂອງປະຊາຊົນ, ລະບົບເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນຈໍານວນມູນຄ່າມະຫາສານ.
ຍສໝ - ຕາມທ່ານ ຈຸມມາລີ ໄຊຍະສອນແລ້ວ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນນັກຮົບທີ່ກ້າແກ່ນ, ແມ່ນພະນັກງານທີ່ສະຫຼາດສະຫຼຽວ. ແມ່ນ ພະນັກງານທີ່ໄດ້ຜ່ານຜ່າຄວາມທຸກບາກລຳບາກ ແລະ ປະຕິບັດຫຼາຍບົດບາດຕຳແໜ່ງ, ແຕ່ວ່າຢູ່ຕຳແໜ່ງໃດ ທ່ານກໍ່ລ້ວນແຕ່ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນ.
ຍສໝ - ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກໍ່ໄດ້ຮັບໂທລະເລກ ແລະຈົດໝາຍແບ່ງເບົາຄວາມເສົ້າສະຫຼົດໃຈຂອງຄະນະບໍລິຫານງານສູນກາງພັກແນວໂຮມປົດປ່ອຍຊາດ ຊານດີໂນ, ທ່ານປະທານາທິບໍດີ ແລະທ່ານຮອງປະທານາທິບໍດີ ສ. ນິກາຣາກວາ; ຄະນະບໍລິຫານງານສູນກາງພັກກອມມູນິດອິນເດຍມາກຊິດ; ການນຳພັກສັງຄົມນິຍົມເອກະພາບ ເວເນຊູເອລາ; ການນຳແນວໂຮມປົດປ່ອຍ ຟາຣາບູນໂດມາກຕິນ; ການນໍາພັກກອມມູນິດ ບຣາຊິນ...
ການຈັດຕັ້ງພິທີສະເຫລີມສະຫລອງ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃນມື້ນີ້ແມ່ນການຫວນຄືນມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນການລະນຶກເຖິງວິລະກຳລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງຂອງບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດໃນໄລຍະຜ່ານມາ.
ຍສໝ - ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດສັງຄົມ.
ທ່ານ ພົນຈັດຕະວາ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ໃນນາມເປັນອົງການ ດໍາເນີນຄະດີອາຍາ ໃຫ້ມີຄວາມຮັບຜິດຊອບສູງ ໃນການປຶກສາຫາລື ແລະ ແລກປ່ຽນຄໍາເຫັນໃສ່ ວຽກງານການຕ້ານສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ ເພື່ອນໍາໄປຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ ໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນທາ ແສງເມືອງ ເປັນປະທານ, ສະຫາຍ ຄຳໄພ ພັນທອງດີ ເປັນຮອງປະທານຜູ້ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ ເປັນຮອງປະທານຜູ້ທີ 2 ແລະ ເປັນປະທານກວດກາ ເພື່ອສືບຕໍ່ຊີ້ນຳ-ນຳພາວຽກງານການຈັດຕັ້ງປະຕິບັດ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນກຳມະບານ ກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ.
ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.
ໃນລະຫວ່າງວັນທີ 11-12 ສິງຫາ 2020 ນີ້ທີ່ກະຊວງແຮງງານ ແລະ ສະຫວັດດີ ກສນສັງຄົມ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໃນນາມເປັນຫົວໜ້າ ຄະນະຜູ້ແທນຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງກອງປະຊຸມ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຫ້ງການຄະນະ ກຳມະການຄຸ້ມຄອງ ໄພພິບັດແຫ່ງຊາດ ປະເທດຟີລິບປິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ.
ຍສໝ - ຫີນໜາມໜໍ່ ແມ່ນເຂດອະນຸລັກຮັກສາທໍາມະຊາດຂຶ້ນກັບແຂວງຄໍາມ່ວນ, ຕິດກັບລະບົບພູຫີນປູນຕາມເສັ້ນຊາຍແດນຫວຽດນາມ-ລາວ ຂອງປ່າສະຫງວນແຫ່ງຊາດຟອງຍາ-ແກ໋ບ່າງ (123.00 ເຮັກຕາ), ສະນັ້ນຈໍາເປັນຕ້ອງນອນໃນລະບົບດຽວກັນເພື່ອອະນຸລັກຮັກສາ ແລະສ້າງເປັນເຂດພູຫີນປູນໃຫຍ່ທີ່ສຸດຢູ່ອາຊີ.
ຍສໝ - ວັນທີ 10 ສິງຫາ, ລັດຖະບານ ລາວ ໄດ້ເພີ່ມທະວີມາດຕະການຫຼາຍຢ່າງ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ທີ່ ລາວ.
ຕະຫລອດໄລຍະ 70 ປີຜ່ານມາ, ສູນການແນວລາວສ້າງຊາດ ຍາມໃດກໍໄດ້ເອົາໃຈໃສ່ ປັບປຸງຕົນເອງຕາມແຕ່ລະສະໄໝ ຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງ ໜັກແໜ້ນເຂັ້ມແຂງ, ມີລະບົບຄະນະປະຈໍາ, ຄະນະທີ່ປຶກສາຕ່າງໆ, ເພີ່ມຈໍານວນກໍາມະການ ແນວລາວສ້າງຊາດ ຕາມໃນຂົງເຂດພັກ-ລັດ, ເອກະຊົນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ-ໄວ ແລະ ຄົນເຊື້ອຊາດລາວ ຢູ່ ຕ່າງປະເທດ, ປັບປຸງກົດລະບຽບ ແນວລາວສ້າງຊາດ, ລະບອບ-ແບບແຜນວິທີເຮັດວຽກ, ບໍາລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ໃນຂະບວນ ການວຽກງານຕົວຈິງ ທັງທາງດ້ານປະລິມານ ແລະ ຄຸນນະພາບ.
ການຈາກໄປຂອງ ສະຫາຍ ເລຂາ ຟຽວ ເປັນການສູນເສຍຜູ້ນໍາປະຕິວັດ ທີ່ອົງອາດກ້າແກ່ນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ. ຕະຫລອດຊີວິດແຫ່ງການ ເຄື່ອນໄຫວປະຕິວັດຂອງຕົນ, ສະຫາຍ ໄດ້ອຸທິດຊີວິດ, ເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດ ເປັນເອກະພາບ ແລະ ໃນພາລະກິດການປ່ຽນແປງໃໝ່ ຂອງພັກກອມມູນິດ ຫວຽດນາມ ເຊິ່ງເຮັດໃຫ້ປະເທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ຍສໝ - ເມື່ອບໍ່ດົນມານີ້, ການແຂ່ງຂັນກິລາມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ ຫວຽດນາມ (2-9-1945/2-9-2020), ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28-8-1945/28-8-2020) ແລະ75 ປີແຫ່ງວັນມູນເຊື້ອຕໍາຫຼວດປະຊາຊົນຫວຽດນາມ (19-8-1945/19-8-2020) ໄດ້ດໍາເນີນຢູ່ນະຄອນຫຼວງວຽງຈັນ.