ຍສໝ - ການພົວພັນຮ່ວມມືຢ່າງແໜ້ນແຟ້ນກ່ວາອີກລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ຈະປະກອບສ່ວນເຂົ້າການຊຸກຍູ້ບົດບາດເປັນໃຈກາງຂອງອາຊຽນ ກໍ່ຄືເພີ່ມທະວີຖານະຕຳແໜ່ງຂອງທັງສອງຝ່າຍ.
ຍສໝ - ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ການນຳສອງປະເທດ, ເຮັດໃຫ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ ແລະ ເດີນຕາມການຄ້າ ແລະ ການລົງທຶນເປີດກ້ວາງກ່ວາຜ່ານການເຊື່ອມໂຍງເສດຖະກິດໃນທົ່ວໂລກ ແລະ ພາກພື້ນ.
ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ.
ຍສໝ - ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດອາຊຽນປະຈຳ Rome ຢັ້ງຢືນວ່າ ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອີຕາລີ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມສຸດຍອດ ນາຍຕຳຫຼວດ ອີຕາລີ - ອາຊຽນ, ປະກອບສ່ວນສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫ່ວາງສອງພາກພື້ນນັບມື້ນັບແທດຈິງ.
ທູດການຄ້າ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມວິສາຫະກິດຫວຽດນາມ ປະຈຳ ມາເລເຊຍ (VMBIZ) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມື.
ຍສໝ - ທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ ຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນຊຸກຍູ້ການຄ້າຫຼາຍກວ່າອີກ. ການຮ່ວມມືດ້ານການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ອິນເດຍ ໃນໄລຍະຜ່ານມາ ແມ່ນຍັງຈໍາກັດຢູ່ ເມື່ອທຽບໃສ່ກໍາລັງຄວາມສາມາດບົ່ມຊ້ອນຂອງສອງປະເທດ.
ຍສໝ - ທ່ານ Jayanath Colombage ເລຂາກະຊວງການຕ່າງປະເທດ ຊີລັງກາຖືວ່າ: ຊີລັງກາຈະແມ່ນຂົວເຊື່ອມຕໍ່ການຮ່ວມມືຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສຳຄັນ ຢູ່ ມະຫາສະມຸດອິນເດຍ. ພ້ອມທັງ, ການພົວພັນລະຫວ່າງຊີລັງກາ - ຫວຽດນາມກໍ່ຈະເປີດຊ່ອງທາງໃຫ້ແກ່ຊີລັງກາ ເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ສະຫາຍ ເຈິ່ນກ໊ວາເວື້ອງ ຜູ້ປະຈຳຄະນະເລຂາໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດ, ໃນພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເປັນຕົ້ນແມ່ນໂລກລະບາດ Covid – 19 ຍັງບໍ່ທັນຄວບຄຸມໄດ້ຄືປັດຈຸບັນ, ສອງຝ່າຍຕ້ອງສືບຕໍ່ປະສົມປະສານຢ່າງມີປະສິດທິຜົນ, ຊ່ວຍເຫຼືອ, ແບ່ງປັນ, ຊຸກຍູ້ການພົວພັນສອງຝ່າຍໃນສະພາບການໃໝ່.
ຍສໝ - ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ຫວຽດນາມ ແລະ ສ.ເກົາຫຼີ ສືບຕໍ່ມີບັນດາຄວາມານະພະຍາຍາມເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ສອງຝ່າຍໃນຫຼາຍຂົງເຂດ. ໜຶ່ງໃນບັນດາສິ່ງທີ່ສະແດງໃຫ້ແກ່ບັນດາຄວາມມານະພະຍາຍາມນີ້ແມ່ນການຢ້ຽມຢາມຫວຽດນາມ - ໃນລະຫວ່າງວັນທີ 17 – 19 ກັນຍາທີ່ຜ່ານມາ ຂອງທ່ານນາງ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດດ້ວຍຈຸດສຸມແມ່ນການໂອ້ລົມສົນທະນາພ້ອມກັບທ່ານ ຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ໃຫ້ຄຳໝັ້ນສັນຍາຈະເຮັດຈົນສຸດຄວາມສາມາດຂອງຕົນ, ສົມທົບກັບບັນດາເຂດຂອງ 2 ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການພົວພັນມິດຕະພາບ ແລະ ການຮ່ວມມື 2 ຝ່າຍຫວຽດນາມ - Honduras, ພິເສດແມ່ນໃນການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃນໄລຍະຈະມາເຖິງ.
ຍສໝ - ທ່ານ Ruben Dario Molina ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢັ້ງຢືນວ່າ ເວເນຊູເອລາຕີລາຄາສູງບັນດາຜົນງານດ້ານເສດຖະກິດ ສັງຄົມທີ່ປະທັບໃຈຂອງຫວຽດນາມ ແລະ ຫວັງວ່າຢາກທາບທາມບັນດາປະສົບການສຳເລັດຂອງຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດ.
ຍສໝ - ນີ້ແມ່ນເນື້ອໃນຂອງກອງປະຊຸມສຳມະນາ ເປີດສາກໃຫ້ແກ່ເຫດການ “ວົງແຂນ ອາເມລິກາ 8” ເຊິ່ງຈະໄດ້ດຳເນີນທາງອອນລາຍໃນວັນທີ 10 ຕຸລາຈະມາເຖິງ.
ຍສໝ - ທ່ານ Kawada ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ຕ່າງ ແມ່ນບັນດາຄູ່ຮ່ວມມືສຳຄັນທີ່ສຸດສຳລັບ ຍີ່ບຸ່ນ ໃນບັນດາຂົງເຂດເສດຖະກິດ, ການເມືອງ ແລະ ການທູດ. ສຳລັບ ອາຊຽນ, ການພົວພັນດ້ານເສດຖະກິດ ລະຫວ່າງ ຍີ່ບຸ່ນ ແລະ ອາຊຽນ ຈະສືບຕໍ່ໄດ້ຮັບການເພິ່ມທະວີ ແລະ ເຮັດໃຫ້ເລິກເຊິ່ງກ່ວາອີກ.
ຍສໝ - ຫວຽດນາມ, ໃນນັ້ນມີ ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະສ້າງທຸກໆເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກຊ່ຽວຊານຍີ່ປຸ່ນ ມາເຮັດວຽກພາຍຫຼັງໂລກລະບາດ Covid – 19 ໄດ້ຮັບການຄວບຄຸມ.
ຍສໝ - ທ່ານ ແທງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເອຢິບໃຫ້ຮູ້ວ່າ:ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ, ກ່ອນອື່ນໝົດຕ້ອງຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ເພື່ອຈາກນັ້ນ, ພວກເຮົາເຂົ້າໃຈໄດ້ບັນດາຈຸດວັດທະນະທຳຂອງກັນ. ສອງປະເທດພ້ອມກັນຮ່ວມມື ແລະ ແບ່ງປັນບົດຮຽນປະສົບການ ແລະ ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ.
ຍສໝ - ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດສັງຄົມ.
ຍສໝ - ທ່ານ ເຈິ່ນເຍິດແທັ່ງ, ເລຂາທິການຄະນະກຳມະການຮ່ວມມື ຫວຽດນາມ - ລາວຕີລາຄາວ່າ, ເຖິງວ່າ ຊຸມເດືອນຕົ້ນປີນີ້, ໂລກລະບາດ Covid – 19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ການນຳຂັ້ນສູງຂອງສອງປະເທດໄດ້ແກ້ໄຂເປັນຢ່າງດີບັນດາບັນຫາສຳຄັນໃນທຸກດ້ານຄື: ການເມືອງ, ເສດຖະກິດ, ການທູດ ແລະ ການປ້ອງກັນຄວາມສະຫງົບ.
ຍສໝ - ບົດຂຽນໄດ້ຄັດສະເໜີການໃຫ້ຂໍ້ສັງເກດຂອງທ່ານ Mitchell Pham ນັກຊ່ຽວຊານ, ປະທານສະພາດີຈີຕອນ Aotearoa, ສະມາຊິກສະພາທົ່ວໂລກຂອງສະມາຄົມ ອາຊີ, ຫົວໜ້າກຸ່ມວິສາຫະກິດ Augen Software Group, ຕີລາຄາຕໍ່ເລື່ອງ ຫວຽດນາມ ແລະ ນິວຊີແລນ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດແມ່ນ “ສີ່ງທີ່ມະຫັດສະຈັນ”.
ຍສໝ - ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນເຄິ່ງສະຕະວັດທີ່ຜ່ານມາ ພ້ອມທັງສະເໜີທັງ 2 ຝ່າຍພະຍາຍາມຮັກສາທ່າພັດທະນາການຮ່ວມມືດ້ານການຄ້າ; ສູ້ຊົນນຳວົງເງິນ 2 ສົ້ນຈາກ 1ຕື້ກວ່າ USD ໃນປີ 2019 ຂຶ້ນເປັນ 2 ຕື້ USD/ປີ; ສະເໜີ ນິວຊີແລນ ເປີດປະຕູຕະຫຼາດຫຼາຍກ່ວາອີກໃຫ້ແກ່ຜະລິດຕະພັນກະເສດຂອງຫວຽດນາມ…
ຍສໝ - ທ່ານ ເລຮູຍຮ່ວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂມຊຳບິກກໍ່ແບ່ງປັນບັນດາໝາກຜົນ ແລະ ບົດຮຽນໃນການປ້ອງກັນ ສະກັດກັ້ນໂລກລະບາດ Covid – 19 ຂອງຫວຽດນາມ, ຢັ້ງຢືນນ້ຳໃຈສາມັກຄີ, ການໜູນຊ່ວຍແບ່ງປັນຂອງຫວຽດນາມ ກັບໂມຊຳບິກໃນສະພາບການໂລກລະລາດ Covid – 19 ຍັງມີການຜັນແປຢ່າງສັບສົນ.