ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ໄດ້ຖະແຫລງໃນວັນທີ 21 ທັນວາ 2020 ນີ້ໃຫ້ຮູ້ວ່າ: ມື້ນີ້, ແມ່ນມີຜູ້ປີ່ນປົວຫາຍດີ ຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍ 1 ຄົນ ແລະ ຍັງມີຜູ້ຕິດເຊື້ອພະຍາດດັ່ງກ່າວ, 4 ຄົນ ຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍມິດຕະພາບ.
ຍສໝ - ໜັງສືພິມ Asiatoday - ໜຶ່ງໃນບັນດາສຳນັກຂ່າວສານໃຫຍ່ຂອງ ສ. ເກົາຫຼີ ໄດ້ລົງພິມບົດຂຽນດ້ວຍເນື້ອໃນຕີລາຄາສູງບົດບາດຂອງຫວຽດນາມ ຕໍ່ກັບການພັດທະນາ ແລະຄວາມສາມັກຄີຂອງອາຊຽນ, ໂດຍສະເພາະແມ່ນໃນສະພາບການໂລກພະຍາດ Covid-19 ພວມແຜ່ລະບາດເຖິງຫຼາຍປະເທດໃນໂລກ.
ຍສໝ - ໃນວັນທີ 16 ພຶດສະພາ ສະຫລຸບການປະຊຸມຄະນະກຳມະການປະຈຳລັດຖະບານ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ກ່າວວ່າ ປະເທດຫວຽດນາມບໍ່ມີການຕິດເຊື້ອພະຍາດ COVID -19 ຢູ່ໃນຊຸມຊົນ. ແຕ່ວ່າ, ຄວນຍົກສູງສະຕິລະວັງຕົວ ໃນເມື່ອທີ່ພະຍາດຍັງມີການລະຍາດ ໃນຫຼາຍປະເທດ ແລະ ຍັງບໍ່ມີຢາວັກຊີນ, ຢາປິ່ນປົວສະເພາະ.
ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄ ວິດ-19 ຢືນຢັນວ່າ ມາຮອດໃນວັນທີ 8 ພຶດສະພາ 2020 ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ເພີ່ມຂຶ້ນ ຕິດຕໍ່ກັນແລ້ວ 26 ມື້. ຄະນະທີ່ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 27.569 ຄົນ ແລະ ເສຍຊີວິດ 2.069 ຄົນ. ສະເພາະກຸ່ມປະເທດອາຊຽນ ເຫັນວ່າຍັງມີບາງປະເທດ ທີ່ມີອັດຕາ ການຕິດເຊື້ອໃໝ່ ໃນວັນທີ 7 ພຶດສະພາ ສູງເຖິງ 741 ຄົນ ແລະ ເສຍຊີວິດ 62 ຄົນ.
ຍສໝ - ຕາມໜັງສືພິມດັ່ງກ່າວແລ້ວ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 1000 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ, ພ້ອມກັນນັ້ນ 28 ມື້ລຽນຕິດ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໃນຊຸມຊົນ (ຄິດໄລ່ຮອດວັນທີ 30 ກັນຍາ), ເມື່ອທຽບໃສ່ປະຊາກອນ ເກືອບ 100 ລ້ານຄົນ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຢັ້ງຢືນເຖິງບົດບາດຫຼັກແຫຼ່ງຂອງກຳລັງກອງທັບ, ໃນນັ້ນມີກຳລັງທະຫານປ້ອງກັນຊາຍແດນ, ໃນການປະຕິບັດການຊີ້ນຳນຳພາຂອງພັກ, ລັດຢ່າງເຂັ້ມງວດ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໃນການຮັກສາເສັ້ນຊາຍແດນໃຫ້ສຳເລັດເວົ້າລວມ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເວົ້າສະເພາະ.
ຍສໝ - ທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມສ່ຽງໂລກລະບາດຍັງຄົງຕົວຢູ່ທຸກໆແຂວງ, ນະຄອນ, ພິເສດແມ່ນບັນດານະຄອນໃຫຍ່, ຄະນະຊີ້ນຳແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຂຶ້ນແຜນການຂົນຂວາບປະຊາຊົນໃສ່ຜ້າອັດປາກ - ອັດດັງ ແລະ ປະຕິບັດບັນດາມາດຕະການປ້ອງກັນສະກັດກັ້ນທີ່ໄດ້ວາງອອກ.
ຍສໝ - ກະຊວງການຕ່າງປະເທດກ່າວວ່າ, ເພາະວ່າຂັ້ນຕອນລະບຽບຂອງຝ່າຍອາເມລິກາກ່ຽວຂ້ອງກັບບັນດາອົງການເຈົ້າໜ້າທີ່ທີ່ແຕກຕ່າງກັນ, ສະນັ້ນສາຍການບິນແຫ່ງຊາດຫວຽດນາມຍັງບໍ່ໄດ້ຮັບໃບອະນຸຍາດທີ່ຈຳເປັນພຽງພໍເພື່ອຈັດຕັ້ງຖ້ຽວບິນຕາມເວລາກຳນົດ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຖືວ່າ: ຈຸດເວລານີ້ ຄວນປຸກລະດົມແຫຼ່ງກຳລັງຮັບມືຢ່າງສູງສຸດ ແລະ ເດັດດ່ຽວແກ້ໄຂບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍໃຫ້ເຂັ້ມງວດ.
ຍສໝ - ວັນທີ 3 ສິງຫາ, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ໄດ້ຍ້ອງຍໍຊົມເຊີຍວິທີການຮັບມືກັບໂລກລະບາດ Covid – 19 ຂອງຫວຽດນາມ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆທາບທາມມາດຕະການດັ່ງກ່າວ.