ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ໝາກຜົນຫຼາຍຢ່າງທີ່ແທດຈິງໃນການຮ່ວມມືຊາຍແດນຫວຽດນາມ - ລາວ

ຍ​ສໝ - ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີ ແລະຜັນຂະຫຍາຍຢ່າງມີປະສິດທິຜົນໃນທຸກຂົງເຂດ. ພິເສດ, ໃນການຮ່ວມມືຊາຍແດນ, ສອງປະເທດໄດ້ປະສານສົມທົບຢ່າງ ແໜ້ນແຟ້ນໃນການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ​ນຳ​ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເຂົ້າ​ສູ່​ລວງ​ເລິກ .

ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ - ລາວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ

ຍ​ສ​ໝ - ທ່ານ ເຈິ່ນ​ເຍິດ​ແທັ່ງ, ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ​ຕີ​ລາ​ຄາ​ວ່າ, ເຖິງວ່າ ຊຸມ​ເດືອນ​ຕົ້ນ​ປີນີ້, ໂລກ​ລະ​ບາດ Covid – 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກໍ່​ຕາມ, ແຕ່​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ທຸກ​ດ້ານ​ຄື: ການ​ເມືອງ​, ເສດ​ຖະ​ກິດ, ການ​ທູດ ແລະ ການ​ປ້ອງ​ກັ​ນ​ຄວາມ​ສະ​ຫງົບ.

ນາຍົກ ເນັ້ນໃຫ້ເຂັ້ມງວດການເຂົ້າ-ອອກເມືອງ ສ່ວນຮ້ານບັນເທີງ ຫາກຝ່າຝືນ ລົງໂທດຕາມລະບຽບການ

ນາຍົກ ເນັ້ນໃຫ້ເຂັ້ມງວດການເຂົ້າ-ອອກເມືອງ ສ່ວນຮ້ານບັນເທີງ ຫາກຝ່າຝືນ ລົງໂທດຕາມລະບຽບການ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້ເນັ້ນ​ ໃຫ້​ພາກສ່ວນ​ກ່ຽວຂ້ອງ​ຈັດ​ ຕັ້ງ​ປະຕິບັດ​ມາດ​ຕະການ​ທີ່​ລັດຖະບານ ແລະ ຄະນະ​ສະ ເພາະ​ກິດ​ວາງ​ອອກ ພ້ອມ​ທັງ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ການ​ເຂົ້າ​-​ອອກ​ເມືອງ ຫາກ​ພົບ​ເຫັນ​ຜູ້​ລັກລອບ​ເຂົ້າ​ເມືອງ​ໃຫ້​ນຳໄປ​ກວດ​ຫາ​ເຊື້ອ ພ້ອມ​ດຳເນີນ​ຕາມ​ກົດ​ໝາຍ. ໃນ​ຂະນະ​ທີ່​ຮ້ານ​ບັນເທີງ, ຮ້ານ​ເຫຼົ້າ​-​ເບຍ ທີ່​ລັດຖະບານ​ສັ່ງ​ປິດ​ຊົ່ວຄາວ​ນັ້ນ ຫາກ​ລະເມີດ​ໃຫ້​ດຳເນີນ​ການ​ຕັກເຕືອນ, ປັບໃໝ ແຕ່​ຖ້າ​ຫາກ​ຍັງ​ຝ່າຝືນ​ອີກ​ໃຫ້​ລົບ​ລ້າງ​ໃບ​ອະນຸຍາດ ແລະ ໃບ​ທະບຽນ​ດຳເນີນ​ວິ​ສາ​ຫະ​ກິດ.

ປະເທດລາວໄດ້ຈັດພິທີເອົາທຸງຊາດຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 53 ປີຂອງອາຊຽນ

ປະເທດລາວໄດ້ຈັດພິທີເອົາທຸງຊາດຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງວັນຄົບຮອບ 53 ປີຂອງອາຊຽນ

ວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະ ທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 53 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ (8 ສິງຫາ 1967-8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ປະຊາຄົມອາຊຽນ (23 ກໍລະ ກົດ 1997-23 ກໍລະກົດ 2020).

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello Britto), ເພື່ອມາດຳ ລົງຕຳແໜ່ງເປັນຜູ້ຕາງໜ້າຂອງ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ຄົນໃໝ່.

ລາຍຮັບຂະແໜງທ່ອງທ່ຽວແຂວງວຽງຈັນຫລຸດລົງ ກວ່າ 70% ຫລັງໄດ້ຮັບຜົນກະທົບຈາກໂຄວິດ-19

ລາຍຮັບຂະແໜງທ່ອງທ່ຽວແຂວງວຽງຈັນຫລຸດລົງ ກວ່າ 70% ຫລັງໄດ້ຮັບຜົນກະທົບຈາກໂຄວິດ-19

ທ່ານ ນາງ ອິ່ນຄໍາ ພັນດາລາ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນຜ່ານມານີ້ວ່າ: ໃນໄລຍະປ້ອງກັນ ແລະ ເຝົ້າລະວັງການແຜ່ລະບາດຂອງ ໂຄວິດ-19 ຄະນະພັກອົງການປົກຄອງ ກໍຄື ຂະແໜງ ຖວທ ພາຍໃນແຂວງໄດ້ຊຸກຍູ້ໃຫ້ພະນັກງານ, ປະຊາຊົນ ຕະຫລອດຮອດຜູ້ປະກອບການ ທຸລະກິດທ່ອງທ່ຽວ ຫັນຈາກວິກິດການເປັນໂອກາດ ປັບປຸງກິດຈະການຕ່າງໆ ໃຫ້ດີຮັບປະກັນ ແລະ ປະດັບປະດາໃຫ້ຈົບງາມກວ່າເກົ່າ.

ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ

ຍສໝ - , ການພົວພັນລະຫວ່າງ ປະຊາຊົນກູບາ ກັບ ປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ເພື່ອເປົ້າໝາຍຂອງການປະຕິວັດອັນສະຫງ່າລາສີ, ຕໍ່ສູ້ຕ້ານກັບຈັກກະພັດ, ເພື່ອຄວາມສະຫງົບສຸກ, ເອກະລາດແຫ່ງຊາດ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.    

ສາທາລະນະສຸກ ຮຽກຮ້ອງການສະໜັບສະໜູນ ເພື່ອເພີ່ມ ອັດຕາປົກຄຸມການໃຫ້ວັກແຊັງກັນພະຍາດ ຢູ່ ສປປ ລາວ

ສາທາລະນະສຸກ ຮຽກຮ້ອງການສະໜັບສະໜູນ ເພື່ອເພີ່ມ ອັດຕາປົກຄຸມການໃຫ້ວັກແຊັງກັນພະຍາດ ຢູ່ ສປປ ລາວ

ໃນວັນທີ 4 ເດືອນ ສິງຫາ ປີ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ຮ່ວມກັບອົງການອຸຍນີເຊບ ປະຈຳ ສປປ ລາວ ຈັດກອງປະຊຸມຂົນຂວາຍ ຂໍການສະໜັບສະໜູນ ກ່ຽວກັບວຽກງານ ການບໍລິການ ໃຫ້ວັກແຊັງກັນພະຍາດ ຈຸດປະສົງ ເພື່ອເສີມສ້າງການຮ່ວມມືກັນ ໃນການແກ້ໄຂອັດຕາປົກຄຸມ ຂອງການໃຫ້ວັກແຊັງ ກັນພະຍາດຕໍ່າ ເຊິ່ງໄດ້ຖືກຜົນກະທົບ ໂດຍການລະບາດຂອງເຊື້ອ ພະຍາດໂຄວິດ-19 ແລະ ເພື່ອຮັບປະກັນການ ບໍລິການໃຫ້ວັກແຊັງ ໄປຮອດໄປເຖິງເດັກນ້ອຍທຸກຄົນຢູ່ທົ່ວປະເທດ.

ລາວ - ດ້ຽນບຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ລາວ - ດ້ຽນບຽນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຍສໝ -  ເມື່ອບໍ່ດົນມານີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳ ແຂວງ ດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ.ຫວຽດນາມ.

60 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງວິທະຍຸກະຈ່າຍສຽງແຫ່ງຊາດລາວ

60 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂອງວິທະຍຸກະຈ່າຍສຽງແຫ່ງຊາດລາວ

ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ແລະ ວັນສ້າງຕັ້ງສະຖານີວິທະຍຸແຫ່ງຊາດ ຄົບຮອບ 60 ປີ (13 ສິງຫາ 1960-13 ສິງຫາ 2020). ທ່ານ ໂພສີ ແກ້ວມະນີ ຜູ້ອໍານວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນທ້າຍອາທິດຜ່ານມາ ໂດຍມີບາງຕອນສຳຄັນວ່າ: ຊຸມທ້າຍຊຸຸມ ປີ 1960 ຢູ່ປະເທດລາວເຮົາ, ສົງຄາມຕໍ່ສູ້ເພື່ອປົດປ່ອຍຊາດ ຈາກຈັກກະພັດລ່າເມືອງຂຶ້ນ ໄດ້ເພີ່ມທະວີຄວາມຮຸນແຮງ, ພວກສັດຕູໄດ້ຖິ້ມລະເບີດເປັນຈໍານວນຫລາຍ ເພື່ອດັບມອດກໍາລັງປະຕິວັດແນວລາວຮັກຊາດ, ເວລານັ້ນການສົ່ງຂ່າວສານ ເພື່ອລາຍງານສະພາບການຕ່າງໆໃຫ້ກໍາລັງທະຫານ ແລະ ການປຸກລະດົມຂົນຂວາຍປະຊາຊົນ ໃຫ້ເຂົ້າຮ່ວມການຂະ ບວນການປະຕິວັດ ດ້ວຍໃບຂ່າວ ຫລື ໜັງສືພີມ ແມ່ນມີຄວາມລໍາບາກທີ່ສຸດ.

ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍ ໃຫ້ກໍາລັງຕໍາຫຼວດແຂວງກວ້າງຈິ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນກວ້າງຈິ  ສສ.ຫວຽດນາມ

ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍ ໃຫ້ກໍາລັງຕໍາຫຼວດແຂວງກວ້າງຈິ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນກວ້າງຈິ ສສ.ຫວຽດນາມ

ຍສໝ -  ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ. 

ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາການພົວພັນ ລາວ - ຫວຽດນາມ

ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບຫວຽດນາມ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະພັດທະນາການພົວພັນ ລາວ - ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ທີ່ ນະຄອນນິງບິ່ງ, ແຂວງນິງບິ່ງ, ຄະນະຕິດຕໍ່ສະມາຄົມເພື່ອນຮ່ວມຖັນແຖວພົນລະພາກຫຼວງ 678 ຮ່ານາມນິງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນເຂົ້າເປັນທະຫານ ປະຕິບັດພັນທະສາກົນຢູ່ ລາວ (8/1980 - 8/2020).

ປະເທດລາວ ໄດ້ເຂົ້າສູ່ໄລຍະທີ 5 ຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19

ປະເທດລາວ ໄດ້ເຂົ້າສູ່ໄລຍະທີ 5 ຂອງການປ້ອງກັນ ແລະ ຄວບຄຸມພະຍາດ COVID-19

ຍສໝ - ວັນທີ 2 ສິງຫາ ເຊິ່ງເປັນມື້ທຳອິດທີ່ປະເທດລາວ ໄດ້ປະຕິບັດມາດຕະການແຍກອອກຫ່າງທາງສັງຄົມ ເຊິ່ງແກ່ຍາວຮອດວັນທີ 31 ສິງຫາ ຕາມແຈ້ງການຂອງຫ້ອງການນາຍົກລັດຖະມົນຕີ ສປປ.ລາວ.

ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕີລາຄາສູງວຽກງານບໍາລຸງສ້າງຊັບພະຍາກອນມະນຸດຂອງແຂວງເຊີນລາ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ

ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຕີລາຄາສູງວຽກງານບໍາລຸງສ້າງຊັບພະຍາກອນມະນຸດຂອງແຂວງເຊີນລາ ໃຫ້ແກ່ບັນດາແຂວງພາກເໜືອຂອງລາວ

ຍສໝ -  ຫວ່າງແລ້ວນີ້, ທີ່ການເຮັດວຽກ, ທ່ານ ແສງເພດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ມາຢ້ຽມຢາມນັກສຶກສາລາວທີ່ພວມຮໍ່າຮຽນໃນບໍລິເວນແຂວງເຊີນລາ.

ລາວ: ສືບຕໍ່ຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ແລະ ຄວບຄຸມໃນໄລຍະແຕ່ ວັນທີ 1-31 ສິງຫາ 2020

ລາວ: ສືບຕໍ່ຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ແລະ ຄວບຄຸມໃນໄລຍະແຕ່ ວັນທີ 1-31 ສິງຫາ 2020

ໃນວັນທີ 30 ກໍລະກົດ 2020 ຢູ່ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດ ມາດຕະການຜ່ອນຜັນ, ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ Covid-19.

ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ

ນາຍົກລັດຖະມົນຕີ ເນັ້ນໃຫ້ສະມາຊິກລັດຖະບານ ສຸມໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ

ກອງປະຊຸມລັດຖະບານ ປະຈໍາເດືອນກໍລະກົດ 2020 ທີ່ຈັດຂຶ້ນເມື່ອ ທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຊຶ່ງທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ປະຕິບັດວຽກງານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ.

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ຄະນະພົວພັນຕ່າງປະເທດສູນກາງພັກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

ໃນວັນທີ 28 ກໍລະກົດ 2020, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານ ສູນກາງພັກສະໄໝທີ X ແລະ ເລົ່າມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/71955-20 /72020). ໃຫ້ກຽດເຜີຍແຜ່ ແລະ ເລົ່າມູນເຊື້ອ ໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີບັນດາສະຫາຍ ໃນຄະນະພັກ, ຄະນະກົມ, ຄະນະພະແນກ, ສະມາຊິກພັກ, ພະນັກງານຫລັກແຫລ່ງ ທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ລັດຖະມົນຕີການຕ່າງປະເທດລາວ ຖືວ່າ ຫວຽດນາມໄດ້ມີການປະກອບສ່ວນສໍາຄັນຫຼາຍຢ່າງໃນຖານະຕໍາແໜ່ງເປັນປະທານ ກໍ່ຄືໃນຖານະຕໍາແໜ່ງເປັນສະມາຊິກຂອງອາຊຽນ

ລັດຖະມົນຕີການຕ່າງປະເທດລາວ ຖືວ່າ ຫວຽດນາມໄດ້ມີການປະກອບສ່ວນສໍາຄັນຫຼາຍຢ່າງໃນຖານະຕໍາແໜ່ງເປັນປະທານ ກໍ່ຄືໃນຖານະຕໍາແໜ່ງເປັນສະມາຊິກຂອງອາຊຽນ

ຍສໝ - "ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນບໍ່ພຽງແຕ່ໃນການນໍາພາອາຊຽນ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນຄວາມສາມາດຂອງຕົນໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນໂລກ ແລະໃນພາກພື້ນອີກດ້ວຍ. ນີ້ແມ່ນຫຼັກຖານພະຍານທີ່ຈະແຈ້ງກ່ຽວກັບບົດບາດທີ່ພົ້ນເດັ່ນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020".