ຕອນບ່າຍວັນທີ 21 ຕຸລາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳແຂວງ Preah Sihanouk ຢູ່ ກຳປູເຈຍ ໄດ້ຈັດຕັ້ງການບໍລິຈາກສະໜັບສະໜູນພໍ່ແມ່ປະຊາຊົນຢູ່ພາກກາງ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມປີ 2020.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.
ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17 (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ.
ຍສໝ - ທ່ານນາຍົກລັດຖະມົນຕີສະເໜີວ່າ ຂະແໜງກໍ່ສ້າງ, ບັນດາທ້ອງຖິ່ນ, ບັນດາວິສາຫະກິດ, ເປັນຕົ້ນແມ່ນບັນດາວິສາຫະກິດເຕັກໂນໂລຢີ, ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍເຊິ່ງກັນແລະກັນເພື່ອສ້າງບັນດານະຄອນອັດສະລິຍະຢ່າງປະຢັດ, ມີປະສິດທິຜົນ, ຮັບໃຊ້ໃຫ້ແກ່ປະຊາຊົນ.
ຍສໝ - ການລົງທຶນຂອງ ຫວຽດນາມ ຢູ່ລາວສຸມໃສ່ບັນດາຂົງເຂດຄື: ເຄື່ອນໄຟຟ້າ, ຂຸດຄົ້ນໂລຫະ, ຄົມມະນາຄົມ, ປູກຕົ້ນໄມ້ອຸດສາຫະກຳ, ການບໍລິການ, ປະກອບສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງລາວ. ສ່ວນລັດຖະບານ ລາວຄາດຄະເນແຫຼ່ງລາຍຮັບການສົ່ງອອກຂອງປະເທດໃນປີນີ້ ຈະຫຼຸດລົງ 483,3 ລ້ານ USD ປະມານ 8,4% ເມື່ອທຽບໃສ່ 2019.
ຍສໝ - ຢູ່ການາດາ, ໃນວັນທີ 20 ຕຸລາ, ສະຖານທູດ ຫວຽດນາມໄດ້ປຸກລະດົມຂະບວນການຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ແລະ ບໍລິຈາກໃຫ້ແກ່ພໍ່ແມ່ປະຊາຊົນເຂດພາກກາງ.
ຍສໝ - ທີ່ກອງປະຊຸມ, ທ່ານ ດັ້ງມິງເຄີຍ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາສະພາບການຂາດສະຖຽນລະພາບຫວ່າງແລ້ວນີ້ ຢູ່ ອ່າວເປີເຊຍ ຖ້າຫາກວ່າບໍ່ແກ້ໄຂ, ຄວບຄຸມໄດ້ເປັນຢ່າງດີນັ້ນຈະກໍ່ບັນດາຜົນພາຍຫຼັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຕໍ່ບັນດາການປະທະກັນ, ວິກິດການດ້ານມະນຸດສະທຳ ຕ່າງໆໃນພາກພື້ນ ຄືຢູ່ ຊີຣີ, ເຢແມນ, ລີບີ, ປາແລັດສະຕິນ ແລະ ລີບັງ.
ຍສໝ - ພາຍຫຼັງລົງຈອດຢູ່ສະໜາມບິນສາກົນເກິ່ນເທີ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຍສໝ - ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ສືບຕໍ່ເອົາໃຈໃສ່ ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍຜ່ານການຮັບນັກຝຶກງານ ຫວຽດນາມ.
ຍສໝ - ທີ່ກອງປະຊຸມ, ມີຄຳເຫັນຫຼາຍຂໍ້ຖືວ່າ ອິນເດຍ ແລະ ຫວຽດນາມມີບັນດາຂົງເຂດເປັນທ່າແຮງທີ່ຊ່ວຍເຫຼືອກັນ ແລະ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອຊຸກຍູ້ການລົງທຶນສອງຝ່າຍ.
ທ່ານນາງ Aung San Suu Kyi ໄດ້ສະແດງຄວາມເຂົ້າອົກເຂົ້າໃຈ ແລະ ຝາກຄຳຢື້ຢາມຖາມຂ່າວມາຍັງລັດຖະບານ ແລະ ປະຊາຊົນຢູ່ເຂດຖືກຜົນເສຍຫາຍ ຍ້ອນໄພນ້ຳຖ້ວມ ແລະ ດິນເຊາະເຈື່ອນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຈິດໃຈອົງອາດກ້າແກ່ນ ແລະ ຄວາມສາມັກຄີຂອງປະຊາຊົນ ຫວຽດນາມ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າບັນດາສິ່ງທ້າທາຍ ຍ້ອນໄພທຳມະຊາດກໍ່ຂຶ້ນໂດຍໄວ.
ຍສໝ - ບ້ວງເງິນກູ້ຢຶມດັ່ງກ່າວຈະໄດ້ນຳໃຊ້ເພື່ອຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງ ບໍລິສັດ Oceano ເພື່ອແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງລາວ,
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ລັດຖະບານ ຫວຽດນາມ ສືບຕໍ່ຮ່ວມເດີນທາງກັບກຸ່ມບໍລິສັດໃນວິວັດການຮ່ວມມື, ລົງທຶນດຳເນີນທຸລະກິດ ຍຸດທະຍາດ ຢູ່ ຫວຽດນາມ ດ້ວຍຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ພັກ, ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຕັດສິນໃຈບໍ່ປະໃຫ້ຜູ້ໃດຖືກຕົກຢູ່ໃນສະພາບອຶດຫິວ ແລະ ເຈັບເປັນ ຍ້ອນໄພທຳມະຊາດ
ໃນວັນທີ 20 ຕຸລາ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ມີບົດກ່າວຄຳເຫັນກ່ຽວກັບບົດບາດສຳຄັນຂອງອຳນາດແຫ່ງກົດໝາຍຢູ່ລະດັບຊາດ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສິດທິມະນຸດ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນຢູ່ ຄະນະກຳມະການນິຕິທຳ (ຄະນະກຳມະການທີ 6) ຂອງສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 75.
ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ.
ຍສໝ - ດັດຊະນີສິດອຳນາດ ຢູ່ ອາຊີ ແມ່ນເຄື່ອງມື, ອຸປະກອນເພື່ອຕີລາຄາລະດັບສົ່ງຜົນສະທ້ອນໃນພາກພື້ນ ໂດຍອີງໃສ່ການໄຈ້ແຍກ 8 ໝວດເນື້ອໃນ ຂອງ 26 ປະເທດ ແລະ ເຂດແຄວ້ນ.
ຍສໝ - ໄລຍະຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວເມືອງ ເຕິນອຽນ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ໄລຍະ 2020 - 2025.
ຍສໝ - ທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າໃນຖານະ ຕຳແໜ່ງຂອງຕົນ, ທ່ານຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງສະຫະລັດອາເມລິກາແລະກະຊວງ ຕຳ ຫຼວດຫວຽດນາມ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ, ຫວຽດນາມຈະສືບຕໍ່ຢຶດໝັ້ນກັບແນວທາງນະໂຍບາຍການຕ່າງປະເທດ ເອກກະລາດ, ສັນຕິພາບ, ຮ່ວມມືແລະພັດທະນາ, ຫັນເປັນຫຼາຍຝ່າຍແລະຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ; ສົ່ງເສີມການພົວພັນກັບບັນດາຄູ່ຮ່ວມມືນັບມື້ນັບເຂົ້າສູ່ເລິກເຊິ່ງ, ໃນນັ້ນຍີ່ປຸ່ນຍາມໃດກໍ່ໄດ້ ກຳນົດວ່າເປັນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານດ້ວຍຄວາມໜ້າເຊື່ອຖືສູງ.