ຍສໝ - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດ່ງຄວາມຊົມເຊີຍ ແລະ ຕີລາຄາສູງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ຍສໝ - ປະຕິບັດສັນຍາຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ, ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການທູດ ຫວຽດນາມ - ລາວ ຄັ້ງທີ 10 ແຕ່ວັນທີ 21 - ວັນທີ 23 ພະຈິກ 2023.
ຍສໝ - ທ່ານພົນຕີ ເລດຶກຖາຍ ໃຫ້ຮູ້ວ່າ ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ແມ່ນເຫດການການເມືອງທີ່ສຳຄັນ, ມີຄວາມໝາຍດ້ານມະນຸດສະທໍາຢ່າງເລິກເຊິ່ງ; ເຮັດໃຫ້ການພົວພັນລະຫວ່າງກອງທັບ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນສາມປະເທດເພີ່ມທະວີຂຶ້ນ.
ຍສໝ - ວັນທີ 17 ພະຈິກ, ຢູ່ກົມກົງສຸນ, ກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າກົມກົງສຸນ ຢວນຮວ່າງມິນ ໄດ້ມອບໃບຕົກລົງຮັບກົງສຸນໃຫ້ ທ່ານ ພອນສີ ບຸນມີໄຊ ເປັນກົງສຸນໃຫຍ່ຄົນໃໝ່ຂອງ ລາວ ປະຈຳນະຄອນ ໂຮຈິມິນ.
ຍສໝ - ຄຽງຄູ່ກັບຂະບວນການພັດທະນາທົ່ວໄປຂອງການພົວພັນລະຫວ່າງສອງພັກ ແລະ ສອງລັດ, ການພົວພັນລະຫວ່າງສອງອົງການແນວໂຮມໃນຊຸມປີມໍ່ໆມານີ້ໄດ້ຮັບໝາກຜົນອັນດີງາມຫຼາຍຢ່າງພ້ອມກັບການສົມທົບກັນປະຕິບັດຫຼາຍກິດຈະກຳສຳຄັນ.
ຍສໝ - ງານວາງສະແດງຮູບພາບທີ່ “ວັນບຸນໄມຕີຈິດມິດຕະພາບພິເສດຫວຽດນາມ-ລາວ ປີ 2023” ໄດ້ວາງສະແດງຮູບພາບກວ່າ 200 ແຜ່ນ, ແບ່ງອອກເປັນ 4 ຫົວຂໍ້, ລວມມີ: ປະຫວັດສາດ 61 ປີແຫ່ງການພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ; ຫວຽດນາມ ແລະລາວ ບເສັ້ນທາງແຫ່ງການພັດທະນາ; ຜົນງານພົ້ນເດັ່ນກ່ຽວກັບການຮ່ວມມືຫວຽດນາມ-ລາວ ໃນຂົງເຂດຖະແຫຼງຂ່າວ ແລະສື່ສານ; ເທື່ອທຽນເຫວ້ ຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ.
ຍສໝ - ຕອນບ່າຍວັນທີ 13 ພະຈິກ, ສະຫາຍເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ໄດ້ມາຢ້ຽມຢາມ ແລະ ຊີ້ນຳງານຕະຫຼາດນັດ - ວາງສະແດງໃນຂອບເຂດບັນດາເຫດການ “ວັນບຸນໄມຕີຈິດມິດຕະພາບແບບພິເສດຫວຽດນາມ - ລາວ 2023” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ແຕ່ວັນທີ 11 - 15 ພະຈິກ.
ຍສໝ - ຮອດທ້າຍປີ 2022, ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ບໍາລຸງສ້າງໃຫ້ພະນັກງານບັນດາຂັ້ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 1.147 ທ່ານ. ບັນດານັກສໍາມະນາກອນໄດ້ກາຍເປັນຂົວຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຂອງສອງອົງການຊາວໜຸ່ມ ເວົ້າສະເພາະ ແລະ ຂອງສອງປະເທດ ລາວ ແລະ ຫວຽດນາມ ເວົ້າລວມ.
ຍສໝ - ດ້ວຍຫົວຂໍ້ວ່າ “30 ວັນຄືນແຫ່ງຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ສ້າງຜົນງານລວມໝູ່, ປະຕິບັດໜ້າທີ່ຮັບໃຊ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ປີ 2023 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ”, ການແຂ່ງຂັນຄັ້ງນີ້ ສຸມໃສ່ສຶກສາໃຫ້ 100% ພະນັກງານ, ນັກຮົບມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຢູ່ເຂດຊາຍແດນຄັ້ງທຳອິດ.
ຍສໝ - ຕອນບ່າຍວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ຮອງຫົວໜ້າຄະນະປະຈຳຄະນະໂຄສະນາອົບຮົມສູນກາງພັກກອມມູນິດຫວຽດນາມ ຟ້າມເຕີດຖັງ ໄດ້ມີການໂອ້ລົມກັບສະມາຊິກຄະນະບໍລິຫານງານສູນກາງພັກ ທ່ານ ອິນລາວັນ ແກ້ວບຸນພັນ, ຮອງປະທານຄະນະບໍລິຫານງານສູນກາງແນວລາວສ້າງຊາດ, ຂອງພັກປະຊາຊົນປະຕິວັດລາວ.
ຍສໝ - ວັນບຸນປີນີ້ລວມມີບັນດາເຫດການ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ງານວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະຄໍ່າຄືນພົບປະແລກປ່ຽນສິລະປະຫວຽດນາມ-ລາວ.
ຍສໝ - ວັນທີ 10 ພະຈິກ, ທະຫານຊາຍແດນ 2 ທ້ອງຖິ່ນຊາຍແດນ ແຂວງກວາງຈີ້ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ໄດ້ຈັດຕັ້ງການພົບປະແລກປ່ຽນ, ແບ່ງປັນປະສົບການ, ມອບຂອງຂວັນໃຫ້ກຳລັງທະຫານປ້ອງກັນຊາຍແດນ, ຄູອາຈານ, ນັກຮຽນ 2 ແຂວງຊາຍແດນ.
ຍສໝ - ລາຍການພົບປະແລກປ່ຽນສິລະປະຫວຽດນາມ-ລາວ ແມ່ນໂອກາດເພື່ອຫວນຄືນ, ສືບທອດມູນເຊື້ອການຕໍ່ສູ້ປະຕິວັດຂອງຄົນລຸ້ນກ່ອນ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະຝ່າຍ ແນໃສ່ຍູ້ແຮງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານ, ເພີ່ມທະວີຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ, ການພົວພັນອັນດູດດຶ່ມໃຫ້ນັບມື້ນັບໝັ້ນແກ່ນ ແລະສືບຕໍ່ "ແຕກດອກອອກຜົນ". Chương trình giao lưu nghệ thuật Việt Nam - Lào là dịp để nhìn lại, kế thừa truyền thống đấu tranh cách mạng của các thế hệ đi trước, phát huy tiềm năng, thế mạnh của mỗi bên nhằm đẩy mạnh quan hệ hữu nghị và hợp tác toàn diện, tăng cường sự đoàn kết, đồng thuận, mối quan hệ thắm thiết ngày càng bền chặt và tiếp tục "đơm hoa, kết trái".
ຍສໝ - ພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານຖະແຫຼງຂ່າວລະຫວ່າງກົມຖະແຫຼງຂ່າວການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະສື່ສານ ຫວຽດນາມ ກັບກົມສື່ສານມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ລາວ.
ຍສໝ - ວັນທີ 3 ພະຈິກນີ້, ຄະນະຜູ້ແທນສະພາປະຊາຊົນນະຄອນດາຫນັງ ໄດ້ໄປຢ້ຽມຢາມເຮັດວຽກຢູ່ແຂວງສາລະວັນ (ລາວ) ເພື່ອແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຂອງສະພາປະຊາຊົນນະຄອນດາຫນັງ ແລະ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເຮັດວຽກລະຫວ່າງສະພາປະຊາຊົນຂອງສອງທ້ອງຖິ່ນ. ຜ່ານນັ້ນ, ກໍ່ຫວັງວ່າ 2 ຝ່າຍຈະມີຫຼາຍກາລະໂອກາດຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານໃນບັນດາການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນ 2 ປະເທດ.
ຍສໝ - ແຕ່ວັນທີ 11 – 15 ພະຈິກ, ຢູ່ນະຄອນ ເຫວ້ (ແຂວງເທື່ອທຽນ – ເຫ້ວ), ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ – ເຫວ້ ຈະຈັດລາຍການວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ ປີ 2023. ວັນບຸນມີຫົວຂໍ້ວ່າ “ການຖະແຫຼງຂ່າວ ແລະ ການສື່ສານ, ຈຸດພົ້ນເດັ່ນໃນາກນພົວພັນຮ່ວມມື ຫວຽດນາມ - ລາວ”.
ຍສໝ - ລາຍການລວມມີກິດຈະກຳເຄື່ອນໄຫວທີ່ມີຄວາມໝາຍສຳຄັນ, ເຊິ່ງສະແດງໃຫ້ເຫັນໄມຕີຈິດມິດຕະພາບອັນໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດ, ຄື: ງານວາງສະແດງຮູບພາບ, ງານຕະຫຼາດນັດ-ງານວາງສະແດງ, ການໂອ້ລົມສົນທະນາວິທະຍາສາດ ແລະງານລາຕີພົບປະແລກປ່ຽນສິລະປະ ຫວຽດນາມ - ລາວ.
ຍສໝ - ຕອນບ່າຍວັນທີ 8 ພະຈີກ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ, ຫົວໜ້າກົມພິທີການແຫ່ງລັດ, ໄດ້ຮັບສຳເນົາໃບມອບສິດແຕ່ງຕັ້ງເອກອັກຄະລັດຖະທູດ ສາທາລະນະລັດ ປະຊາທິປະໄຕ ລາວ ປະຈຳ ຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ.
ຍສໝ - ການນຳກອງບັນຊາການທະຫານແຂວງບິ່ງດິ້ງ ແລະແຂວງອັດຕະປື ຢືນຢັນວ່າ ສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງແຂວງບິ່ງດິ້ງ ແລະແຂວງອັດຕະປື ນັບມື້ນັບພັດທະນາຢ່າງໝັ້ນຄົງ ແລະເຂົ້າສູ່ລວງເລິກ.
ຍສໝ - ທ່ານພົນຈັດຕະວາ ເລງອກຫາຍ ເນັ້ນໜັກເຖິງບົດບາດ, ຄວາມສຳຄັນຂອງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ໃນປີ 2023 ໃນການຊຸກຍູ້ການຮ່ວມມືລະຫວ່າງກອງທັບ ກໍ່ຄືກຳລັງປົກປັກຮັກສາຊາຍແດນ, ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນຢູ່ເຂດຕິດກັບຊາຍແດນຮ່ວມລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ ແລະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ການເຄື່ອນໄຫວພົບປະແລກປ່ຽນຄັ້ງນີ້.