ຍສໝ - ບົດຂຽນໄດ້ຄັດສະເໜີບົດສະຫລຸບການຄົ້ນຄ້ວາບັນດາປະເທດສະບັບຫຼ້າສຸດ ຂອງ Credendo ໂດຍໃຫ້ຮູ້ວ່າ ຫວຽດນາມແມ່ນໜຶ່ງ ໃນບັນດາປະເທດທີ່ສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູເມື່ອປະເຊີນໜ້າກັບໂລກລະບາດໂຄວິດ - 19.
ຄາດວ່າ ເວລາເຮັດວຽກຂອງ ກອງປະຊຸມສະໄໝສາມັນເທື່ອສຸດທ້າຍຂອງ ສະພາແຫ່ງຊາດ ຊຸດທີ XIV ແມ່ນ 12 ວັນ, ເຊິ່ງຈະໄຂຂຶ້ນໃນວັນທີ 24 ມີນາ ແລະ ອັດລົງໃນວັນທີ 8 ເມສາ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ, ການຢ້ຽມຢາມ, ການເຮັດໃນຄັ້ງນີ້ ຂອງທ່ານເລຂາທິການສະພາຄວາມໝັ້ນຄົງ ລັດເຊຍ ມີຄວາມໝາຍສຳຄັນ, ສືບຕໍ່ບັນດາການເຄື່ອນໄຫສະເຫຼີມສະຫຼອງ 70 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລັດເຊຍ (1950 - 2020).
ນັບແຕ່ເວລາ 18 ໂມງຂອງ ວັນທີ 21 ມີນາ ຫາ ເວລາ 6 ໂມງຂອງວັນທີ 22 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.
ຕອນບ່າຍວັນທີ 16 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນເກິນເທີໄດ້ພົບປະ, ເຮັດວຽກກັບການນຳນະຄອນເກິ່ນເທີ.
ຍສໝ - ແບ່ງປັນທີ່ເວທີປາໄສ, ທ່ານ Kari Kahiluoto ເອກອັກຄະລັດຖະທູດ ແຟນລັງ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໃນຊຸມປີ ຜ່ານມາ, ຫວຽດນາມ ແລະ ແຟນລັງ ໄດ້ມີ ການຮ່ວມມືຫຼາຍຢ່າງໃນຂົງເຂດການສຶກສາ ແລະ ບັນລຸໄດ້ໝາກຜົນທີ່ດີງາມຫຼາຍຢ່າງ.
ຍສໝ - ໃນກຸ່ມສິນຄ້າສົ່ງອອກ ຂອງຫວຽດນາມໄປຍັງ ລາຊະອານາຈັກອັງກິດ, ວົງເງິນການສົ່ງອອກຜະລິດຕະພັນຍັງຮັກສາຢູ່ລະດັບເພີ່ມຂຶ້ນຢ່າງມີສະຖຽນລະພາບ ແລະ ຕັ້ງໜ້າໃນເດືອນ ມັງກອນ, ດ້ວຍວົງເງິນສົ່ງອອກສິນໃນນ້ຳບັນລຸ 19,72 ລ້ານ USD, ເພີ່ມຂຶ້ນ 18,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ຜະລິດຕະພັນຜັກໝາກໄມ້ບັນລຸ 1,04 ລ້ານ USD, ເພີ່ມຂຶ້ນ 148,6%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ “ໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ 1971 ຄຸນຄ່າປະຫວັດສາດ ແລະ ຄວາມເປັນຈິງ”, ຄາດວ່າ ຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ ຢູ່ແຂວງ ກ໋ວາງຈີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ (1971 - 2021).
ຍສໝ - ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ກູເວດໄດ້ຮັບການປັບປຸງຈາກການນຳລຸ້ນຕ່າງໆຢ່າງບໍ່ຢຸດຢັ້ງ ແລະ ປະຊາຊົນສອງປະເທດໄດ້ຮັກສາ ແລະອອກເຮື່ອເທແຮງເພີ່ມພູນຄູນສ້າງ.
ຍສໝ - ຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ, ຜ່ານນັ້ນເປີດກ້ວາງເນື້ອໃນ, ເຮັດໃຫ້ການພົວພັນຂອງຫວຽດນາມ ກັບບັນດາປະເທດເລິກເຊິ່ງກ່ວາອີກ.
ທ່ານເອກອັກຄະລັດຖະທູດ ເປຣູ ປະຈຳຫວຽດນາມ Augusto Morelli ໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ແມ່ນສະມາຊິກສຳຄັນຢູ່ ອາຊີ ແລະ ໂລກ.
ຍສໝ - ທີ່ກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ ໄດ້ຢັ້ງຢືນວ່າ ໂລກລະບາດໂຄວິດ - 19 ສືບຕໍ່ກໍ່ຜົນກະທົບຕໍ່ສັນຕະພາບ, ຄວາມໝັ້ນຄົງສາກົນ, ເຮັດໃຫ້ວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງຖືກຊ້າລົງ, ເນັ້ນໜັກເຖິງຕ້ອງເຜີຍແຜ່ ແລະ ຮັບປະກັນຄວາມສະເໝີພາບໃນການສຳຜັດກັບຊັກຊິນຢ່າງທັນການ.
ຍສໝ - ທ່ານ Hiroyuki Moribe, ຜູ້ອຳນວຍການສະຖາບັນຄົ້ນຄ້ວາເສດຖະກິດ ຫວຽດນາມ ຂອງຍີ່ປຸ່ນ, ໄດ້ຢັ້ງຢືນເມື່ອຕອບສຳພາດກ່ຽວກັບເລື່ອງ ຫວຽດນາມຍັງຄົງຮັກສາໄດ້ທ່າເຕີບໂຕເສດຖະກິດຢ່າງຕັ້ງໜ້າໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19.
ຍສໝ - ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ດັ້ງຮ່ວາງອານ ຮອງລັດຖະມົນຕີ ໃຫ້ຮູ້ວ່າການພົວພັນລະຫວ່າງ ຫວຽດນາມ ແລະ ຢູແກຼນ, ພິເສດນັບແຕ່ເວລາ 2 ປະເທດສ້າງການພົວພັນທາງການທູດ ໃນປີ 1992 ໄດ້ພັດທະນາຢ່າງສຸດຂີດໃນບັນດາຂົງເຂດທັງໝົດ, ປະກອບສ່ວນສຳຄັນເຂົ້າໃນວິກິດການສ້າງ ແລະ ພັດທະນາຢູ່ແຕ່ລະປະເທດ.
ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ (HUFO) ໄດ້ຈັດຕັ້ງການພົບປະເພື່ອສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2021).
ຍສໝ - ທີ່ການພົບປະ, ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະໃຫ້ຮູ້ວ່າ: ໂດຍໄດ້ຮັບຄວາມເອົາໃຈຊີ້ນຳຈາກການນຳສອງພັກ, ສອງລັດ, ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຄືຊາວໜຸ່ມເຍົາວະຊົນອາຍຸຊົນລະຫວ່າງສອງປະເທດ ຫວຽດນາມ - ລາວນັບມື້ນັບໄດ້ຮັບການເພີ່ມທະວີ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ
ນັບແຕ່ວັນທີ 8 ມີນາ 2021, ຫວຽດນາມ ເລີ່ມສັກວັກຊິນກັນພະຍາດໂຄວິດ - 19 ຢູ່ 13 ແຂວງ, ນະຄອນ ໃນນັ້ນ ມີນະຄອນໂຮ່ຈີມິນ, ນະຄອນຫຼວງຮ່າໂນ້ຍ ແລະ ແຂວງ ຫາຍເຢືອງ.
ຍສໝ - ໂດຍຕາງໜ້າການນຳຄະນະຜູ້ແທນ, ທ່ານນາງ ເລທິຕວຽດມາຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳເຊີແນວ ໄດ້ສົ່ງຄຳອວຍພອນອັນດີງາມໄປຍັງໝູ່ຄະນະບັນດາເອື້ອຍນ້ອງ, ພະນັກງານ, ພັນລະນາ, ລູກຫຼ້ານເພດຍິງໃນຄອບຄົວສະມາຊິກຄະນະຜູ້ແທນ ແລະ ຫ້ອງການຕາງໜ້າອົງການຂອງ ຫວຽດນາມ ປະຈຳເຊີແນວ.
ຍສໝ - ກອງປະຊຸມ ໄດ້ຮັດໃຫ້ແຈ້ງບາງບັນຫາເພື່ອເຫັນດີເປັນເອກະພາບໃນການຈັດຕັ້ງ, ຊີ້ນຳປະຕິບັດທີ່ກ່ຽວຂ້ອງໂຄງການດຳເນີນງານທົ່ວອາຍຸການຂອງຄະນະບໍລິຫານງານສູນການພັກຊຸດທີ 13 ແລະ ກ່ຽວກັບການແນະນຳບຸກຄະລາກອນການນຳຂອງອົງການແຫ່ງລັດ.
ຍສໝ - ເຂົ້າຮ່ວມກອງປະຊຸມຝ່າຍ ອາຊຽນມີທ່ານ Michael Tene ຮອງເລຂາທິການໃຫຍ່ຜູ້ຮັບຜິດຊອບ ດ້ານການເມືອງ - ຄວາມໝັ້ນຄົງ ແລະ ຄະນະກຳມະການບັນດາຜູ້ຕາງໜ້າອາຊຽນ (CPR). ຄະນະຜູ້ແທນຈີນໂດຍທ່ານເອກອັກຄະລັດຖະທູດຈີນ ປະຈຳອາຊຽນນຳໜ້າ.