ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ (3-2-1930 / 3-2-2025) ແລະປີໃໝ່ປະຈໍາຊາດ ປີມະເສັງ 2025, ຕອນຫົວຄ່ຳວັນທີ 3 ກຸມພາ, ລັດຖະບານ ໄດ້ຈັດຕັ້ງງານພົບປະສັງສັນ “ຊົມເຊີຍພັກທີ່ມີກຽດສະຫງ່າ, ຊົມເຊີຍລະດູບານໃໝ່ ປີມະເສັງ 2025”.
ຍສໝ - ຕາມບົດລາຍງານຂອງຄະນະປະສານງານການອຸປະຖຳປະຊາຊົນ (ພາຍໃຕ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ), ໃນປີ 2024, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສືບຕໍ່ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ບັນລຸບັນດາຜົນງານອັນໃຫຍ່ຫຼວງໃນຂະບວນການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ - ສັງຄົມ. ບັນດາລາຍການ, ໂຄງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ກວມເອົາຫລາຍຂົງເຂດເຊັ່ນ: ການແພດ, ການສຶກສາ, ການພັດທະນາເສດຖະກິດ, ການແກ້ໄຂບັນຫາສັງຄົມ, ຊັບພະຍາກອນ, ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ... ແລະ ໄດ້ຜັນຂະຫຍາຍໃນທົ່ວ 63 ແຂວງ, ນະຄອນໃນທົ່ວປະເທດ. ຄາດຄະເນມູນຄ່າປ່ອຍເງິນຈາກບັນດາລາຍການ ແລະ ໂຄງການໂດຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຜັນຂະຫຍາຍ ບັນລຸປະມານ 230 ລ້ານ USD. ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນສະພາບທີ່ໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ໄດ້ປ່ຽນແປງບັນດາຍຸດທະສາດ ແລະ ບຸລິມະສິດຂອງບັນດາຜູ້ອຸປະຖຳຫຼາຍຢ່າງ.
ຍສໝ - ຕອນເຊົ້າວັນທີ 11 ມັງກອນ 2025, ຄະນະກຳມະການປະຊາຊົນແຂວງ ຮວ່າບິ່ງ ສົມທົບກັບແຂວງ ຫົວພັນ, ລາວ ໄດ້ຈັດພິທີປະດັບຫລຽນໄຊພັດທະນາ, ຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນຂອງແຂວງ ຮ່ວາບິ່ງ ມີຜົນງານດີເດັ່ນໃນການປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນປາຍ ເມືອງ ຫົວເມືອງ, ແຂວງ ຫົວພັນ ໄລຍະ 2019-2024.
ຮຽນບັນດາສະຫາຍການນໍາພັກ, ລັດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ທ້ອງຖິ່ນ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ທີ່ນີ້ ແລະບັນດາສະຖານທີ່ເຊື່ອມຕໍ່.
ຍສໝ - ການເຄື່ອນໄຫວຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນທົ່ວປະເທດ ແລະ ຢູ່ເທື່ອທ່ຽນເຫ້ວ ໄດ້ ແລະ ພວມບັນລຸໄດ້ໝາກຜົນທີ່ຕັ້ງໜ້າພໍສົມຄວນ.
ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງ ໄດ້ຈັດຕັ້ງກອງປະຊຸມພົບປະກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ແຂວງ ເທື່ອທຽນເຫ້ວ ປີ 2024. ເຂົ້າຮ່ວມມີທ່ານ ນາງ ຈິ້ງທິມາຍເຟືອງ ຮອງຫົວໜ້າກົມການພົວພັນຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ; ທ່ານ ຟານກຸຍເຟືອງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ.
ຍສໝ - ຫວ່າງມໍ່ໆນີ້, ວິທະຍາຄານສັນຕິບານປະຊາຊົນ ໄດ້ຈັດພິທີປິດຊຸດອົບຮົມຫົວຂໍ້ສະເພາະກ່ຽວກັບວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.
ຍສໝ - ວັນທີ 7 ພະຈິກນີ້, ຄະນະກຳມະການປະຕິບັດງານກ່ຽວກັບອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (COMINGO) ນຳໂດຍທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ຮອງປະທານອົງການ COMINGO ເປັນຫົວໜ້າຄະນະ ໄດ້ມີການພົບປະເຮັດວຽກກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ພວມດຳເນີນທຸລະກິດຢູ່ນະຄອນເກີນເທີ.
ຍສໝ - ວັນທີ 7 ພະຈິກ, ຢູ່ນະຄອນ ເກີນເທີ, ຄະນະປະຕິບັດງານຂອງຄະນະກຳມະການວຽກງານກ່ຽວກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO) ໂດຍທ່ານ ຫງວຽນຫງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຮອງຫົວໜ້າຄະນະກຳມະການວຽກງານກ່ຽວກັບບັນດາອົງການ NGO - ເປັນຫົວໜ້າຄະນະ ໄດ້ມີການພົບປະແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກັບບັນດາອົງການ NGO ພວມເຄື່ອນໄຫວຢູ່ນະຄອນ ເກີນເທີ.
ຍສໝ - ວັນທີ 4 ພະຈິກ, ຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (NGO) ໂດຍທ່ານນາງ ໂດ໊ທິກິ່ມຢຸ່ງ - ຮອງຫົວໜ້າ, ຄະນະປະສານງານການອຸປະຖຳປະຊາຊົນ ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບການນຳຄະນະກຳມະການປະຊາຊົນແຂວງ ກ່າເມົາ ກ່ຽວກັບວຽກງານການຄຸ້ມຄອງບັນດາການເຄື່ອນໄຫວ, ຂົນຂວາຍ ແລະ ນຳໃຊ້ບ້ວງຊ່ວຍເຫຼືອ NGO ໃນບໍລິເວນແຂວງ ກ່າເມົາ ແຕ່ປີ 2023 ເຖິງປະຈຸບັນ.
ຍສໝ - ອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ວາລະປະຊຸມຄົບຄະນະຂອງອະນຸກໍາມະການຫວຽດນາມ ໃນຄະນະກຳມະການປະສານງານລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ໄຂຂຶ້ນ.
ຍສໝ - ຫວ່າງມໍ່ໆມານີ້, ສອງແຂວງດົ່ງນາຍ ແລະ ເຫງະອານ ໄດ້ຈັດການຝຶກອົບຮົມ ແລະ ສຳມະນາຍົກສູງກຳລັງຄວາມສາມາດໃນການຂົນຂວາຍການອຸປະຖຳຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ໂດຍດຶງດູດພະນັກງານທຸກຂັ້ນເຂົ້າຮ່ວມ ເພື່ອແນໃສ່ຊຸກຍູ້ປະສິດທິຜົນການຮ່ວມມື ແລະ ການໜູນຊ່ວຍສາກົນໃຫ້ແກ່ບັນດາທ້ອງຖິ່ນ.
ຍສໝ - ແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ໄດ້ສຸມໃສ່ປະຕິບັດດ້ານຂອງວຽກງານຢ່າງມີປະສິດທິຜົນ, ພິເສດແມ່ນວຽກງານລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸໄດ້ໝາກຜົນຫລາຍຢ່າງ, ນຳມາເຊິ່ງຫຼາຍຜົນປະໂຫຍດຢ່າງແທດຈິງໃຫ້ແກ່ຊຸມຊົນ, ປະກອບສ່ວນເຂົ້າໃນວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖິ່ນ. ໂດຍແລກປ່ຽນກັບວາລະສານຍຸກສະໄໝ, ທ່ານ ຫງວຽນດົງເຂີຍ - ປະທານສະຫະພັນບັນດາອົງການມິດຕະພາບແຂວງ ກ່າເມົາ ໃຫ້ຮູ້ວ່າ:
ຍສໝ - 1 ໝູ່ຄະນະ ແລະ ບຸກຄົນ 3 ທ່ານ ຂອງແຂວງ ກວ໋າງຫງາຍ ໄດ້ຮັບຫຼຽນໄຊ ຂອງ ສປປ ລາວ ຍ້ອນມີຜົນງານດີເດັ່ນໃນການຊຸກຍູ້ການພັດທະນາສາຍພົວພັນ ລາວ - ຫວຽດນາມ.
ຍສໝ - ເຄື່ອງຊ່ວຍເຫຼືອລວມມີ: ຈັກກັນຕອງນ້ຳ, ນ້ຳດື່ມແກ້ວ, ເຄື່ອງອະນາໄມສ່ວນຕົວ, ຜ້າຫົ່ມກູ້ຊີວິດ (ຜ້າຫົມສຸກເສີນ), ອາຫານ.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮັບຮອງເອົາແຜນນະໂຍບາຍຊື້ໄຟຟ້າຈາກໂຄງການໄຟຟ້າແຮງລົມ ເຈື່ອງເຊີນ (ລາວ) ແລະ ລົງທຶນຕາໜ່າງເພື່ອເຊື່ອມຕໍ່ກັບ ຫວຽດນາມ.
ຍສໝ - ທີ່ແຂວງ ໄຊສົມບູນ (ລາວ) ຫາກໍ່ດຳເນີນພິທີໄຂ ແລະ ມອບ-ຮັບໂຄງການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ. ນີ້ແມ່ນໂຄງການທີ່ນຳໃຊ້ບ້ວງຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ.
Ngày 27/8, Ủy viên Bộ Chính trị, Bí thư Thành ủy, Trưởng đoàn đại biểu Quốc hội thành phố Hà Nội Bùi Thị Minh Hoài đã chủ trì tiếp Đoàn Ban Kiểm tra Đảng - Thanh tra Chính phủ Thủ đô Vientiane (CHDCND Lào), do Ủy viên Ban Thường vụ Thành ủy, Chủ nhiệm Ban Kiểm tra Đảng - Thanh tra Chính phủ Thủ đô Vientiane Virasack Nammountry làm Trưởng đoàn, đến chào xã giao nhân dịp sang thăm, làm việc tại Hà Nội. ຍສໝ - ວັນທີ 27 ສິງຫາ, ສະຫາຍ ນາງ ບຸ່ຍທິມິນຮວ່າຍ ກໍາມະການກົມການເມືອງ, ເລຂາພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຮ່າໂນ້ຍ ໄດ້ເປັນປະທານພິທີຕ້ອນຮັບຄະນະກວດກາພັກ - ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ (ສປປ ລາວ), ໂດຍ ສະຫາຍ ວິລະສັກ ນາມມຸນຕີ ກຳມະການຄະນະປະຈຳພັກນະຄອນ, ຫົວໜ້າຄະນະກວດກາພັກ - ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຮ່າໂນ້ຍ.
ຍສໝ - ວຽກງານຂົນຂວາຍການຊ່ວຍເຫຼືອຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດຳເນີນໂດຍສະຫະພັນບັນດາອົງການມິດຕະພາບແຂວງ ເຫົ້າຢ່າງ ໄດ້ນຳມາເຊິ່ງຜົນປະໂຫຍດຕົວຈິງຫຼາຍຢ່າງໃຫ້ແກ່ປະຊາຊົນ. ບັນດາກິດຈະການກໍ່ສ້າງຂົວ, ທາງ, ໂຮງຮຽນ ແລະ ພື້ນຖານໂຄງລ່າງ ໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ.
ຍສໝ - ຫວ່າງແລ້ວນີ້, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານການທູດປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ.