ຫວຽດນາມ, ລາວ, ກໍາປູເຈຍຜັນຂະຫຍາຍທ່າໄດ້ປຽບໃນການທ່ອງທ່ຽວຢູ່ພາກພື້ນ

ຫວຽດນາມ, ລາວ, ກໍາປູເຈຍຜັນຂະຫຍາຍທ່າໄດ້ປຽບໃນການທ່ອງທ່ຽວຢູ່ພາກພື້ນ

ຍສໝ - ພັດທະນາການທ່ອງທ່ຽວ ເຂດສາມລ່ຽມພັດທະນາ CLV ຕາມທິດຍືນຍົງ ແລະ ມີຄວາມຮັບຜິດຊອບ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກ, ບູລະນະຊັບພະຍາກອນການທ່ອງທ່ຽວ, ເສີມຂະຫຍາຍມູນເຊື້ອສີສັນຊາດ, ຮ່ວມມືກັນເພື່ອປົກປັກຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ.

ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.

ປະເທດລາວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ

ປະເທດລາວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ

ເມື່ອບໍ່ດົນມານີ້, ຢູ່ໂຮງແຮມດອນຈັນພາເລດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ.

ຍີ່ປຸ່ນ  ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19

ຍີ່ປຸ່ນ ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19

ຍສໝ - ໃນວັນທີ 18 ທັນວາ 2020, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.

ຄວາມສະໜິດຕິດພັນຫວຽດນາມ-ລາວ

ຄວາມສະໜິດຕິດພັນຫວຽດນາມ-ລາວ

ເພື່ອປະຕິບັດການຊີ້ນໍາຂອງພັກ, ລັດ, ໄລຍະ 2016-2020, ແຂວງເງະອານ ໄດ້ນໍາໃຊ້ງົບປະມານຫຼາຍກວ່າ 500 ຕື້ດົ່ງເພື່ອຊ່ວຍເຫຼືອແຂວງຕ່າງໆຂອງເພື່ອນມິດລາວ. 

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

ບໍລິສັດ ສະຕາ ໂທລະຄົມ ມອບເງິນຊ່ວຍຜູ້ປະສົບໄພ ນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 500 ລ້ານກີບ

ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຍັງບໍລິສັດສະຕາ ໂທລະຄົມ ທີ່ເຫັນໄດ້ຄວາມສຳຄັນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເປັນກໍາລັງໃຈໃຫ້ແກ່ປະຊາຊົນ, ທັງເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ສາ ມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.

ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ

ທະຫານຊາຍແດນ ສປປ.ລາວ ໄດ້ຈັດພິທີຮັບຂອງຂວັນຊ່ວຍເຫຼືອຈາກ ສສ.ຫວຽດນາມ

ໃນວັນທີ 15 ທັນວານີ້, ຢູ່ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມທີ່ໄດ້ນຳເອົາເຄື່ອງບໍລິໂພກປະ ເພດເຂົ້າສານ(ເຂົ້າຈ້າວ) ຈຳນວນ 25 ໂຕນ.

ປະເທດລາວ: ສູນອິນເຕີເນັດແຫ່ງຊາດ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0

ປະເທດລາວ: ສູນອິນເຕີເນັດແຫ່ງຊາດ ກະກຽມຄວາມພ້ອມເຂົ້າສູ່ ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0

ສູນ​ອິນ​ເຕີ​ເນັດ ​ແຫ່ງ​ຊາດ (ສອຊ) ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ ສານ (ປທສ) ​ໄດ້​ຈັດ​ກອງ​ປະຊຸມສຳ​ມະ​ນາ ກະກຽມຄວາມ​ພ້ອມ​ເຂົ້າ​ສູ່​ ເສດຖະກິດ​ດິຈິ​ຕອນ ​ແລະ ອຸດສາ ຫະກຳ 4.0  ​​ຂຶ້ນ​ໃນ​ວັນ​ທີ 17 ທັນວາ 2020, ໂດຍ​ການ​ເປັນ​ປະທານ​ຂອງ​ ທ່ານ ບຸນ​ສະ​ເຫລີ​ມ​ໄຊ ​ເຄນ​ນາ​ວົງ ຮອງ​ລັດຖະມົນຕີ​ ກະຊວງໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ການ​ສື່ສານ, ພ້ອມ​ດ້ວຍ​ພາກ ສ່ວນ​ຂ້ອງ​ກ່ຽວ​ເຂົ້າ​ຮ່ວມ.

ກອງປະຊຸມສະມາຊິກພັກ ຂອງອົງຄະນະພັກ ຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ

ກອງປະຊຸມສະມາຊິກພັກ ຂອງອົງຄະນະພັກ ຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ

ວັນທີ 16 ທັນວາ 2020 ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ ຖະບານ ໄດ້ໄຂກອງປະຊຸມ ສະມາຊິກພັກຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກຄະ ນະ ກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ.

ນໍ້າໃຈໄມຕີຈິດມິດຕະພາບແບບພິເສດຫວຽດນາມ - ລາວ

ນໍ້າໃຈໄມຕີຈິດມິດຕະພາບແບບພິເສດຫວຽດນາມ - ລາວ

ໃນປະຫວັດສາດການພົວພັນສາກົນນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນ, ຫາຍາກກ່ຽວກັບຄວາມສະໜິດຕິດພັນ, ຄວາມບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງຊາດ.

ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 73.777.362 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.640.301  ຄົນ

ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 73.777.362 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.640.301 ຄົນ

ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 17.133.932 ຄົນ ແລະ ມີຜູ້ເສຍຊີວິດ 310.813 ຄົນ.

ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ເພີ່ມທະວີການແລກປ່ຽນປະສົບການ ລະຫວ່າງກະຊວງປ້ອງກັນປະເທດລາວ - ມາເລເຊຍ

ເພີ່ມທະວີການແລກປ່ຽນປະສົບການ ລະຫວ່າງກະຊວງປ້ອງກັນປະເທດລາວ - ມາເລເຊຍ

ໃນວັນທີ 15 ທັນວາ 2020, ໄດ້ມີກອງປະຊຸມທາງໄກ ສອງ ຝ່າຍລະຫວ່າງກົມພົວພັນຕ່າງ ປະເທດກະຊວງປ້ອງກັນປະເທດ ສປປ ລາວ ກັບ ກົມນະໂຍບາຍ ແລະ ແຜນການຍຸດທະສາດ ກະ ຊວງປ້ອງກັນປະເທດມາເລເຊຍ ເຊິ່ງຄະນະຜູ້ແທນຝ່າຍລາວນຳ ໂດຍທ່ານ ພົນຈັດຕະວາ ແກ່ນຈັນນັນທະລັງສີ ຫົວໜ້າກົມພົວ ພັນຕ່າງປະເທດ ກະຊວງປ້ອງ ກັນປະເທດ ສປປ ລາວ, ຝ່າຍມາເລເຊຍ ມີ ທ່ານ ໂມຮາມັດ ອໍາຣັນ ບິນ ຮາຊັນ ຫົວໜ້າກົມນະໂຍບາຍ ແລະ ແຜນການຍຸດທະສາດ, ກະຊວງປ້ອງກັນປະ ເທດມາເລເຊຍ ພ້ອມຄະນະເຂົ້າຮ່ວມ.

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ປະຕິບັດວິຖີ ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ

ລາວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຮຽກຮ້ອງໃຫ້ປະຕິບັດວິຖີ ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ

 ​ໃນວັນທີ 16 ທັນວາ 2020 ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ຮຽກຮ້ອງ​ໃຫ້ສືບຕໍ່ປະຕິບັດ ວິຖີການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ​​ໂດຍ​ສະ​ເພາະ ອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ ການຕິດເຊື້ອ ຄວນໃສ່ຜ້າປິດປາກ-ດັງ, ຮັກສາມາລະຍາດ ໃນການໄອ-ຈາມ, ເມື່ອໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ ​ແລະ ອື່ນໆ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.

ລາວ:  ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ

ລາວ: ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ

ການເຝົ້າລະວັງຮອດ 5 ໂມງແລງ ຂອງວັນທີ 14 ທັນວາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 678 ຄົນ, ໃນນັ້ນມີ 148 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການ, 272 ຕົວຢ່າງ ຈາກແຮງງານລາວມາແຕ່ໄທ, 138 ຕົວຢ່າງ ຈາກແຮງງານຈີນ, 117 ຕົວຢ່າງ ຈາກແຮງງານ ຫວຽດນາມ ແລະ ນຳເອົາ 03 ຕົວຢ່າງ ຈາກຜູ້ຕິດເຊື້ອ ເບີ 35, 37 ແລະ 39 ມາກວດຄືນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 14 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 85.742 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ. ປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈໍານວນ 07 ຄົນ ທີ່ຍັງສືບຕໍ່ນອນປິ່ນປົວ ຢູ່ໂຮງໝໍທີ່ຖືກກຳນົດໄວ້, ທຸກຄົນແມ່ນ ມີອາການເບົາບາງ.

ປະທານ ໄກສອນ ພົມວິຫານ - ເພື່ອນຜູ້ທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ

ປະທານ ໄກສອນ ພົມວິຫານ - ເພື່ອນຜູ້ທີ່ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ

ປະທານໄກສອນ ພົມວິຫານ ແມ່ນເພື່ອນຜູ້ຍິ່ງໃຫຍ່, ສະໜິດສະໜົມຂອງປະຊາຊົນຫວຽດນາມ, ແມ່ນສະຫາຍເພື່ອນຮ່ວມກົມກອງທີ່ສະໜິດຕິດພັນກັບພັກກອມມູນິດຫວຽດນາມ, ເພີ່ມພູນຄູນສ້າງໃຫ້ແກ່ນໍ້າໃຈສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ແຕກດອກອອກຜົນຢ່າງສຸດຈິດສຸດໃຈ. 

ນັກ​ສຶກ​ສາ​ລາວ 239 ຄົນ ສຳ​ເລັດ​ການ​ແຍກ​ຕົວ​ຢູ່​ຮ່າ​ຕິງ

ນັກ​ສຶກ​ສາ​ລາວ 239 ຄົນ ສຳ​ເລັດ​ການ​ແຍກ​ຕົວ​ຢູ່​ຮ່າ​ຕິງ

ຍ​ສ​ໝ - ດ້ວຍ​ຜົນ​ກວດ​ຫາ​ເຊື້ອ​ເປັນ​ລົບ​ຄັ້ງ​ທີ 2, ນັກ​ຮຽນ​ລາວ 239 ຄົນ ໄດ້​ສຳ​ເລັດ​ເວ​ລາ​ແຍກ​ຕົວ​ຢູ່​ຫໍ​ພັກ Mitraco ຢ່າງ​ສຳ​ເລັດ (ຫໍ​ພັກ ກິ່​ແອງ, ຮ່າ​ຕິງ).

ອັດ​ການ​ແຂ່ງ​ຂັນບານ​ເຕະ “Over 29 ຫວຽດ​ນາມ” ຢູ່​ລາວ​ຄັ້ງ​ທີ I

ອັດ​ການ​ແຂ່ງ​ຂັນບານ​ເຕະ “Over 29 ຫວຽດ​ນາມ” ຢູ່​ລາວ​ຄັ້ງ​ທີ I

ຍ​ສ​ໝ -  ການ​ແຂ່ງ​ຂັນ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ໃນ​ປະ​ຊາ​ຄົມ, ຍົກ​ສູງ​ສຸ​ຂະ​ພາບ, ສ້າງ​ສະ​ຖານ​ທີ່​ແຂ່ງ​ຂັນ​ກິ​ລາ, ອອກ​ກຳ​ລັງ​ກາຍ​ທີ່​ມີ​ປະ​ໂຫຍດ ແລະ ມີ​ຄວາມ​ໝາຍ​ຕໍ່​ບັນ​ດາ​ນັກ​ກິ​ລາ​ທີ່​ມີ​ອາ​ຍຸ​ແຕ່ 30 ປີ​ຂຶ້ນ​ເມືອ.