ໃນວັນທີ 20 ສິງຫາ 2020 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານປອ ໄຊສົມພອນ ພົມວິຫານ - ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງດຣ ເພຍຣີແບນ ໂລບຣິດໂຕ - ຜູ້ຕາງໜ້າຂອງອົງ ການອຸຍນີເຊັບຄົນໃໝ່ ປະຈຳ ສປປ ລາວ.
ຍສໝ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກຢູ່ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນກາອາຍຸພັກ 70 ປີ ໃຫ້ແກ່ທ່ານ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ລາວ.
ຍສໝ - ໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ດ່ານຊາຍແດນສາກົນເກົ່າແຈວ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຄັ້ງທີ 2 ໃຫ້ແກ່ກອງທັບປະຊາຊົນລາວ.
ໃນວັນທີ 21 ສິງຫາ 2020 ນີ້, ທີ່ສະໜາມບິນທົ່ງໄຫຫີນ, ເມືອງແປກ ແຂວງຊຽງຂວາງ ໄດ້ເກີດຂຶ້ນພິທີມອບ - ຮັບຫ້ອງທົດລອງອູ່ສ້ອມແປງເຮືອບິນທະຫານອາກາດກອງທັບປະຊາຊົນລາວ ລະຫວ່າງຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ.
ຍສໝ - ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3 ຈະ ດຳເນີນໃນວັນທີ 24 ສິງຫາຕາມຮູບແບບທາງອອນລາຍ.
ຍສໝ - ເມື່ອບໍ່ດົນມານີ້, ລາວ ໄດ້ຈັດຕັ້ງພິທີສົ່ງຄະນະນັກກິລາອອກເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ຄັ້ງທີ 6 ປີ 2020 ເຊິ່ງໄດ້ຈັດຕັ້ງ ຢູ່ ລັດເຊຍ.
ພິທີເປີດໂຄງການດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 18 ສິງຫາ 2020 ທີ່ນະຄອນຫລງວຽງຈັນ, ໂດຍ ທ່ານ ໄບຣອັນ ອຸປະທູດ ອີຢູປະຈຳລາວ ກ່າວວ່າ: ໂຄງການດັ່ງກ່າວ, ເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ໃນການຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ແນໃສ່ຫລຸດ ຜ່ອນຄວາມສ່ຽງ, ຜົນກະທົບທາງ ເສດຖະກິດ-ສັງຄົມ ແລະ ສຸຂະພາບ ຂອງປະຊາຊົນລາວ ບັນດາເຜົ່າ ຈາກການລະບາດຂອງໂຄວິດ-19.
ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.
ເມື່ອບໍ່ດົນມານີ້, ຢູ່ທີ່ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມຖ່າຍທອດສົດ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ.ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020.
ຍສໝ -ຕາມທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ອາຊຽນ ເອກະພາບ ພັນທະວົງ ແລ້ວ, ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ໄດ້ມີ “ບົດບາດຕັ້ງໜ້າ ແລະ ສຳເລັດຜົນເປັນໜ້າຊື່ນຊົມ”.
ຍສໝ - ໃນວັນທີ່ 18 ສິງຫາ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ, ສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2020 ແລະ ວັນຄົບຮອບ 15 ປີແຫ່ງວັນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ (19 ສິງຫາ 2005 - 19 ສິງຫາ 2020).
ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານ ພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາ ໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການ ຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງ ບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ.
ຍສໝ - ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 22 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 776.800 ຄົນ.
ຍສໝ - ລາຍຮັບລວມຂອງບໍລິສັດ Vinamilk ຫວຽດນາມ ໄດ້ບັນລຸ 29,648 ຕື້ດົງ, ເພີ່ມຂຶ້ນ 6,7% ທຽບໃສ່ໄລຍະດຽວກັນຂອງປີ 2019 ແລະ ປະຕິບັດໄດ້ 50% ຂອງແຜນການ.
ຍສໝ - ອົງການຄູ່ຮ່ວມມືທົ່ວໂລກກ່ຽວກັບການສຶກສາ ໄດ້ຮັບຮອງເອົາໂດຍ UNICEF ເຊິ່ງໄດ້ລົງນາມໃນສັນຍາການຊ່ວຍເຫຼືອໃຫ້ແກ່ປະເທດລາວ 7 ລ້ານໂດລາເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19 ໃນຂະແໜງການສຶກສາ.
ຍສໝ - ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຈະເຮັດວຽກຢ່າງໃກ້ຊິດເພື່ອຈັດກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພັດທະນາເຊິ່ງກັນ ແລະ ກັນ.
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 14 ສິງຫາ 2020 ຢູ່ກະຊວງສາທາລະນະສຸກ ວ່າ: ໃນວັນທີ 13 ສິງຫາ 2020 ໄດ້ເກັບຕົວຢ່າງມາວິເຄາະທັງໝົດ 115 ຄົນ ທີ່ຂີ່ຍົນຖ້ຽວບິນ QV922A ບິນຕົງຈາກອິນຊອນ ສ ເກົາຫລີ ມາໜາມບິນວັດໄຕ ນະຄອນຫລວງວຽງຈັນ ໃນວັນທີ 12 ສິງຫາ 2020 ເຊິ່ງຜົນການເກັບຕົວຢ່າງ ທັງໝົດໄດ້ພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ.
ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.
ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.
ຍສໝ - ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.