ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງ ອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດ ອັນສະຫງ່າງາມ ຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນໃນອຸດົມການ ກໍຄືທາດແທ້ ຂອງພັກ ປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ສາມາດເຮັດສຳເລັດ ພາລະກຳປະຫວັດສາດ ໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນ ເອກະລາດ ແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງ ຂອງປະຊາຊົນລາວບັນ ດາເຜົ່າ.
ຍສໝ - ຫວ່າງແລ້ວນີ້, ລັດຖະບານສປປ.ລາວ ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໃຫ້ຄຳໝັ້ນສັນຍາສະໜັບສະໜູນປະເທດລາວ 2,8 ລ້ານເອີໂຣ (ປະມານ 32 ຕື້ກີບ) ໂດຍຜ່ານອົງການອະນາໄມໂລກ (WHO) ເພື່ອຊ່ວຍເຫຼືອປະເທດລາວຮັບມືກັບການລະບາດຂອງ COVID-19.
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສູນບໍລິຫານລັດ ດ້ວຍເອເລັກໂຕຣນິກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຕົກລົງຮ່ວມມືກັນ ຈັດງານແຂ່ງຂັນ Makerthon Lao ແລະ ຮ່ວມມືພັດທະນາລະບົບບໍລິຫານ ແລະ ບໍລິການລັດແບບດີຈີຕອນ.
ຍສໝ - ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.
ກອງປະຊຸມສຳມະນາວິທະຍາສາດຂັ້ນກະຊວງປ້ອງກັນປະເທດ “ໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ 1971 ຄຸນຄ່າປະຫວັດສາດ ແລະ ຄວາມເປັນຈິງ”, ຄາດວ່າ ຈະດຳເນີນໃນວັນທີ 19 ມີນາ ຈະມາເຖິງ ຢູ່ແຂວງ ກ໋ວາງຈີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະທາງເລກ 9 - ພາກໃຕ້ຂອງລາວ (1971 - 2021).
ບັນຫາຄວາມປອດໄພ ແລະ ການມີສຸຂະພາບດີ ຂອງຜູ້ອອກແຮງງານ ແມ່ນປັດໄຈໜຶ່ງທີ່ສາມາດສ້າງ ແລະ ເພີ່ມປະສິດທິພາບ ໃນການເຮັດວຽກ ຂອງເຂົາເຈົ້າໄດ້, ການທີ່ຜະລິດຕະພາບ ຂອງແຮງງານສູງຂຶ້ນ ຈະສ້າງຄວາມມັ່ງຄັ້ງ ໃຫ້ແກ່ຜູ້ລົງທຶນສູງຂຶ້ນ ລວມໄປເຖິງການ ເພີ່ມຜົນຜະລິດລວມ ຫລື ຈີດີພີ ຂອງປະເທດໄດ້.
ຍສໝ - ວັນທີ 17 ມີນາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຈ້ອງ ເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍຮັບຕຳແໜ່ງໃໝ່.
ໃນວັນທີ 15 ມີນາ 2021 ນີ້, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດ ເບຍລາວຈຳກັດ ໄດ້ມອບເງິນຈຳນວນ 100 ລ້ານກີບ ເພື່ອສົມທົບທຶນ ປະກອບສ່ວນ ໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ເຊິ່ງຕາງໜ້າຮັບໂດຍ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ.
ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດພິທີປ່ອນບັດ ເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ ໃນວັນທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍ ພະນັກງານສະຖານທູດ ແລະ ຄອບຄົວ, ພະນັກງານຜູ້ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ເຂົ້າຮ່ວມ.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.
ຍສໝ - ທີ່ການພົບປະ, ທ່ານ ຫງວຽນງອກເລືອງ ເລຂາສູນກາງຄະນະໃຫ້ຮູ້ວ່າ: ໂດຍໄດ້ຮັບຄວາມເອົາໃຈຊີ້ນຳຈາກການນຳສອງພັກ, ສອງລັດ, ໃນໄລຍະທີ່ຜ່ານມາ, ການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບລະຫວ່າງ ຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກໍ່ຄືຊາວໜຸ່ມເຍົາວະຊົນອາຍຸຊົນລະຫວ່າງສອງປະເທດ ຫວຽດນາມ - ລາວນັບມື້ນັບໄດ້ຮັບການເພີ່ມທະວີ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ
ຍສໝ - ລັດຖະບານ ສປປ.ລາວ ຫາກໍ່ອອກດຳລັດໃໝ່ ທີ່ຂື້ນລະດັບປັບໃໝເງິນ ພ້ອມດ້ວຍການຈັດການກັບຮູບແບບອື່ນໆຕາມກົດໝາຍ ສຳລັບຄົນທີ່ເຂົ້າເມືອງໃນລາວແບບຜິດກົດໝາຍ.
ຍສໝ - ປະຈຸບັນ, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດດັ່ງກ່າວໄດ້ນໍາກັບມາເທດສະບານໂພນສະຫວັນ, ແຂວງຊຽງຂວາງ.
ໃນວັນທີ 5 ມີນາ 2021, ຢູ່ຫ້ອງວ່າການສະພາແຫ່ງຊາດ (ຫລັກ6) ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການ ອະນຸກໍາມະການ ເລຂານຸການ, ໂຄສົກຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ໄດ້ຖະແຫລງ ກ່ຽວກັບຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ຢ່າງເປັນທາງການ ວ່າ: ວັນທີ 21 ກຸມພາ 2021 ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບ ນັບແຕ່ເວລາ 7:00-17:00 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງ ຢ່າງເປັນເອກະພາບຢູ່ ໃນ 18 ແຂວງ ແລະ ນະຄອນຫລວງ.
ສຳລັບໄຂ້ຍຸງລາຍປະຊາຊົນລາວທຸກຄົນ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 5ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມ ສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.
ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.
ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.