ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ

ໃນວັນທີ 13 ຕຸລາ 2020, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໄດ້ລາຍງານສະພາບ ການລະບາດໃນ ສປປ ລາວ ໃຫ້ຮູ້ວ່າ: ໃນວັນທີ 12 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 607 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 211 ຕົວຢ່າງ, ແຮງງານຈີນ 382 ຕົວຢ່າງ, ແຮງງານຫວຽດນາມ 10 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ເຊິ່ງຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ລາວ-ສະຫະພັນຣັດເຊຍ: ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ

ລາວ-ສະຫະພັນຣັດເຊຍ: ການພົວພັນຮ່ວມມືລະຫວ່າງສອງປະເທດໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ

ໃນ​ໄລຍະໃໝ່ນີ້, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ - ຣັດເຊຍ ຄົບຮອບ 60 ປີ

ວັນທີ 9 ຕຸລາ 2020, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ສະຫະພັນຣັດເຊຍ ຢູ່ທີ່ໂຮງແຮມ ລາວພລາຊານະຄອນຫຼວງວຽງຈັນ.    

ໄຂງານຕະຫຼາດນັດການຄ້າສິນຄ້າສິລະປະຫັດຖະກຳລາວ ຄັ້ງທີ 19

ໄຂງານຕະຫຼາດນັດການຄ້າສິນຄ້າສິລະປະຫັດຖະກຳລາວ ຄັ້ງທີ 19

ວັນທີ 10 ຕຸລາ, ງານຕະຫຼາດນັດການຄ້າສິນຄ້າສິລະປະຫັດຖະກຳລາວ ຄັ້ງທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ. ເຂົ້າຮ່ວມງານຕະຫຼາດນັດມີຮ້ານສິນຄ້າກວ່າ 200 ຮ້ານທີ່ມາຈາກ 18 ແຂວງ, ນະຄອນໃນທົ່ວປະເທດລາວ.

ນັກສຶກສາລາວ 75 ຄົນ ມາຮໍ່າຮຽນ ຢູ່ ແຂວງດ້ຽນບຽນ ສສ.ຫວຽດນາມ

ນັກສຶກສາລາວ 75 ຄົນ ມາຮໍ່າຮຽນ ຢູ່ ແຂວງດ້ຽນບຽນ ສສ.ຫວຽດນາມ

ຍສໝ -  ພະແນກສຶກສາ ແລະກໍ່ສ້າງແຂວງດ້ຽນບຽນ ໄດ້ຈັດພິທີຕ້ອນຮັບນັກສຶກສາລາວ 75 ຄົນມາຮໍ່າຮຽນ. ນີ້ແມ່ນໂຄງການຮ່ວມມືບຳລຸງສ້າງເປັນປະຈຳຂອງແຂວງດ້ຽນບຽນ ກັບບັນດາແຂວງພາກເໜືອຂອງລາວ.

ຊາວໜຸ່ມສອງປະເທດຫວຽດນາມ - ລາວ ສືບຕໍ່ສົມທົບກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ

ຊາວໜຸ່ມສອງປະເທດຫວຽດນາມ - ລາວ ສືບຕໍ່ສົມທົບກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດ

ການນໍາຄະນະບໍລິຫານງານສູນກາງຊາວໜຸ່ມສອງປະເທດໄດ້ຮັບ​ຮູ້ເລື່ອງສອງຝ່າຍຍາມໃດກໍ່ຮັກສາການຕິດຕໍ່, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ; ວຽກງານ ປ້ອງກັນ ແລະຕ້ານພະຍາດໂຄວິດ - 19 ຢູ່ແຕ່ລະປະເທດ...

“ໂຄງ​ການ Homestay” ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ໄທ​ຫງວຽນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

“ໂຄງ​ການ Homestay” ປີ 2019 – 2020 ໃຫ້​ແກ່​ນັກ​ສຶກ​ສາ​ລາວ ຢູ່​ແຂວງ​ໄທ​ຫງວຽນ ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

ຍ​ສ​ໝ - ໃນເດືອນ ຕຸ​ລາ​, ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ລາວ​ແຂວງ​ໄທ​ງວຽນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ ໂຄງ​ການ​ຕ້ອນ​ຮັບ​ນັກ​ສຶກ​ສາ ລາວ​ໄປ​ຢູ່​ກັບຄອບ​ຄົວ​ຂອງ​ປະ​ຊາ​ຊົນ (ໂຄງ​ການ Homestay) ປີ 2019 – 2020.

ປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ໃນໂອກາດ ວັນສ້າງຕັ້ງສາຍພົວພັນການການທູດ ຄົບຮອບ 65 ປີ

ປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ໃນໂອກາດ ວັນສ້າງຕັ້ງສາຍພົວພັນການການທູດ ຄົບຮອບ 65 ປີ

ໃນວັນທີ 9 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ສູນກາງແນວລາວສ້າງຊາດ ຮ່ວມກັບສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດລາວ- ອິນເດຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ເພື່ອເປັນອະນຸສອນ-ມິດຕະພາບ ສຳຄັນຄັ້ງປະຫຫວັດສາດ ຂອງສອງປະເທດ ລາວ ແລະ ອິນເດຍ ຢູ່ທີ່ສູນກາງແນວລາວສ້າງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມ ວິຫານ ກຳມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ດິນກາ ອັດທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ທ່ານ ບຸນຕຽມ ພິດສະໄໝ ປະທານສະ ມາຄົມມິດຕະພາບ ລາວ-ອິນເດຍ.

ທົ່ວປະເທດ ລາວ ມີຜູ້ຕິດເຊື້ອໄຂ້ຍຸງຫລາຍກວ່າ 7 ພັນຄົນແລ້ວ

ທົ່ວປະເທດ ລາວ ມີຜູ້ຕິດເຊື້ອໄຂ້ຍຸງຫລາຍກວ່າ 7 ພັນຄົນແລ້ວ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ໃນວັນທີ 9 ຕຸລາ 2020 ນີ້ວ່າ: ນັບແຕ່ວັນທີ 1 ມັງກອນ 2020- 8 ຕຸລາ 2020 ທົ່ວປະເທດ ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ7.064 ຄົນ, ສະເພາະວັນທີ 8 ຕຸລາ 2020 ມີພົບຜູ້ຕິດເຊື້ອໄຂ້ຍຸງ 33 ກໍລະນີ, ສ່ວນແຂວງ ທີ່ມີການລາຍງານ ຕິດເຊື້ອຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ມີເຖິງ 1.622 ຄົນ, ຮອງລົງມາແມ່ນບໍລິຄຳໄຊ 792 ຄົນ, ບໍ່ແກ້ວ 694 ຄົນ ແລະ ສະຫວັນນະເຂດ 680 ຄົນ. 

ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ມາຮອດເວລາ 17:00 ໂມງຂອງວັນທີ 8 ຕຸລາ 2020 ຜ່ານການກວດກາ ຜູ້ເດີນທາງເຂົ້າມາປະເທດລາວ ຜ່ານດ່ານຕ່າງໆ ຈໍານວນ1.894 ຄົນ ແລະ ເກັບຕົວຢ່າງຂອງ ຜູ້ຈໍາກັດບໍລິເວນຢູ່ສູນ 42 ແຫ່ງໃນທົ່ວປະເທດ ຈໍານວນ 3.147ຄົນ ເຫັນວ່າບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ, ໝາຍວ່າຕົວເລກສະສົມ ຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ຢູ່ປະ ເທດເຮົາມີ 23 ຄົນ, ໃນນີ້ ປິ່ນປົວດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ມິດຕະພາບ 1 ຄົນ.

ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

ໃນ​ຕົນ​ເດືອນ​ຕຸ​ລາ, ທ່ານ ເລກວັກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນ, ຕີລາຄາບັນດາໂຄງການຮ່ວມມືຂອງຄະນະຊາວໜຸ່ມ 2 ປະເທດ.

ປະຈຸບັນ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຍັງແມ່ນ 1.099 ຄົນຄືເກົ່າ ແລະ ເປັນມື້ທີ 36 ແລ້ວທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ

ປະຈຸບັນ ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຍັງແມ່ນ 1.099 ຄົນຄືເກົ່າ ແລະ ເປັນມື້ທີ 36 ແລ້ວທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ

ຍສໝ - ປະຈຸບັນ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຍັງແມ່ນ 1.099 ຄົນຄືເກົ່າ.

ລາວ: ໃນປີ 2020 ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ

ລາວ: ໃນປີ 2020 ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ

ມາ​ຮອດ​ປັດຈຸບັນ ສປປ ລາວ ມີ​ແຫ​ລ່ງຜະລິດ​ໄຟຟ້າ​ທັງ​ໝົດ 78 ​ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ​ເມັກ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ ​ໄຟຟ້າ​ໄດ້​ເຖິງ 52.211 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ, ​ໃນ​ນີ້​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ 67 ​ແຫ່ງ, ​ໂຮງ​ໄຟຟ້າ​ຖ່ານ​ຖີນ 1 ​ແຫ່ງ, ​ໂຮງ​ໄຟຟ້າ​ຊີວະ​ມວນ 4 ​ແຫ່ງ, ​ໂຮງ​ໄຟຟ້າ​ແສງຕາ​ເວັນ 6 ​ແຫ່ງ.

ທະນາຄານການຄ້າ ຊຸກຍູ້ການສະໜອງທຶນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ ຢູ່ ລາວ

ທະນາຄານການຄ້າ ຊຸກຍູ້ການສະໜອງທຶນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະກາງ ຢູ່ ລາວ

ນັບແຕ່ຕົ້ນປີ 2020, ລັດຖະບານລາວ ໄດ້ສະໜອງແຫຼ່ງການເງິນສອງຄັ້ງໃຫ້ແກ່ບັນດາທະນາຄານການຄ້າພາຍໃນປະເທດເພື່ອເພີ່ມຄວາມສາມາດໃນການເຂົ້າເຖິງເງິນກູ້ຢືມສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ (SME).

ປະເທດລາວໄດ້ລົງທຶນ 2 ຕື້ໂດລາໃນການພັດທະນາຕາຂ່າຍໄຟຟ້າ

ປະເທດລາວໄດ້ລົງທຶນ 2 ຕື້ໂດລາໃນການພັດທະນາຕາຂ່າຍໄຟຟ້າ

ການຮ່ວມທຸລະກິດລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ແລະ  ບໍລິສັດຕາໜ່າງໄຟຟ້າພາກໃຕ້ ຈີນ (CSG) ໄດ້ສ້າງຕັ້ງຂື້ນເພື່ອໃຫ້ການຮ່ວມມືໃນການຜະລິດພະລັງງານໄຟຟ້າຂອງປະເທດລາວ.

ສປປ ລາວ ຍັງສືບຕໍ່ເຝົ້າລະວັງພະຍາດ ໂຄວິດ-19 ຂະນະທີ່ບໍ່ມີຜູ້ຕິດເຊື້ອເພີ່ມ

ສປປ ລາວ ຍັງສືບຕໍ່ເຝົ້າລະວັງພະຍາດ ໂຄວິດ-19 ຂະນະທີ່ບໍ່ມີຜູ້ຕິດເຊື້ອເພີ່ມ

ປັດຈຸບັນ ສປປ ລາວ ຍັງ​ສືບ​ຕໍ່​ຕິດຕາມ ​ແລະ ​ເຝົ້າ​ລະວັງ ການລະບາດ​ຂອງ ພະຍາດ​ໂຄ​ວິດ-19 ​ໂດຍ​ສະ​ເພາະ​ແມ່ນ​ ການ​ຕິດຕາມ​ຜູ້​ເດີນທາງ​ ຈາກ​ຈຸດ​ຜ່ານ​ແດນ​ຕ່າງໆ, ຕິດຕາມ​ຜູ້​ທີ່​ຖືກ​ຈຳກັດ​ບໍລິ​ເວນຢູ່​ສະຖານ​ທີ່ ທີ່​ກຳນົດ​ໄວ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ລວມທັງ​ການ​ເກັບ​ຕົວຢ່າງ ມາກ​ວດວິ​ເຄາະ ​ແລະ ຄົ້ນ​ຫາ​ຜູ້​ຕິດ​ເຊື້ອ​ພະຍາດ, ມາ​ຮອດ​ປັດຈຸບັນ ສປປ ລາວ ບໍ່​ມີ​ຜູ້​ຕິດ​ເຊື້ອ​ເພີ່ມ, ​ເຊິ່ງຕົວ​ເລກຜູ້​ຕິດ​ເຊື້ອ​ສະ​ສົມ​ແມ່ນ 23 ຄົນ, ປິ່ນປົວ​ດີ 22 ຄົນ ​ແລະ ຍັງ​ສືບ​ຕໍ່​ປິ່ນປົວ​ຢູ່​ໂຮງໝໍ 1 ຄົນ.