![]() |
| ພາບປະກອບ |
ກະຊວງສຶກສາ ແລະກໍ່ສ້າງ ສສ.ຫວຽດນາມ ຫາກໍ່ປະກາດກ່ຽວກັບການຄັດເລືອກຄູອາຈານໄປສິດສອນຢູ່ລາວ ໃນອາຍຸການ 2021 - 2023. ເງື່ອນໄຂເພື່ອເຂົ້າຮ່ວມການຄັດເລືຶອກແມ່ນພົນລະເມືອງຫວຽດນາມ, ມີຄຸນສົມບັດທີ່ດີ, ມີໃບປະກາດສະນີຍະບັດ, ໃບຢັ້ງຢືນວິຊາການທີ່ເໝາະສົມ, ມີທັກສະໂຄສະນາ, ຂົນຂວາຍປະຊາຄົມ; ຮູ້ຮັກສາ, ເສີມຂະຫຍາຍນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ, ມີບົດຮຽນໃນການສິດສອນຢ່າງໜ້ອຍສຸດແມ່ນ 3 ປີ; ສໍາລັບເພດຊາຍອາຍຸບໍ່ເກີນ 55 ປີ, ຍິງອາຍຸບໍ່ເກີນ 50 ປີ... ສຳລັບຜູ້ທີ່ໄດ້ຮັບການຄັດເລືອກ, ກະຊວງສຶກສາ ແລະກໍ່ສ້າງ ສສ.ຫວຽດນາມ ຈ່າຍເງິນເດືອນ 720 ໂດລາສະຫະລັດ ຕໍ່ ເດືອນ, ປະກັນສຸຂະພາບ, ຄ່າປີ້ຍົນໄປກັບເທື່ອໜຶ່ງໃຫ້ທັງອາຍຸການປະຕິບັດງານ.
ທ້າຍ ປີ 2020 ຜ່ານມາ, ທີ່ຮ່າໂນ້ຍ ສສ.ຫວຽດນາມ, ທ່ານ ຟຸ່ງຊວັນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ລົງນາມໃນເອກະສານຮ່ວມມືສາມສະບັບ ກ່ຽວກັບ ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ. ເອກະສານຮ່ວມມືສາມສະບັບ ປະກອບມີ: ຂໍ້ຕົກລົງລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ກ່ຽວກັບ ແຜນຮ່າງ “ຍົກສູງຄຸນນະພາບ ແລະ ປະສິດທິຜົນ ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໄລຍະ 2021 - 2030”; ຂໍ້ຕົກລົງແຜນການຜັນຂະຫຍາຍແຜນຮ່າງ “ນຳເນື້ອໃນບັນດາຜະລິດຕະພັນ ໂຄງການປະຫວັດສາດແຫ່ງການພົວພັນແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ເຂົ້າໃນການສິດສອນຢູ່ບັນດາໂຮງຮຽນຂອງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ”; ແຜນການຮ່ວມມືປີ 2021 ລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ. ແຜນຮ່າງການຮ່ວມມືດ້ານການສຶກສາລະຫວ່າງ ຫວຽດ - ລາວ ໄລຍະ 2021 – 2030 ໄດ້ສະເໜີບັນດາມາດຕະການແກ້ໄຂຍຸດທະສາດ, ບັນດາໜ້າທີ່ຢ່າງລະອຽດເພື່ອສ້າງການຫັນປ່ຽນຢ່າງແຮງກ່ຽວກັບຄຸນນະພາບ ແລະ ມີປະສິດທິຜົນໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ.
| ກະຊວງການຕ່າງປະເທດຫວຽດນາມ ແລະ ນິວຊີແລນ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານນາງ Nanaia Mahuta - ລັດຖະມົນຕີການຕ່າງປະເທດນິວຊີແລນ ໄດ້ເຫັນດີເພີ່ມທະວີບົດບາດ ຂອງສອງກະຊວງການຕ່າງປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. |
| ຍອດວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ສະຫະລັດອາຣັບເອັມມີເຣດ ບັນລຸ 809 ລ້ານ USD, ລະດັບເຕີບໂຕຂຶ້ນເຖິງ 58% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020 ຍສໝ - ສະຫະລັດອາຣັບເອັມມີເຣດ (UAE) ແມ່ນໜຶ່ງໃນຈຳນວນ 10 ຄູ່ຮ່ວມມືສົ່ງອອກໃຫຍ່ທີ່ສຸດໃນໂລກຂອງຫວຽດນາມ. |
| ກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ. |
ໄຊພອນ
ຂ່າວທີ່ກ່ຽວຂ້ອງ
ການຮ່ວມມືສາກົນເພື່ອພັດທະນາການປະມົງຫວຽດນາມຢ່າງໂປ່ງໃສ, ຍືນຍົງ
ຈັດຕັ້ງເວທີປາໄສ Logistics ຫວຽດນາມ 2025 ຢູ່ນະຄອນ ດານັງ
ວິໄສທັດໄລຍະຍາວ, ບົດບາດການນຳທີ່ເຂັ້ມແຂງນຳມາເຊິ່ງບັນດາຜົນງານໃຫ້ຫວຽດນາມ: ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ (UNDP)
ທ່ານອາດຈະມັກ
ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຜູ້ຮັກຊາດ ໄລຍະ 2025 - 2030
ວາງແຜນການກໍ່ສ້າງການທູດປະຊາຊົນຫວຽດນາມ ໃນໄລຍະໃໝ່
ສະຫະພັນບັນດາອົງການມິດຕະພາບແຂວງ ດົ່ງນາຍ: ເຜີຍແຜ່ມິດຕະພາບຜ່ານບັນດາການແຂ່ງຂັນທີ່ມີລັກສະນະສ້າງສັນ
ຫາຍຟ່ອງ: ເຊື່ອມໂຍງການເຄື່ອນໄຫວການທູດລະຫວ່າງປະຊາຊົນກັບປະຊາຊົນເຂົ້າໃນບັນດາໂຄງການບໍ່ຂຶ້ນກັບລັດຖະບານ
