ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງ ສປປ.ລາວ ແລະ ອົງການ ຢູນິເຊັບ

ເພີ່ມທະວີການຮ່ວມມື ແລະ ການປົກປ້ອງເດັກ ລະຫວ່າງ ສປປ.ລາວ ແລະ ອົງການ ຢູນິເຊັບ

ໃນວັນທີ 20 ສິງຫາ 2020 ທີ່ສຳນັກງານສູນກາງແນວລາວສ້າງຊາດ, ທ່ານປອ ໄຊສົມພອນ ພົມວິຫານ - ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງດຣ ເພຍຣີແບນ ໂລບຣິດໂຕ - ຜູ້ຕາງໜ້າຂອງອົງ ການອຸຍນີເຊັບຄົນໃໝ່ ປະຈຳ ສປປ ລາວ.

ຊາວຫວຽດນາມ ອາໄສຢູ່ລາວ ຜູ້ທໍາອິດໄດ້ຮັບຫຼຽນກາອາຍຸພັກ 70 ປີ

ຊາວຫວຽດນາມ ອາໄສຢູ່ລາວ ຜູ້ທໍາອິດໄດ້ຮັບຫຼຽນກາອາຍຸພັກ 70 ປີ

ຍສໝ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກຢູ່ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນກາອາຍຸພັກ 70 ປີ ໃຫ້ແກ່ທ່ານ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ລາວ. 

ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດມູນຄ່າ 1 ຕື້ດົ່ງ ເພື່ອຊ່ວຍກອງທັບລາວ ສະກັດກັ້ນໂລກລະບາດ COVID-19

ຫວຽດນາມ ໄດ້ມອບເຄື່ອງອຸປະກອນການແພດມູນຄ່າ 1 ຕື້ດົ່ງ ເພື່ອຊ່ວຍກອງທັບລາວ ສະກັດກັ້ນໂລກລະບາດ COVID-19

ຍສໝ -  ໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ດ່ານຊາຍແດນສາກົນເກົ່າແຈວ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຄັ້ງທີ 2 ໃຫ້ແກ່ກອງທັບປະຊາຊົນລາວ.

ພິທີໄຂການນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງເຮືອບິນທະຫານອາກາດ ລະຫວ່າງກອງທັບລາວ - ຣັດເຊຍ

ພິທີໄຂການນຳໃຊ້ຫ້ອງທົດລອງຂອງອູ່ສ້ອມແປງເຮືອບິນທະຫານອາກາດ ລະຫວ່າງກອງທັບລາວ - ຣັດເຊຍ

ໃນວັນທີ 21 ສິງຫາ 2020 ນີ້, ທີ່ສະໜາມບິນທົ່ງໄຫຫີນ, ເມືອງແປກ ແຂວງຊຽງຂວາງ ໄດ້ເກີດຂຶ້ນພິທີມອບ - ຮັບຫ້ອງທົດລອງອູ່ສ້ອມແປງເຮືອບິນທະຫານອາກາດກອງທັບປະຊາຊົນລາວ ລະຫວ່າງຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສ.ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ.

ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງໄດ້ຈັດຂຶ້ນດ້ວຍຫົວຂໍ້

ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງໄດ້ຈັດຂຶ້ນດ້ວຍຫົວຂໍ້ "ເພີ່ມທະວີການຮ່ວມມືເພື່ອຄວາມວັດ​ທະ​ນາ​ຖາ​ວອນ​ລວມ"

ຍ​ສ​ໝ - ກອງປະຊຸມສຸດຍອດການຮ່ວມມືແມ່ນໍ້າລ້ານຊ້າງ - ແມ່ນໍ້າຂອງຄັ້ງທີ 3 ຈະ ດຳເນີນໃນວັນທີ 24 ສິງຫາຕາມ​ຮູບ​ແບບ​ທາງ​ອອນ​ລາຍ.

ລາວ ສົ່ງຄະນະນັກກິລາອອກເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ຄັ້ງທີ 6 ປີ 2020

ລາວ ສົ່ງຄະນະນັກກິລາອອກເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ຄັ້ງທີ 6 ປີ 2020

ຍສໝ -  ເມື່ອບໍ່ດົນມານີ້, ລາວ ໄດ້ຈັດຕັ້ງພິທີສົ່ງຄະນະນັກກິລາອອກເດີນທາງໄປເຂົ້າຮ່ວມງານແຂ່ງຂັນການທະຫານສາກົນ ຄັ້ງທີ 6 ປີ 2020  ເຊິ່ງໄດ້ຈັດຕັ້ງ ຢູ່ ລັດເຊຍ.

ສະຫະພາບເອີຣົບ ສະໜອງທຶນ 2 ລ້ານກວ່າເອີໂຣ ເຂົ້າໃນວຽກຕ້ານການລະບາດໂຄວິດ-19 ຢູ່ລາວ

ສະຫະພາບເອີຣົບ ສະໜອງທຶນ 2 ລ້ານກວ່າເອີໂຣ ເຂົ້າໃນວຽກຕ້ານການລະບາດໂຄວິດ-19 ຢູ່ລາວ

ພິທີ​ເປີດ​ໂຄງການ​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ ​ໃນ​ວັນ​ທີ 18 ສິງຫາ 2020 ທີ່ນະຄອນຫລງວຽງຈັນ, ​ໂດຍ ທ່ານ ໄບຣອັນ ອຸປະທູດ ອີຢູປະຈຳລາວ ​ກ່າວວ່າ: ໂຄງການດັ່ງກ່າວ, ເປັນສ່ວນໜຶ່ງໃນການສະໜັບສະໜູນລັດຖະບານລາວ ໃນການຕອບໂຕ້ການລະບາດ ຂອງພະຍາດໂຄວິດ-19 ແນໃສ່ຫລຸດ ຜ່ອນຄວາມສ່ຽງ, ຜົນກະທົບທາງ ເສດຖະກິດ-ສັງຄົມ ແລະ ສຸຂະພາບ ຂອງ​ປະຊາຊົນ​ລາວ ​ບັນດາ​ເຜົ່າ ຈາກການລະບາດຂອງ​ໂຄ​ວິດ-19.

ສະມາຄົມມິດຕະພາບອີຕາລີ ແລະ ລາວ ໄດ້ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ ທ່ານ ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ແກ່​ມໍ​ລະ​ນະ​ກຳ

ສະມາຄົມມິດຕະພາບອີຕາລີ ແລະ ລາວ ໄດ້ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ ທ່ານ ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ແກ່​ມໍ​ລະ​ນະ​ກຳ

ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.

ເພີ່ມທະວີການຮ່ວມມືດ້ານຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ລະຫວ່າງກອງທັບ ລາວ-ຍີ່ປຸ່ນ

ເພີ່ມທະວີການຮ່ວມມືດ້ານຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ລະຫວ່າງກອງທັບ ລາວ-ຍີ່ປຸ່ນ

ເມື່ອບໍ່ດົນມານີ້, ຢູ່ທີ່ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມຖ່າຍທອດສົດ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ.ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020.

ເອກອັກຄະລັດຖະທູດລາວ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ

ເອກອັກຄະລັດຖະທູດລາວ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ

ຍສໝ -ຕາມທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ອາຊຽນ ເອກະພາບ ພັນທະວົງ ແລ້ວ, ໃນຖານະເປັນປະທານອາຊຽນ 2020,  ຫວຽດນາມ ໄດ້ມີ “ບົດບາດຕັ້ງໜ້າ ແລະ ສຳເລັດຜົນເປັນໜ້າຊື່ນຊົມ”.

ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

ຍສໝ - ໃນວັນທີ່ 18 ສິງຫາ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ, ສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2020 ແລະ ວັນຄົບຮອບ 15 ປີແຫ່ງວັນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ (19 ສິງຫາ 2005 - 19 ສິງຫາ 2020).

ສະຖິຕິການຂຶ້ນທະບຽນຍານພາຫະນະແຕ່ລະປີ ຢູ່ ສປປ ລາວ ເພີ່ມຂຶ້ນປະມານ 14%

ສະຖິຕິການຂຶ້ນທະບຽນຍານພາຫະນະແຕ່ລະປີ ຢູ່ ສປປ ລາວ ເພີ່ມຂຶ້ນປະມານ 14%

ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານ ພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາ ໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການ ຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງ ບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ.

ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19

ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19

ຍສໝ - ອົງການຄູ່ຮ່ວມມືທົ່ວໂລກກ່ຽວກັບການສຶກສາ ໄດ້ຮັບຮອງເອົາໂດຍ UNICEF ເຊິ່ງໄດ້ລົງນາມໃນສັນຍາການຊ່ວຍເຫຼືອໃຫ້ແກ່ປະເທດລາວ 7 ລ້ານໂດລາເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19 ໃນຂະແໜງການສຶກສາ.

ສູນກາງແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບ ສູນກາງແນວລາວສ້າງຊາດ

ສູນກາງແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບ ສູນກາງແນວລາວສ້າງຊາດ

ຍສໝ - ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຈະເຮັດວຽກຢ່າງໃກ້ຊິດເພື່ອຈັດກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພັດທະນາເຊິ່ງກັນ ແລະ ກັນ.

ລາວ:  ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

ລາວ: ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 14 ສິງຫາ 2020 ຢູ່ກະຊວງສາທາລະນະສຸກ ວ່າ: ໃນວັນທີ 13 ສິງຫາ 2020 ໄດ້ເກັບຕົວຢ່າງມາວິເຄາະທັງໝົດ 115 ຄົນ ທີ່ຂີ່ຍົນຖ້ຽວບິນ QV922A ບິນຕົງຈາກອິນຊອນ ສ ເກົາຫລີ ມາໜາມບິນວັດໄຕ ນະຄອນຫລວງວຽງຈັນ ໃນວັນທີ 12 ສິງຫາ 2020 ເຊິ່ງຜົນການເກັບຕົວຢ່າງ ທັງໝົດໄດ້ພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ.

ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື

ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື

ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ກອງບັນຊາການທະຫານຊາຍແດນແຂວງເງະອານ ສສ.ຫວຽດນາມ ແລະກອງບັນຊາການທະຫານແຂວງບໍລິຄໍາໄຊ ສປປ.ລາວ ຈັດຕັ້ງການລາດຕະເວນສອງຝ່າຍຕາມເສັ້ນຊາຍແດນ

ຍສໝ - ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນຕາມເສັ້ນຊາຍແດນ ຫວຽດນາມ-ລາວ ແລະຫຼັກໝາຍຊາຍແດນເລກທີ 441, ນີ້ແມ່ນຫຼັກໝາຍທີ່ປັກຢູ່ໄກ, ທາງໄປມາປະສົບຄວາມຫຍຸ້ງຍາກຫຼາຍ.

ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ຍ​ສ​ໝ - ການ​ຈາກ​ໄປ​ຂອງ ສະ​ຫາຍ ເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ; ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫາຍ ເລຂາຟຽວໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ.