ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ສະບັບສ້າງໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.
ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ພະຈິກ 2020 ນີ້, ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນໃສ່ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບ ຕາມການສະເໜີ ປັບປຸງບາງມາດຕາ ຂອງກົດໝາຍສະບັບນີ້ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020, ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ6) ໂດຍການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງ ກົດໝາຍສະບັບດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 9 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະ ທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍສ້າງໃໝ່ ວ່າດ້ວຍຊັ້ນນັກການທູດ ຂອງກະຊວງການຕ່າງປະເທດ ທີ່ສະເໜີໂດຍ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານ ຂອງອົງການໄອຍະການ ປະຊາຊົນສູງສຸດ ທີ່ໄດ້ຕັ້ງໜ້າຈັດຕັ້ງ ປະຕິບັດວຽກງານ ປະຈຳປີ 2020 ຈົນໄດ້ຮັບຜົນສຳເລັດ ໃນຫລາຍດ້ານ ເປັນຕົ້ນ ອົງການໄອຍະການປະຊາຊົນ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດ ໃນການຕິດຕາມກວດກາ ການປະຕິບັດ ກົດໝາຍຂອງອົງ ການສືບສວນ-ສອບສວນ ເຮັດໃຫ້ອົງການດັ່ງກ່າວ ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການນັບມື້ດີຂຶ້ນເລື້ອໆ...
ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 6 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບ ຄຳຄິດຄຳເຫັນ ໃສ່ບົດລາຍງານ ການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການ ກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຫລັງຈາກນັ້ນ, ບັນດາ ສສຊ ໄດ້ພ້ອມກັນລົງຄະແນນສຽງ ຮັບຮອງເອົາຮ່າງບົດລາຍງານດັ່ງກ່າວ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.
ຍສໝ - ທ່ານ Park Byeong - Seug ໄດ້ກ່າວຄຳເຫັນວ່າ ຄວນຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຍສໝ - ສ.ເກົາຫຼີ ພ້ອມທີ່ຈະສະໜັບສະໜູນການພັດທະນາຂອງຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊ່ອງທາງ ແລະ ທຸກຂັ້ນ.
ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບທ່ານ Park Byeong-seug - ປະທານສະພາແຫ່ງຊາດສ.ເກົາຫຼີ ເນື່ອງໃນໂອກາດທີ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ຍສໝ - ທ່ານປະທານສະພາແຫ່ງຊາດສາທາລະນະລັດ ເກົາຫຼີ Park Byeong Seung ຢືນຢັນວ່າສາທາລະນະລັດ ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ, ເນັ້ນໜັກວ່າ ຫວຽດນາມ ທີ່ທີ່ຕັ້ງສຳຄັນໃນຍຸດທະສາດການພົວພັນຕ່າງປະເທດຂອງ ສາທາລະນະລັດ ເກົາຫຼີ ຢູ່ພາກພື້ນ.
ຍສໝ - ໃນການຢ້ຽມຢາມເຮັດວຽກຢູ່ຫວຽດນາມ. ວັນທີ 1 ພະຈິກ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ໂດຍທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug ນຳໜ້າໄດ້ໄປຢ້ຽມຢາມແລະເຮັດວຽກຢູ່ແຂວງ ນິງບິ່ງ.
ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງ ບຸກຄະລາກອນ ຂັ້ນສູງຂອງລັດ, ໂດຍໄດ້ສະເໜີຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ປະຈໍາສໍາງານນາຍົກລັດຖະມົນຕີ.
ຍສໝ - ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ມີການພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.
ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຮ່າງແຜນງົບປະມານ ປະຈໍາປີ 2021 ຢູ່ກອງປະຊຸມ ສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ ຄື: ພິຈາລະນາຮັບຮອງບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນເງິນຕາ ປະຈໍາ ປີ 2020 ແລະ ແຜນການປີ 2021...
ຍສໝ - ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມໃນເອກະສານສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຂອງແມ່ຍິງ ແລະ ມອບສິດໃຫ້ແມ່ຍິງຫລາຍສະບັບ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳສປປ.ລາວ, ໃນວັນທີ 27 ຕຸລາ, ກອງປະຊຸມສະພາແຫ່ງຊາດສປປ.ລາວ ຊຸດທີ VIII ຄັ້ງທີ 10 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍການສຸມໃສ່ບັນດາມາດຕະການ ເພື່ອຟື້ນຟູພື້ນຖານເສດຖະກິດ ທີ່ຖືກຮັບຜົນສະທ້ອນຢ່າງຮ້າຍແຮງຈາກການລະບາດຂອງພະຍາດ COVID-19.
ຄະນະປະຈຳສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ນຳໂດຍທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົມນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 45 ປີ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນວັນທີ 27 ຕຸລາ ຫາ 17 ພະຈິກ 2020.