ສາຍໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ຊັບສົມບັດລວມອັນລ້ຳຄ່າ

15:27 | 14/12/2023

ສາຍໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ຊັບສົມບັດລວມອັນລ້ຳຄ່າ

ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ” ສາຍໃຈ ຫວຽດນາມ-ລາວ: “ການຮ່ວມມືຮອບດ້ານເພື່ອອະນາຄົດທີ່ໃສແຈ້ງ”
ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ ແຂວງຮ່າຕິ້ງ ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນເຮັດໃຫ້ສາຍໃຈ ຫວຽດນາມ-ລາວ ໝັ້ນແກ່ນຕື່ມອີກ

ວັນທີ 2 ທັນວາ, ພັກ, ລັດ ແລະປະຊາຊົນຫວຽດນາມ ໄດ້ພ້ອມກັນສະແດງຄວາມເບີກບານມ່ວນຊື່ນພ້ອມກັບພັກ, ລັດ ແລະ ປະຊາຊົນປະເທດລາວບັນດາເຜົ່າອ້າຍນ້ອງ ເພື່ອສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2-12-1975 / 2-12-2023).

ໂດຍຫ່າງຈາກນີ້ 48 ປີ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໂດຍທ່ານປະທານ ໄກສອນ ພົມວິຫານ, ປະຊາຊົນລາວບັນດາເຜົ່າ ໄດ້ຕໍ່ສູ້ຢ່າງພິລະອາດຫານເພື່ອສຳເລັດພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງຕັ້ງປະເທດ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975. ບໍ່ພຽງແຕ່ແມ່ນໄຊຊະນະທີ່ຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ, ການກຳເນີດຂອງປະເທດ ສປປ ລາວ ເທົ່ານັ້ນ, ຫາກຍັງແມ່ນໄຊຊະນະອັນຍິ່ງໃຫຍ່ແຫ່ງສາຍພົວພັນແບບພິເສດ, ການຮ່ວມສໍາພັນສາມັກຄີສູ້ຮົບຢ່າງສັດຊື່ບໍລິສຸດ, ຈົງຮັກພັກດີລະຫວ່າງສອງປະເທດຫວຽດນາມ ແລະລາວ ອີກດ້ວຍ.

ສາຍໃຈສາມັກຄີແບບພິເສດ ຫວຽດນາມ - ລາວ, ຊັບສົມບັດລວມອັນລ້ຳຄ່າ

ປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ. ພາບເອກະສານ

ໃນຕະຫຼອດໄລຍະ 48 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ດ້ວຍຈິດໃຈຮັກຊາດຢ່າງເດັດດ່ຽວໜຽວແໜ້ນ ແລະມູນເຊື້ອປະຕິວັດອັນດີງາມ, ປະຊາຊົນລາວ ໄດ້ເສີມຂະຫຍາຍຈິດໃຈສາມັກຄີ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸຜົນງານອັນຍິ່ງໃຫຍ່, ຮອບດ້ານ, ມີຄວາມໝາຍປະຫວັດສາດ, ສ້າງໂສມໜ້າໃໝ່ໃຫ້ແກ່ ສປປ ລາວ. ຈາກພື້ນຖານເສດຖະກິດກະສິກຳທີ່ຖືກປິດລ້ອມ, ຂວ້ຳບາດ, ປະເທດລາວ ໄດ້ບືນຕົວຂຶ້ນເປັນປະເທດເອກະລາດ, ເປັນເຈົ້າຕົນເອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຕ່າງປະເທດນັບມື້ນັບເປີດກວ້າງ. ລາວມີບາດກ້າວຫັນປ່ຽນທີ່ເຂັ້ມແຂງຢ່າງແທ້ຈິງ, ມຸ່ງໄປເຖິງການພັດທະນາທີ່ຈະເລີນຮຸ່ງເຮືອງ, ດ້ວຍຖານະບົດບາດ, ທີ່ຕັ້ງໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງໃນພາກພື້ນ ແລະເວທີສາກົນ.

ພັກ, ລັດ ແລະປະຊາຊົນຫວຽດນາມໄດ້ສະແດງຄາມ ຊົມເຊີຍບັນດາ “ດອກໄມ້ຫອມ ແລະໝາກໄມ້ຫວານ” ທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້. ຫວຽດນາມ ຍາມໃດກໍ່ຖືໄຊຊະນະອັນໃຫຍ່ຫຼວງ, ຮອບດ້ານຂອງລາວ ແມ່ນແຫຼ່ງລະດົມກຳລັງໃຈທີ່ຍິ່ງໃຫຍ່ໃນຂະບວນການປ່ຽນແປງໃໝ່ປະດິດຄິດສ້າງ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ພ້ອມທັງເຊື່ອໝັ້ນວ່າ ພັກປະຊາຊົນປະຕິວັດລາວ ຈະສືບຕໍ່ນຳພາປະຊາຊົນລາວບັນດາເຜົ່າອ້າຍນ້ອງ ສ້າງສາປະເທດລາວ ໃຫ້ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສັງຄົມມີຄວາມສາມັກຄີ, ປະຊາທິປະໄຕ, ສະເໝີພາບ ແລະສີວິໄລ.

ສອງປະເທດຫວຽດນາມ - ລາວ ມີມູນເຊື້ອສະໜິດຕິດພັນກັນມາແຕ່ຍາວນານ ແລະມູນເຊື້ອສາມັກຄີອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ. ໃນໂລກ ແມ່ນຫາຍາກທີ່ຈະມີສາຍພົວພັນສອງຝ່າຍໃດທີ່ມີປະຫວັດສາດທີ່ໄດ້ພິສູດໃຫ້ເຫັນວ່າ ຍາມທຸກ, ຍາມສຸກຫວຽດນາມ ແລະລາວ ກໍ່ມີກັນ ແລະກັນ. ມີຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ທີ່ເຄີຍໄດ້ຜ່ານຜ່າສິ່ງທ້າທາຍອັນໜັກໜ່ວງ, ເຕັມໄປດ້ວຍຄວາມເສຍສະຫຼະທີ່ຫຍຸ້ງຍາກລຳບາກ, ໄດ້ຮັບການເພີ່ມພູນຄູນສ້າງດ້ວຍເລືອດເນື້ອເພື່ອເອກະລາດ, ເສລີພາບ, ຄວາມຜາສຸກຂອງສອງຊາດ, ກາຍເປັນສາຍພົວພັນທີ່ສັດຊື່ບໍລິສຸດ, ຜຸດຜ່ອງ ແລະເປັນແບບຢ່າງ, ເປັນຊັບສົມບັດອັນລໍ້າຄ່າສໍາລັບພາລະກິດແຫ່ງການປະຕິວັດຂອງແຕ່ລະປະເທດ.

ໃນສະພາບການຜັນແປຢ່າງສັບສົນໃນໂລກປະຈຸບັນ, ສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ທີ່ທ່ານປະທານ ໂຮ່ຈີມິນ, ທ່ານປະທານ ໄກສອນ ພົມວິຫານ, ທ່ານປະທານ ສຸພານຸວົງ ເປັນຜູ້ສ້າງພື້ນຖານນັ້ນ ກໍ່ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ, ປະຊາຊົນສອງປະເທດ ໄດ້ກາຍເປັນສິ່ງທີ່ສຳຄັນກວ່າເວລາໃດໝົດຂອງທັງສອງປະເທດ. ດ້ວຍຄວາມເປັນຈິດໜຶ່ງໃຈດຽວກັນ, ຄວາມຕັດສິນໃຈມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ຄວາມສັດຊື່ບໍລິສຸດ, ຄວາມຈົງຮັກພັກດີລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ - ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ບູນມີ

ເຫດການ
302 Found

Found

The document has moved here.