ຊາວຫວຽດນາມ ຢູ່ ອາເມລິກາ ແຈກຢາຍອາຫານຟຣີຫຼາຍກວ່າ 10.000 ພູດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນທ້ອງຖິ່ນ

11:30 | 14/09/2020

ຍສໝ - ນັບຕັ້ງແຕ່ເລີ່ມຕົ້ນໂຄງການ "Free Food Friday" ໃນກາງເດືອນມີນາ, ມາຮອດປະຈຸບັນ The Recess Room ໄດ້ແຈກຢາຍອາຫານຟຣີຫລາຍກວ່າ 10.000 ພູດ.    

ຊາວຫວຽດນາມ ຢ ອາເມລ ກາ ແຈກຢາຍອາຫານຟຣ ຫ າຍກວ າ 10 000 ພ ດ ເພ ອແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນທ ອງຖ ນ ສະຖານທູດສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານໝໍ ຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ
ຊາວຫວຽດນາມ ຢ ອາເມລ ກາ ແຈກຢາຍອາຫານຟຣ ຫ າຍກວ າ 10 000 ພ ດ ເພ ອແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນທ ອງຖ ນ ຕັດສິນໃຈຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ຄວາມສະຫງົບ, ເປັນກາງ ແລະ ຄວາມໝັ້ນຄົງ
ຊາວຫວຽດນາມ ຢ ອາເມລ ກາ ແຈກຢາຍອາຫານຟຣ ຫ າຍກວ າ 10 000 ພ ດ ເພ ອແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນທ ອງຖ ນ
ທ່ານ ຫວຽດຟ້າມ ກໍາລັງປຸງແຕ່ງອາຫານ.(ພາບ: VnExpress)

ເປັນທີ່ຮູ້ກັນດີວ່ານີ້ແມ່ນກິດຈະກຳ ຂອງ Free Food Friday - ໂຄງການກຸສົນໂດຍ ຫວຽດຟ້າມ (ອາຍຸ 38 ປີ) ແລະເພື່ອນຮ່ວມງານຂອງລາວທີ່ຮ້ານອາຫານ Recess Room ເພື່ອແບ່ງປັນຄວາມຫຍຸ້ງຍາກສຳລັບປະຊາຊົນທ້ອງຖິ່ນໃນທ່າມກາງການລະບາດຂອງພະຍາດ COVID-19.

ແບ່ງປັນກັບໜັງສືພິມ Orange Register, ທ່ານ ຫວຽດ ໄດ້ແບ່ງປັນວ່າ: “ພວກຂ້າພະເຈົ້າຕັດສິນໃຈມອບອາຫານຟຣີໃຫ້ຜູ້ເຖົ້າ, ນັກຮຽນ, ຜູ້ບໍ່ມີບ່ອນຢູ່ອາໄສ ແລະຄົນພິການ. ປະຈຸບັນ 1/8 ຂອງຄອບຄົວໃນສະຫະລັດກຳລັງປະສົບກັບຄວາມຫຍຸ້ງຍາກຍ້ອນຂາດເຂີນອາຫານການກິນ. ໃນໄລຍະນີ້, ການຊ່ວຍເຫຼືອຄົນອື່ນແມ່ນມີຄວາມສຳຄັນຫຼາຍ”.

ນັບຕັ້ງແຕ່ເລີ່ມຕົ້ນໂຄງການ "Free Food Friday" ໃນກາງເດືອນມີນາ, ຫລັງຈາກທີ່ເຈົ້າໜ້າທີ່ໄດ້ສັ່ງໃຫ້ປິດທຸລະກິດທີ່ບໍ່ແມ່ນສິ່ງທີ່ຈຳເປັນເພື່ອປ້ອງກັນ ໂລກລະບາດ COVID-19, ມາຮອດປະຈຸບັນ The Recess Room ໄດ້ແຈກຢາຍອາຫານຟຣີຫລາຍກວ່າ 10.000 ພູດ.

ນອກເໜືອຈາກອາຫານຟຣີ, The Recess Room ຍັງດຳເນີນໂຄງການຫຼຸດລາຄາ 50% ສຳລັບພະນັກງານແພດ, ພະນັກງານກູ້ຊີບໂດຍບໍ່ມີຫຼັກຖານຢັ້ງຢືນ. ປະຈຸບັນ, ທ່ານຫວຽດ ແລະເພື່ອນຮ່ວມງານຍັງຢາກໃຫ້ທຸກຄົນຮ່ວມແຮງຮ່ວມໃຈເພື່ອສະໜອງ ອາຫານສຳລັບພະນັກງານຮັກສາສຸຂະພາບທຸກຄົນຢູ່ສູນການແພດ Orange Coast Memorial.

ຊາວຫວຽດນາມ ຢ ອາເມລ ກາ ແຈກຢາຍອາຫານຟຣ ຫ າຍກວ າ 10 000 ພ ດ ເພ ອແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນທ ອງຖ ນ ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28.9 ລ້ານຄົນ

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ ສາມປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກຕາມລຳດັບ.

ຊາວຫວຽດນາມ ຢ ອາເມລ ກາ ແຈກຢາຍອາຫານຟຣ ຫ າຍກວ າ 10 000 ພ ດ ເພ ອແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນທ ອງຖ ນ ແຂວງກ່າເມົາ ສສ.ຫວຽດນາມ: ການພັດທະນາການປະມົງແບບຍືນຍົງ ແລະມີຄວາມຮັບຜິດຊອບ

ດ້ວຍຄວາມຕັດສິນໃຈສູງ, ກ່າເມົາ ໄດ້ປະຕິບັດຫຼາຍມາດຕະການເພື່ອຕ້ານການຂຸດຄົ້ນຊັບສິນທະເລຜິດກົດໝາຍ. ພິເສດ, ສອງແຂວງກ່າເມົາ ແລະກຽນຢາງ ຍັງໄດ້ຮັບຮອງເອົາແຜນການປະສານງານ ແລະຈັດຕັ້ງການລາດຕະເວນຮ່ວມ.

ຊາວຫວຽດນາມ ຢ ອາເມລ ກາ ແຈກຢາຍອາຫານຟຣ ຫ າຍກວ າ 10 000 ພ ດ ເພ ອແບ ງປ ນຄວາມຫຍ ງຍາກກ ບປະຊາຊ ນທ ອງຖ ນ ຫວຽດນາມ: ສ້າງກາລະໂອກາດແລກປ່ຽນການຄ້າຫຼາຍຢ່າງກວ່າໃຫ້ແກ່ບັນດາວິສາຫະກິດຜະລິດສົ່ງອອກ

ຍສໝ - ທ່ານ ຫງວຽນຢຸຍຮົ່ງ ຮອງຜູ້ອໍານວຍການບໍລິສັດຫຸ້ນສ່ວນ Smartlog ມາດຕະການລະບົບສະໜອງ (ຮ່າໂນ້ຍ) ຕີລາຄາວ່າ ຢູ່ພາຍໃນປະເທດ, ກົນໄກປະຕູດຽວເຊື່ອມຕໍ່ລະຫວ່າງບັນດາກະຊວງ, ຂະແໜງການໄດ້ນຳເອົາຜົນປະໂຫຍດສະດວກຫຼາຍຢ່າງມາໃຫ້ວິສາຫະກິດ; ສ່ວນຢູ່ພາກພື້ນ, ກົນໄກປະຕູດຽວອາຊຽນ ແມ່ນຂໍ້ລິເລີ່ມໜູນຊ່ວຍການແລກປ່ຽນການຄ້າໃນສະພາບການເຊື່ອມໂຍງເຂົ້າກັບສາກົນ.

ໄຊພອນ

ເຫດການ
302 Found

Found

The document has moved here.