ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ

15:14 | 27/03/2021

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາແຕ່ວັນທີ 22-26 ມີນາ 2021, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນຳພັກ, ລັດ, ອະດີດການນຳຂັ້ນສູງ, ພະນັກງານປະຕິວັດອາວຸໂສ, ສະມາຊິກສາພາແຫ່ງຊາດ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

ສະພາແຫ່ງຊາດ ລາວ: ລາຍງານທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ແລະ ບົດລາຍງານກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ​ທີ IX
ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II
ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ  ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ
ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX (ພາບ: Kpl)

ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ກອງປະຊຸມໄດ້ຮັບຟັງ ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍ ມະຕິກົມການເມືອງສູນການພັກ ວ່າດ້ວຍການກະກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ຊຶ່ງໄດ້ດໍາເນີນຢ່າງມີຜົນສໍາເລັດຕາມແຜນການທີ່ວາງໄວ້, ເປັນການສ້າງເງື່ອນໄຂໃຫ້ແກ່ຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວປະເທດ ໄດ້ນໍາໃຊ້ສິດປະຊາທິປະໄຕ ຕາມທີ່ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເຂົ້າໃນການເລືອກຕັ້ງເອົາຕົວແທນຂອງຕົນ ເພື່ອປະຕິບັດສິດອໍານາດຂອງປະຊາຊົນຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນທ້ອງຖິ່ນ ໃນການພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດກໍຄືຂອງທ້ອງຖິ່ນ.

ກອງປະຊຸມ ໄດ້ດໍາເນີນການເລືອກຕັ້ງ ເອົາຕໍາແໜ່ງສໍາຄັນຕ່າງໆ ຂອງອົງການອໍານາດແຫ່ງລັດເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ; ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານອົງການກວດກາແຫ່ງລັດ; ພ້ອມດຽວກັນນັ້ນ, ໄດ້ຮັບຮອງເອົາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ, ໂຄງປະກອບກົງຈັກຂອງລັດຖະບານ; ຮັບຮອງເອົາການແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການ ຂອງສະພາແຫ່ງຊາດ ແລະ ສະມາຊິກລັດຖະບານ ຕາມກົດໝາຍກໍານົດໄວ້. ການເລືອກຕັ້ງບຸກຄະລາກອນໃນຕໍາແໜ່ງສໍາຄັນຂອງລັດ, ການຮັບຮອງເອົາກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການລັດດັ່ງກ່າວມາຂ້າງເທິງນັ້ນ ເປັນບາດກ້າວສໍາຄັນ ໃນການສືບຕໍ່ ບູລະນະລະບົບອໍານາດລັດ ປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນເຂັ້ມແຂງ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນວຽກຂອງແຕ່ລະອົງການ ໃນ 5 ປີ ຕໍ່ໜ້າ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍຫັນເປັນແຜນງານໂຄງການອັນລະອຽດຂອງແຕ່ລະຂະແໜງການ, ອົງການ ແລະ ຫັນເຂົ້າສູ່ຊີວິດສັງຄົມຢ່າງແທດເຖິງ.

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ  ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ
ກອງປະຊຸມ ໄດ້ຮັບຟັງການປະກອບຄວາມເຫັນທີ່ສໍາຄັນ (ພາບ: Kpl)

ກອງປະຊຸມ ໄດ້ຮັບຟັງການປະກອບຄວາມເຫັນທີ່ສໍາຄັນ ກ່າວຮັບໜ້າທີ່ຂອງທ່ານປະທານສະພາແຫ່ງຊາດ, ປະທານປະເທດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ ແລະ ປະທານກວດກາແຫ່ງລັດ ທີ່ໄດ້ຮັບການເລືອກຕັ້ງ ຊຶ່ງສະແດງເຖິງຄວາມມຸ່ງໝັ້ນ, ການຕັດສິນໃຈຂອງບັນດາທ່ານການນໍາຂັ້ນສູງ ໃນການເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດໜ້າຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ; ມີຄວາມຮັບຜິດຊອບຕໍ່ສະພາແຫ່ງຊາດ ໃນຖານະທີ່ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມທີ່ຈະເຮັດໜ້າທີ່ອັນສຸດທີ່ມີຄວາມໝາຍສໍາຄັນນີ້ ຕາມການມອບໝາຍຂອງຊາດ ແລະ ປະຊາຊົນ ເພື່ອພ້ອມກັນສຸມໃສ່ ແກ້ໄຂສະພາບຄວາມຫຍຸ້ງຍາກ-ເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນນີ້ໃຫ້ໄດ້ ເພື່ອສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ແຂງແຮງ ນໍາເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.

ກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາຮັບຮອງ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 5 ປີ IX (2021-2025), ພ້ອມທັງຊົມເຊີຍ ແລະ ຕີລາຄາສູງຕໍ່ລັດ ຖະບານ ໃນສະພາບການພາກພື້ນ, ສາກົນ ມີຄວາມສັບສົນ, ສະພາບພາຍໃນມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ແຕ່ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາ ກະຊວງ, ອົງການ, ຂະແໜງ ການ ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກໍານົດໃນແຜນ 5 ປີ ຜ່ານມາ ສໍາເລັດຫລາຍຄາດໝາຍ ອັນໄດ້ປະກອບສ່ວນເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ມີການຂະຫຍາຍຕົວ, ເສດຖະກິດມະຫາພາກມີສະຖຽນລະພາບ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໃຫ້ມີໝາກຜົນດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັບການຕີລາຄາຜົນສໍາເລັດດັ່ງກ່າວ, ກອງປະຊຸມຍັງໄດ້ ສະເໜີໃຫ້ລັດຖະບານ ເພີ່ມທະວີການຊີ້ນໍາ ບັນຊາ ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດທິດທາງ, ແຜນງານ, ໂຄງການ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 5 ປີ (2021-2025) ດ້ວຍບັນດານະໂຍບາຍ, ມາດຕະການແບບບຸກທະລຸທີ່ແທດເໝາະກັບຕົວຈິງ ເຮັດໃຫ້ການຈັດຕັ້ງປະຕິບັດມີໝາກມີຜົນຕົວຈິງ.

ສະພາແຫ່ງຊາດ ລາວ: ລາຍງານທິດທາງ ແຜນການເຄື່ອນໄຫວວຽກງານ 5 ປີ ແລະ ບົດລາຍງານກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດ​ທີ IX

ຍສໝ - ກອງ​ປະຊຸມ​ໄດ້​ເຫັນ​ດີ ​ຮັບຮອງ​ເອົາ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ 5 ປີ ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX (2021-2025), ມີ​ທັງ​ໝົດ 96 ສະບັບ, ​ໃນ​ນັ້ນ, ມີ​ກົດໝາຍ​ສ້າງ​ໃໝ່ 38 ສະ ບັບ ​ແລະ ກົດໝາຍ​ປັບປຸງ 58 ສະບັບ.

ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ໃນວັນທີ 5 ມີນາ 2021, ຢູ່ຫ້ອງວ່າການສະພາແຫ່ງຊາດ (ຫລັກ6) ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການ ອະນຸກໍາມະການ ເລຂານຸການ, ໂຄສົກຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ໄດ້ຖະແຫລງ ກ່ຽວກັບຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ຢ່າງເປັນທາງການ ວ່າ: ວັນທີ 21 ກຸມພາ 2021 ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບ ນັບແຕ່ເວລາ 7:00-17:00 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງ ຢ່າງເປັນເອກະພາບຢູ່ ໃນ 18 ແຂວງ ...

ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

kpl.gov.la

ເຫດການ
302 Found

Found

The document has moved here.