ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳລາວ ແລ້ວ, ຕອນເຊົ້າວັນທີ 12 ທັນວາ ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳລາວ ນຳໜ້າໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕີມ ໄດ້ໄປຢ້ຽມຢາມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສວນສາທາລະນະມິດຕະພາບລາວ-ຫວຽດນາມ ເພື່ອຖວາຍດອກໄມ້ພື່ອລະນຶກວັນຄ້າຍວັນເກີດ 105 ປີແຫ່ງວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ຍສໝ - ຕອນບ່າຍວັນທີ 14 ທັນວາ ຄະນະສື່ສານແລະ ວັດທະນະທຳຕ່າງປະເທດ ໄດ້ສົມທົບກັບຄະນະຜູ້ແທນນັກສຶກສາລາວ ສະຖາບັນການທູດ ສົມທົບກັບຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ກະຊວງການຕ່າງປະເທດ ໄດ້ຈັດຕັ້ງງານບຸນແລກປ່ຽນວັດທະນະທຳນັກສຶກສາ ຫວຽດນາມ - ລາວ (LaoSao Fest).
ຍສໝ - ເພື່ອປະຕິບັດການເຄື່ອນໄຫວຮ່ວມມືໃນປີ 2025 ລະຫວ່າງກະຊວງການເງິນຫວຽດນາມ ແລະ ລາວ ໃນຂົງເຂດພາສີອາກອນ, ໃນຕອນເຊົ້າຂອງວັນທີ 9 ທັນວາ, ກົມພາສີຫວຽດນາມ ໄດ້ຈັດກອງປະຊຸມ ແລະ ເຮັດວຽກກັບຄະນະຜູ້ແທນຈາກກົມພາສີລາວ. ກອງປະຊຸມດັ່ງກ່າວ ໂດຍການເປັນປະທານຂອງທ່ານ ມາຍຊວນແທ່ງ, ຫົວໜ້າກົມພາສີຫວຽດນາມ.
ຍສໝ - ໂດຍການເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບນະໂຍບາຍການຕ່າງປະເທດຂອງພັກ ແລະ ສືບຕໍ່ປະເພນີຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ, ການປະສານງານໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ແລະ ກອງບັນຊາການທະຫານຊາຍແດນລາວ ໄດ້ຮັບການເພີ່ມທະວີ, ເລິກເຊິ່ງ ແລະ ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ. ບັນດາກົນໄກການປະສານງານໄດ້ຮັບການຮັກສາໄວ້ຢ່າງເປັນປະຈຳ, ຕັ້ງແຕ່ການລາດຕະເວນ, ການຄວບຄຸມ, ການຕ້ານ ແລະ ປ້ອງກັນອາດຊະຍາກຳ ຈົນເຖິງການແລກປ່ຽນມິດຕະພາບ ແລະ ການປັກໝຸດເຂດທີ່ຢູ່ອາໄສຢູ່ທັງສອງຝ່າຍຂອງຊາຍແດນ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ການເຊື່ອມໂຍງລະບົບຊາຍແດນ, ຫຼັກໝາຍຊາຍແດນ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດລະຫວ່າງສອງປະເທດ. ຜົນໄດ້ຮັບເຫຼົ່ານີ້ສືບຕໍ່ຢືນຢັນຄວາມຕັ້ງໃຈຂອງທັງສອງຝ່າຍໃນການສ້າງຊາຍແດນຫວຽດນາມ-ລາວ ທີ່ສັນຕິພາບ, ໝັ້ນຄົງ, ຮ່ວມມື ແລະ ພັດທະນາຢ່າງຍືນຍົງ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດລາວ ໄດ້ແບ່ງປັນກ່ຽວກັບຜົນສຳເລັດໃນການພັດທະນາຂອງລາວ ແລະ ການປະກອບສ່ວນທີ່ສຳຄັນ, ຈິງໃຈ ແລະ ຈົງຮັກພັກດີຂອງຫວຽດນາມ ຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2025), ການມາຢ້ຽມຢາມ ແລະ ອວຍພອນຂອງບັນດາການນຳ, ອົງການ, ອົງການຈັດຕັ້ງຂອງ ຫວຽດນາມ ຢູ່ ຮ່າໂນ້ຍ ແລະ ວຽງຈັນ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ທີ່ສໍານັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກ ຊູແອດ ຫາກໍດຳເນີນກອງປະຊຸມແລກປ່ຽນປະສົບການດ້ານການຕ່າງປະເທດ ແລະ ມິດຕະພາບລະຫວ່າງສະຖານທູດຫວຽດນາມ ແລະ ສະຖານທູດລາວ ປະຈໍາ ຊູແອັດ ເມື່ອບໍ່ດົນມານີ້.
ຍສໝ - ຕອນບ່າຍວັນທີ 23 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດລາວ ໃນນະຄອນຫຼວງວຽງຈັນ, ທ່ານ ຫວູຫງອກລີ, ກົງສຸນໃຫຍ່ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ປະຈຳ ຫຼວງພະບາງ, ພ້ອມດ້ວຍພັນລະຍາ ໄດ້ຍື່ນສານມອບໝາຍກົງສຸນຂອງ ທ່ານ ເລຮວ່າຍຈຸງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຕໍ່ກະຊວງການຕ່າງປະເທດລາວ.
ຍສໝ - ຕອນບ່າຍວັນທີ 14 ຕຸລາ, ທີ່ນະຄອນຫຼວງວຽງຈັນ (ລາວ), ທ່ານພົນໂທ ຄຳລຽງ ອຸດທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນື່ອງໃນໂອກາດນໍາໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ທີ່ພິທີ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີໃນວຽກງານປ້ອງກັນປະເທດ, ປົກປັກຮັກສາຊາຍແດນສອງປະເທດຫວຽດນາມ - ລາວ.
ຍສໝ - ວັນທີ 12 ຕຸລາ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ”, ເພື່ອແນໃສ່ເພີ່ມທະວີການພົວພັນຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ, ສ້າງເງື່ອນໄຂໃຫ້ບັນດານັກສຶກສາສາກົນເຂົ້າໃຈເຖິງມູນເຊື້ອປະຕິວັດ, ວັດທະນະທໍາ ແລະປະຊາຊົນຫວຽດນາມ ກ່ວາອີກ.
ຍສໝ - ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຄືກຄື້ນ ໃນເວລາທີ່ທຸກໆບ່ອນກຳລັງຕຽມຕົນຕ້ອນຮັບວັນບຸນໄຫວ້ພະຈັນ – ວັນງານສະມາຊິກໃນຄະນະຂອງເດັກນ້ອຍຫວຽດນາມ, ວັນທີ 3 ຕຸລາ ທີ່ນະຄອນຫຼວງວຽງຈັນ (ລາວ), ຄູ ແລະ ນັກຮຽນໂຮງຮຽນສອງພາສາ ລາວ – ຫວຽດນາມ ຫງວຽນຢູ ໄດ້ເປັນຄັ້ງທຳອິດຈັດກິດຈະກຳທຳໂຄມໄຟ.
ຍສໝ - ຕອນເຊົ້າວັນທີ 2 ຕຸລານີ້, ຢູ່ແຂວງວຽງຈັນຂອງລາວ, ໄດ້ຈັດພິທີວາງສີລາລຶກໂຄງການຂະຫຍາຍໂຮງໝໍເມືອງວັງວຽງ.
ຍສໝ - ຈາກບັນດາໂຄງການແລກປ່ຽນວັດທະນະທຳ-ສິລະປະເຖິງການຮ່ວມມືອະນຸລັກຮັກສາມໍລະດົກ ແລະ ພັດທະນາການທ່ອງທ່ຽວ, ຫວຽດນາມ ແລະ ລາວ ພວມສືບຕໍ່ຢືນຢັນສາຍພົວພັນມິດຕະພາບແບບພິເສດ, ຮ່ວມກັນເພື່ອຊຸກຍູ້ບັນດາຄຸນຄ່າແບບຍືນຍົງໃນໄລຍະໃໝ່.
ຍສໝ - ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳລາວ, ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025) ແລະ ວັນບຸນປະເພນີຂອງຂະແໜງການທູດຫວຽດນາມ, ຕອນບ່າຍວັນທີ ວັນທີ 19 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດ ຫວຽດນາມ ແລະ ບັນດາອົງການຕາງໜ້າຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງງານມະຫາກຳກິລາບານເຕະມິດຕະພາບຫວຽດນາມ - ລາວ 2025.
ຍສໝ - ພິທີເປີດພາກຮຽນໃໝ່ທີ່ໂຮງຮຽນສອງພາສາ ລາວ–ຫວຽດນາມ ຫງວຽນຢູ ບໍ່ພຽງແຕ່ເປັນການໝາຍເຖິງການເລີ່ມຕົ້ນຂອງປີຮຽນໃໝ່, ແຕ່ຍັງເປັນສັນຍາລັກແຫ່ງມິດຕະພາບ, ຄວາມສາມັກຄີອັນພິເສດ, ຄວາມຮ່ວມມືຢ່າງຄົບຖ້ວນລະຫວ່າງສອງປະເທດ.
ຍສໝ - ຫ້ອງຮຽນພາສາຫວຽດນາມໂດຍບໍ່ເສຍຄ່າດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄູອາຈານສາສະໝັກ ໄດ້ກາຍເປັນຫຼັກຖານພະຍານຢ່າງມີຊີວິດຊີວາໃຫ້ນ້ຳໃຈແບ່ງປັນ ແລະ ອຸທິດສ່ວນ.
ຍສໝ - 63 ປີກ່ອນ, ໃນວັນທີ 5 ກັນຍາ 1962, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດອັນສຳຄັນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອທົບທວນຄືນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ປະຊາຊົນຫວຽດນາມ ແລະ ລາວ ໄດ້ເພີ່ມພູນຄູນສ້າງໃນຕະຫຼອດຄວາມຍາວປະຫວັດສາດ.
ຍສໝ - ຕອນເຊົ້າວັນທີ 6 ກັນຍານີ້, ຢູ່ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ - ເປັນວັດຂອງຊາວຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານບຸນ ວູລານ ຕອບແທນບຸນຄຸນ ຢ່າງສະຫງ່າຜ່າເຜີຍ.
ຍສໝ - ເນື່ອງໃນໂອກາດຄົບຮອບ 80 ປີ ວັນຊາດຂອງປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດຈີນ ແຮເວິຍ ໄດ້ມີການພົບປະກັບສື່ມວນຊົນ ໃນວັນທີ 28 ສິງຫາ. ທ່ານໄດ້ສົ່ງຄໍາອວຍພອນໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ທ່ານໄດ້ຕີລາຄາສູງ ບັນດາຜົນສໍາເລັດອັນຍິ່ງໃຫຍ່ ທີ່ຫວຽດນາມໄດ້ບັນລຸ. ທ່ານໄດ້ຢືນຢັນ ຄວາມສຳພັນສອງຝ່າຍພວມເຂົ້າສູ່ໄລຍະການພັດທະນາໃໝ່, ຢ່າງເລິກຊຶ້ງ ແລະ ຮອບດ້ານ.
ຍສໝ - ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງລາວ ຢືນຢັນວ່າ: ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງແມ່ນຄວາມຜາສຸກທົ່ວປວງຊົນຂອງປະຊາຊົນລາວ.