ສະຫະລັດອາເມລິກາ ສະແດງຄວາມກັງວົນຕໍ່ການກະທໍາ "ສ້າງຄວາມບໍ່ໝັ້ນຄົງ" ຂອງຈີນໃນທະເລຕາເວັນອອກ

12:08 | 10/08/2020

ຍສໝ - ວັນທີ 7 ສິງຫາ, ທ່ານ Mark Esper - ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ມີການໂອ້ລົມທາງໂທລະສັບ ກັບ ທ່ານ Wei Fenghe - ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ກ່ຽວກັບສະພາບການໃນທະເລຕາເວັນອອກ ແລະ ບໍລິເວນໃກ້ກັບໄຕ້ຫວັນ.

ສະຫະລ ດອາເມລ ກາ ສະແດງຄວາມກ ງວ ນຕ ການກະທ າ ສ າງຄວາມບ ໝ ນຄ ງ ຂອງຈ ນໃນທະເລຕາເວ ນອອກ ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ເພື່ອປະຕິເສດຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກ
ສະຫະລ ດອາເມລ ກາ ສະແດງຄວາມກ ງວ ນຕ ການກະທ າ ສ າງຄວາມບ ໝ ນຄ ງ ຂອງຈ ນໃນທະເລຕາເວ ນອອກ ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

ຕາມລາຍງານຂ່າວ Reuters, ນີ້ແມ່ນການໂອ້ລົມທາງໂທລະສັບທຳອິດລະຫວ່າງການນຳສອງກະຊວງປ້ອງກັນປະເທດອາເມລິກາ ແລະ ຈີນ ນັບແຕ່ເດືອນມີນາປີ 2020 ເປັນຕົ້ນມາ. ການໂອ້ລົມທາງໂທລະສັບດັ່ງກ່າວ ໄດ້ເກີດຂື້ນໃນສະພາບການທີ່ການພົວພັນລະຫວ່າງ ອາເມລິກາ - ຈີນ ທີ່ພວມເກີດຄວາມເຄັ່ງຕຶງເນື່ອງຈາກມີຫຼາຍບັນຫາ, ລວມທັງສະພາບການລະບາດຂອງພະຍາດ COVID-19, ບັນຫາ Huawei, ບັນຫາໄຕ້ຫວັນ ກໍ່ຄືການຮຽກຮ້ອງອະທິປະໄຕຢ່າງບໍ່ມີເຫດຜົນຂອງຈີນໃນທະເລຕາເວັນອອກ.

ສະຫະລ ດອາເມລ ກາ ສະແດງຄວາມກ ງວ ນຕ ການກະທ າ ສ າງຄວາມບ ໝ ນຄ ງ ຂອງຈ ນໃນທະເລຕາເວ ນອອກ
ທ່ານ Mark Esper - ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ. (ພາບ: AP)

ໃນການໂອ້ລົມທາງໂທລະສັບ, ທ່ານ Mark Esper - ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບການປະຕິບັດງານທີ່ເຮັດໃຫ້ເກີດຂຶ້ນຄວາມບໍ່ໝັ້ນຄົງຂອງກອງທັບຈີນໃນທະເລຕາເວັນອອກ ແລະ ບໍລິເວນໃກ້ຄຽງຂອງໄຕ້ຫວັນ ແລະ ທ່ານ Mark Esper ຮຽກຮ້ອງໃຫ້ຈີນ ຕ້ອງການເຄົາລົບກົດໝາຍສາກົນ, ກໍ່ຄືແບ່ງປັນເພີ່ມເຕີມຂໍ້ມູນຂ່າວສານກ່ຽວກັບການລະບາດຂອງພະຍາດ COVID-19.

ໃນເດືອນແລ້ວນີ້, ກະຊວງການຕ່າງປະເທດສະຫະລັດອາເມລິກາ ໄດ້ອອກຖະແຫຼງການປະຕິ​ເສດ​ບັນດາຄໍາ​ຮຽກທວງ​ສິດຂອງຈີນໃນທະເລຕາເວັນອອກ. ອີງຕາມຖະແຫຼງການຂອງກະຊວງການຕ່າງປະເທດອາເມລິກາ, ທ່ານ Mike Pompeo - ລັດຖະມົນຕີວ່າການກະຊວງການຕ່າງປະເທດຢືນຢັນວ່າຄໍາ​ຮຽກທວງ​ສິດຂອງ ບັກກິ່ງ ຢູ່ທະເລຕາເວັນອອກແມ່ນ "ລະເມີດກົດໝາຍສາກົນ".

ທ່ານ Mark Esper - ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໄດ້ຫວັງວ່າ ການຢ້ຽມຢາມຈີນຂອງທ່ານໃນທ້າຍປີນີ້ ສາມາດປັບປຸງຊ່ອງທາງການສື່ສານໃນສະພາບວິກິດການນີ້.

ສະຫະລ ດອາເມລ ກາ ສະແດງຄວາມກ ງວ ນຕ ການກະທ າ ສ າງຄວາມບ ໝ ນຄ ງ ຂອງຈ ນໃນທະເລຕາເວ ນອອກ ອາເມລິກາ ສະໜັບສະໜູນອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນພາກພື້ນ

ຍສໝ - ທ່ານ ຫງວຽນກວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວຢໍ້າຄືນຫຼັກໝັ້ນຂອງອາຊຽນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ສິດເສລີພາບໃນການເດີນເຮືອ ແລະການໄປມາຫາສູ່ກັນຢູ່ທະເລຕາເວັນອອກ.

ສະຫະລ ດອາເມລ ກາ ສະແດງຄວາມກ ງວ ນຕ ການກະທ າ ສ າງຄວາມບ ໝ ນຄ ງ ຂອງຈ ນໃນທະເລຕາເວ ນອອກ ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ເພື່ອປະຕິເສດຄຳຮຽກສິດຂອງຈີນຢູ່ທະເລຕາເວັນອອກ

ຍສໝ - ເມື່ອບໍ່ດົນມານີ້, ອົດສະຕາລີ ໄດ້ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດ ໃນນັ້ນຄຳຖະແຫຼງຮຽກສິດຂອງຈີນ ຢູ່ທະເລຕາເວັນອອກ ແມ່ນບໍ່ມີພະຍານຫຼັກຖານດ້ານກົດໝາຍ.

ສະຫະລ ດອາເມລ ກາ ສະແດງຄວາມກ ງວ ນຕ ການກະທ າ ສ າງຄວາມບ ໝ ນຄ ງ ຂອງຈ ນໃນທະເລຕາເວ ນອອກ ຊ່ຽວຊານລັດເຊຍ: ນະໂຍບາຍການຕ່າງປະເທດຂອງຫວຽດນາມປະກອບສ່ວນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ

ຍສໝ - ວັນທີ 20 ມິຖຸນາ, ຢູ່ມົດສະກູ, ສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ “ການຂັດແຍ້ງຢູ່ທະເລຕາເວັນອອກ - ສິ່ງທ້າທາຍ ແລະ ໄພນາບຂູ່ໃນປະຈຸບັນ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ແຖວໜ້າ ປະມານ 30 ຄົນ ກ່ຽວກັບພາກພື້ນອາຊີປາຊີຟິກ ທີ່ມາຈາກບັນດາສູນ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງຣັດເຊຍ. ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.