ຍສໝ - ໃນລະຫວ່າງແຕ່ວັນທີ 24-25 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ພາກພື້ນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ໄດ້ຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກ 30 ກວ່າປະເທດໃນພາພື້ນດັ່ງກ່າວ ໄດ້ກັບຄືນປະເທດຢ່າງປອດໄພ.
ຍສໝ - ວັນທີ 24 ກັນຍາ, ຢູ່ສະຖາບັນນິຕິເວດສາດກອງທັບ (ຮ່າໂນ້ຍ) ໄດ້ຈັດຕັ້ງພິທີມອບສົ່ງອັດຖິທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນ ອາເມລິກາ.
ຍສໝ - ເລ່ື່ອງສາມປະເທດມະຫາອຳນາດ ອັງກິດ, ເຢຍລະມັນ ແລະ ຝຣັ່ງ ສົ່ງບົດບັນທຶກຮ່ວມ ເຖິງສະຫະປະຊາຊາດ ທີ່ປະຕິເສດຄຳຮຽກຮ້ອງຂອງຈີນໃນທະເລຕາເວັນອອກ ໄດ້ຮັບຄວາມສົນໃຈຈາກລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ.
ຍສໝ - ໃນໂລກແຫ່ງສັນຕິພາບ ດ້ວຍການເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາຢ່າງແຮງຂອງເຄືອຂ່າຍອິນເຕີແນດ, ໄວໜຸ່ມຫວຽດນາມ ຍາມໃດກໍ່ມີຈິດໃຈຄວາມສາມັກຄີຢ່າງແຮງ ແລະ ຄວາມເຫັນດີລວມໝູ່ເປັນຈິດໜຶ່ງໃຈດຽວກັນ.
ຍສໝ - ມູນຄ່າການ ນຳເຂົ້າ - ສົ່ງອອກ ດ້ານ ຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນໍ້າ ລະຫວ່າງສອງປະເທດບັນລຸ 7,53 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ຍສໝ - ນັບຕັ້ງແຕ່ເລີ່ມຕົ້ນໂຄງການ "Free Food Friday" ໃນກາງເດືອນມີນາ, ມາຮອດປະຈຸບັນ The Recess Room ໄດ້ແຈກຢາຍອາຫານຟຣີຫລາຍກວ່າ 10.000 ພູດ.
ຍສໝ - ສະຖານທູດສະຫະລັດອາເມລິກາ ຫາກໍ່ສົ່ງຈົດໝາຍຂອບໃຈບັນດາທ່ານໝໍຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ເອົາໃຈໃສ່ໃນການເບິ່ງແຍງ ແລະປິ່ນປົວຄົນເຈັບອາເມລິກາໃນໄລຍະການຮັກສາໄລຍະຍາວ.
ຍສໝ - ທ່ານ Mike Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ຢັງຢືນວ່າ ລັດຖະບານອາເມລິກາ ກໍ່ຄື ພາກສ່ວນເອກະຊົນຂອງປະເທດອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືເຮັດວຽກກັບບັນດາປະເທດອາຊຽນ ເພື່ອຊຸກຍູ້ຄວາມມານະພະຍາຍາມໃນການຟື້ນຟູເສດຖະກິດ.
ຍສໝ - ຜ່ານເວທີປາໄສ, ວໍຊິງຕັນຈະປະກາດບັນດາຂໍ້ລິເລີ່ມ ແລະ ບ້ວງເງິນລົງທຶນໃໝ່ທີ່ສຸມໃສ່ເຂົ້າເສດຖະກິດດີຈີຕອນ, ພະລັງງານ ແລະ ພື້ນຖານໂຄງລ່າງ, ຊຸກຍູ້ການລົງທຶນແຕ່ເຂດເອກະຊົນຂອງອາເມລິມາຢູ່ເຂດນີ້.
ຍສໝ - ດ້ວຍການເຂົ້າຮ່ວມຂອງ 29 ປະເທດໃນພາກພື້ນ, 3 ຫົວຂໍ້ໃຫຍ່ໄດ້ຮັບການປຶກສາຫາລືແມ່ນ: “ຄວາມສຳຄັນ ແລະ ຜົນກະທົບຂອງ COVID-19 ແລະ ໄພນາບຂູ່ດ້ານສຸຂະພາບຂ້າມຊາດ ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ” "ຄວາມໝາຍ ແລະ ຜົນກະທົບຂອງເຕັກໂນໂລຢີໂທລະຄົມມະນາຄົມ 5G ຕໍ່ຄວາມໝັ້ນຄົງແຫ່ງຊາດ" ແລະ "ບົດບາດຂອງລັດທິຫຼາຍຝ່າຍໃນການສົ່ງເສີມອິນເດຍ - ປາຊີຟິກເສລີ ແລະ ເປີດກ້ວາງ".
ຍສໝ - ໃນໂອກາດນີ້, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນໂຮ່ຈີມິນ ໄດ້ລົງນາມໃນຂໍ້ຕົກລົງອຸປະຖຳກັບອົງການການຄ້າ ແລະ ພັດທະນາອາເມລິກາ ໃຫ້ແກ່ໂຄງການ “ໜູນຊ່ວຍເຕັກນິກການກໍ່ສ້າງສູນບໍລິຫານຕົວເມືອງອັດສະລິຍະໃຫ້ແກ່ນະຄອນໂຮ່ຈີມິນ” ດ້ວຍຍອດມູນຄ່າໜູນຊ່ວຍດ້ານເຕັກນິກແມ່ນເກືອບ 1,5 ລ້ານ USD.
ຍສໝ - ໂດຍປະເຊີນໜ້າກັບການລະບາດທີ່ສັບສົນຢູ່ຫວຽດນາມ, ມີຈຳນວນເກືອບ 20 ອົງການຈັດຕັ້ງຊ່ຽວຊານ ແລະ ຊຸມຊົນຊາວຫວຽດນາມໃນທົ່ວປະເທດສະຫະລັດອາເມລິກາ ໄດ້ເລີ່ມດຳເນີນຂະບວນການເພື່ອ “ຮ່ວມແຮງຮ່ວມໃຈກັບຫວຽດນາມ ເພື່ອຕໍ່ຕ້ານກັບພະຍາດ COVID-19".
ຍສໝ - ວັນທີ 8 ສິງຫາ, ຢູ່ສູນສຳນັກງານແຫ່ງລັດ Maryland - ສະຫະລັດອາເມລິກາ, ທ່ານ ຫ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ມອບຜ້າບັງປາກ 10,000 ໃບໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19.
ຍສໝ - ວັນທີ 7 ສິງຫາ, ທ່ານ Mark Esper - ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບ ກັບ ທ່ານ Wei Fenghe - ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່ຽວກັບສະພາບການໃນທະເລຕາເວັນອອກ ແລະ ບໍລິເວນໃກ້ກັບໄຕ້ຫວັນ.
ຍສໝ - ວັນທີ 6 ສິງຫາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ເພື່ອປຶກສາຫາລືກ່ຽວກັບການພົວພັນອາເມລິກາ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງປະເທດ ແລະ ບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.
ຍສໝ - ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດ, ກໍ່ຄືສະພາບການເຄັ່ງຕຶງໃນພາກພື້ນ ທີ່ກ່ຽວຂ້ອງກັບການຮຽກຮ້ອງອະທິປະໄຕທີ່ບໍ່ສົມເຫດສົມຜົນຂອງຈີນ ໃນທະເລຕາເວັນອອກ.
ຍສໝ - ເພື່ອຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນໄດ້ປະຕິບັດບັນດາມາດຕະການຢ່າງເຂັ້ມງວດກ່ຽວກັບຄວາມປອດໄພ ແລະ ສຸຂະອະນາໄມໂລກລະບາດໃນເວລາບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ກາມແລງ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມທີ່ໄດ້ກຳນົດໄວ້.
ຍສໝ - ທ່ານນາງ Marie C. Damour, ກົງສຸນໃຫຍ່ສະຫະລັດອາເມລິກາປະຈຳ ນະຄອນໂຮ່ຈີມິນ, ໄດ້ເນັ້ນ ໜັກເຖິງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ໃນນັ້ນມີຄວາມໝັ້ນຄົງ, ສ.ການຄ້າ, ເສດຖະກິດ, ການທູດຂອງປະຊາຊົນ, ສາທາລະນະສຸກ, ສິ່ງແວດລ້ອມ, ການສຶກສາແລະພະລັງງານ.
ຍສໝ - ທີ່ພິທີ, ທ່ານນາງ ໂຕທິບິກເຈົາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງສະຫະສະມາຄົມການຄ້າອາເມລິກາ ປະຈຳຫວຽດນາມ ໃນການຮ່ວມແຮງຮ່ວມໃຈ, ພ້ອມກັບນະຄອນໂຮ່ຈີມິນໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ພ້ອມທັງຕີລາຄາສູງການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງ ອາເມລິກາ ແລະ ຫວຽດນາມ.