ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຍສໝ - ທ່ານຮອງລັດຖະມົນຕີກະຊວງແຜນການແລະການລົງທຶນເຈິ່ນຢຸຍດົງ ຢືນຢັນວ່າຂໍ້ລິເລີ່ມຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນແມ່ນຮູບແບບການຮ່ວມມືພິເສດ ແລະ ມີປະສິດທິຜົນທີ່ສຸດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນໃນການປະຕິບັດມາເປັນ 17 ປີ.
ທ້າຍເດືອນ ພະຈິກ 2020 ຜ່ານມາ, ຢູ່ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນ ບົດບັນທຶກການຮ່ວມມື ໃນຂະແໜງການສາທາລະນະສຸກ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ເຄໂສ ທາເກວາກະ, ເອກອັກຄະລາຊະທູດ ຍີ່ປຸ່ນປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ, ເຊິ່ງບົດບັນທຶກດັ່ງກ່າວນີ້, ລາວ ແລະ ຍີ່ປຸ່ນຈະສົ່ງເສີມການຮ່ວມມື ໃນຂະແໜງການພັດທະນາ ຊັບພະຍາ ກອນມະນຸດ, ການເງິນເພື່ອສຸຂະພາບ, ການບໍລິການ ແລະ ການປັບປຸງຄຸນະພາບການປິ່ນປົວ, ກົງຈັກການຄຸ້ມຄອງ ສາທາລະນະສຸກ ແລະ ການບໍລິຫານ ແລະ ລະບົບຂໍ້ມູນ ດ້ານສຸຂະພາບ.
ຍສໝ - ກອງປະຊຸມ “ພົບປະຍີ່ປຸ່ນ 2020” ນອນໃນຂອບເຂດບັນດາການເຄື່ອນໄຫວໂດຍກະຊວງການຕ່າງປະເທດຈັດຕັ້ງເປັນປະທານ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃນຊຸມປີທີ່ຜ່ານມາ ຜ່ານການໜູນຊ່ວຍອຳນາດການປົກຄອງ ແລະ ວິສາຫະກິດບັນດາທ້ອງຖິ່ນ ຫວຽດນາມ ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ໃນນັ້ນໄດ້ສຸມໃສ່ການເພີ່ມທະວີການຮ່ວມສຳພັນ, ຮ່ວມມືກັບບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືສຳຄັນ ຂອງ ຫວຽດນາມໃນໂລກ.
ໃນວັນທີ 25 ພະຈິກ 2020, ທີ່ນະຄອນຫລວງວຽງຈັນ, ທ່ານ ທາ ເກວະກະ ເຄໂຊ ເອກອັກຄະຣາຊະທູດຍີປຸ່ນ ປະຈຳ ສປປ ລາວ ໄດ້ເຂົ້າພົບປະ ແລະ ສະແດງ ຄວາມຍິນດີ, ຊົມເຊີຍ ຕໍ່ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ໄດ້ດຳລົງຕຳແໜ່ງໃໝ່.
ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ແຂວງ Gunma ເວົ້າສະເພາະ.
ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຍີ່ປຸ່ນ, ສ.ເກົາຫຼີ ແລະ ສາຍການບິນຕ່າງໆ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ປະຕິບັດ 3 ຖ້ຽວບິນ ເພື່ອນຳສົ່ງພົນລະເມືອງເກືອບ 500 ຄົນຫວຽດນາມ ກັບຄືນປະເທດຫວຽດນາມ ຢ່າງປອດໄພ.
ຍສໝ - ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ “ປະສົບຜົນສຳເລັດຢ່າງດີງາມ” ຍ້ອນຄວາມດີເດັ່ນຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020.
ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ.
ຍສໝ - ໃນວັນທີ 12 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ຍີ່ປຸ່ນ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດບ້ານຢ່າງປອດໄພ.
ຍສໝ - ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
ຍສໝ - ທີ່ການພົບປະໃນຕອນບ່າຍວັນທີ 29 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ແລະ ເອກອັກຄະລັດຖະທູດ ຍີ່ປຸ່ນ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຢູ່ບັນດາເວທີປາໄສ...
ຍສໝ - ຍີ່ປຸ່ນໄດ້ຮັບເອົາແຮງງານຫວຽດນາມເຂົ້າເຮັດວຽກໃນ 14 ອາຊີບ ແລະລັດຖະບານຍີ່ປຸ່ນໄດ້ເພີ່ມ 7 ຕຳແໜ່ງຢ່າງເປັນທາງການໃນຂົງເຂດກໍ່ສ້າງທີ່ໄດ້ຮັບອະນຸຍາດໃຫ້ຮັບເອົາແຮງງານທີ່ມີລັກສະນະພິເສດແມ່ນ ຄົນຕ່າງປະເທດ, ໃນນັ້ນມີຄົນງານຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.
ຍສໝ - ອີງຕາມຂໍ້ມູນຈາກກະຊວງການຕ່າງປະເທດຫວຽດນາມ, ຫວຽດນາມ ແລະ ຍີ່ປຸ່ນໄດ້ຕົກລົງເຫັນດີ ກ່ຽວກັບການນຳໃຊ້ຂັ້ນຕອນການເດີນທາງໄລຍະສັ້ນ (ເຊິ່ງເອີ້ນວ່າລະບຽບການເດີນທາງບູລິມະສິດລະຫວ່າງສອງປະເທດ), ທີ່ບໍ່ຕ້ອງປະຕິບັດການແຍກອອກຫ່າງເຕົ້າໂຮມ ນັບແຕ່ວັນທີ 1 ພະຈິກ 2020.
ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແຕ່ວັນທີ 18-20 ຕຸລາ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນສາກົນ.
ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.
ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ, ຫວຽດນາມຈະສືບຕໍ່ຢຶດໝັ້ນກັບແນວທາງນະໂຍບາຍການຕ່າງປະເທດ ເອກກະລາດ, ສັນຕິພາບ, ຮ່ວມມືແລະພັດທະນາ, ຫັນເປັນຫຼາຍຝ່າຍແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ສົ່ງເສີມການພົວພັນກັບບັນດາຄູ່ຮ່ວມມືນັບມື້ນັບເຂົ້າສູ່ເລິກເຊິ່ງ, ໃນນັ້ນຍີ່ປຸ່ນຍາມໃດກໍ່ໄດ້ ກຳນົດວ່າເປັນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານດ້ວຍຄວາມໜ້າເຊື່ອຖືສູງ.