
ຄວາມເອກອ້າງທະນົງໃຈຂອງຂະແໜງອຸດສາຫະກຳປ້ອງກັນຊາດຫວຽດນາມ
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງງານວາງສະແດງສາກົນປ້ອງກັນຊາດ ຫວຽດນາມ ປີ 2024 ແມ່ນບັນດາຜະລິດຕະພັນອາວຸດຍຸດໂທປະກອນການທະຫານທັນສະໄໝໂດຍຫວຽດນາມ ຜະລິດທີ່ແນະນຳຢູ່ງານວາງສະແດງ.
ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງງານວາງສະແດງສາກົນປ້ອງກັນຊາດ ຫວຽດນາມ ປີ 2024 ແມ່ນບັນດາຜະລິດຕະພັນອາວຸດຍຸດໂທປະກອນການທະຫານທັນສະໄໝໂດຍຫວຽດນາມ ຜະລິດທີ່ແນະນຳຢູ່ງານວາງສະແດງ.
ເມື່ອແລກປ່ຽນ ຢູ່ນອກງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024 ທີ່ດຳເນີນຢູ່ສະໜາມບິນ ຢາເລິມ (ຮ່າໂນ້ຍ), ທ່ານ Olivier Brochet ເອກອັກຄະລັດຖະທູດຝະລັ່ງ ປະຈໍາ ຫວຽດນາມ ແລະທ່ານພົນຕີ Angus Topshee, ຜູ້ບັນຊາການທະຫານເຮືອການາດາ ລ້ວນແຕ່ຕີລາຄາສູງຄວາມສາມາດຂອງຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ.
ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເນື່ອງໃນໂອກາດທ່ານ ແລະພັນລະຍາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ເຂົ້າຮ່ວມຍັງມີທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.
ອຸດສາຫະກໍາປ້ອງກັນຊາດ ແມ່ນພາກສ່ວນໜຶ່ງຂອງພື້ນຖານອຸດສາຫະກໍາແຫ່ງຊາດ, ທັງແມ່ນປັດໄຈສຳຄັນໃນການສ້າງກຳລັງບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປະກອບສ່ວນປະຕິບັດແຜນນະໂຍບາຍ “ປ້ອງກັນຊາດ, ປ້ອງກັນຄວາມສະຫງົບສົບທົບກັບເສດຖະກິດ, ເສດຖະກິດສົມທົບກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ” ໃຫ້ມີປະສິດທິຜົນ, ສ້າງພື້ນຖານເພື່ອປົກປັກຮັກສາປະເທດຫວຽດນາມ ໃນສະພາບການໃໝ່ໃຫ້ໝັ້ນຄົງເຂັ້ມແຂງ.
ຍສໝ - ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2024 ເປັນຫົວໜ້າຄະນະໄດ້ລົງກວດກາວຽກງານກະກຽມຈັດຕັ້ງງານວາງສະແດງຢູ່ເຂດສະໜາມບິນຢາເລິມ, ຮ່າໂນ້ຍ. ທ່ານພົນໂທ ຟຸ່ງສີ໊ເຕິນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໄດ້ເຂົ້າຮ່ວມພ້ອມກັບຄະນະ.
ຍສໝ - ໃນປີ 2024, ທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການສົມທົບກັນ, ສ້າງກໍາລັງແຮງສັງລວມໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງ, ສອງປະເທດ; ຮັກສາ ແລະເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມື ແລະພັດທະນາໃຫ້ເປັນຢ່າງດີ.
ຍສໝ - ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ, ລາວ ແລະກໍາປູເຈຍ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ.
ຍສໝ - ຕອນເຊົ້າວັນທີ 24 ພະຈິກ, ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ເຊິ່ງໄດ້ຈັດຂຶ້ນຢູ່ສໍານັກງານກະຊວງປ້ອງກັນປະເທດກໍາປູເຈຍ ຢູ່ນະຄອນຫຼວງພະນົມເປັນ, ພາຍໃຕ້ການເປັນປະທານຂອງທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ໄດ້ດໍາເນີນການພົບປະສອງຝ່າຍ.
ຍສໝ - ຕອນບ່າຍວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2. ບັນດາຄໍາຄິດເຫັນທີ່ກອງປະຊຸມຕີລາຄາສູງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ຄັ້ງທີ 2 ໄດ້ຈັດຂຶ້ນດ້ວຍການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ ແລະມີຄວາມໝາຍ. ຈຸດພົ້ນເດັ່ນຂອງງານພົບປະຄັ້ງນີ້ ນັ້ນແມ່ນເປັນຄັ້ງທຳອິດທີ່ສອງຝ່າຍໄດ້ສົມທົບກັນຈັດຕັ້ງການພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມຂອງກອງທັບສອງປະເທດດ້ວຍຫົວຂໍ້ວ່າ “ຄວາມເຊື່ອໝັ້ນທີ່ບໍລິສຸດຢ່າງສະເໝີຕົ້ນສະເໝີປາຍ” ດ້ວຍຮູບການໂອ້ລົມສົນທະນາ ແລະໄດ້ຮັບການຖ່າຍທອດສົດທາງໂທລະພາບ.
ຍສໝ - ໂດຍສືບຕໍ່ກິດຈະກໍາເຄື່ອນໄຫວຢູ່ເມືອງ ມົກເຈົາ (ແຂວງ ເຊີນລາ), ຕອນເຊົ້າວັນທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ສືບຕໍ່ດຳເນີນບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.
ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ.
ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ມີຄວາມໝາຍສໍາຄັນທີ່ສຸດ, ຈະປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ ແລະທົ່ວປວງຊົນປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.
ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ລາວ ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ປະກອບສ່ວນປັບປຸງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວເລິກເຊິ່ງຂຶ້ນກວ່າເກົ່າ.
ຍສໝ - ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ, ມີພູເຂົາແມ່ນ້ໍາຕິດຕໍ່ກັນ. ສາຍພົວພັນສາມັກຄີ, ມິດຕະພາບ, ທີ່ຊື່ສັດບໍລິສຸດ, ທັງເປັນເພື່ອນມິດສະຫາຍ ແລະທັງເປັນອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ໂດຍປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ສ້າງພື້ນຖານ ແລະການນໍາຂອງພັກ, ລັດ ແລະປະຊາຊົນສອງຊາດໄດ້ອອກເຫື່ອເທແຮງເພີ່ມພູນຄູນສ້າງ, ໄດ້ກາຍເປັນສາຍພົວພັນທີ່ແບບຢ່າງ, ທີ່ຊື່ສັດບໍລິສຸດ ແລະຫາຍາກໃນໂລກ.
ຍສໝ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນຫວຽດນາມ-ລາວ ຄັ້ງທີ 2 ຄາດວ່າ ຈະຈັດຕັ້ງໃນເດືອນ ຕຸລາ 2024 ຢູ່ບໍລິເວນເມືອງມົກເຈົາ ແຂວງເຊີນລາ ຂອງຫວຽດນາມ ແລະເມືອງສົບເບົາ, ແຂວງຫົວພັນຂອງລາວ. ເດືອນສິງຫາ ຜ່ານມານີ້, ຄະນະປະຕິບັດງານກະຊວງປ້ອງກັນປະເທດຂອງສອງປະເທດຫວຽດນາມ-ລາວ ໄດ້ດໍາເນີນການສໍາຫຼວດ, ກວດກາວຽກງານກະກຽມໃຫ້ແກ່ການຈັດຕັ້ງງານພົບປະແລກປ່ຽນດັ່ງກ່າວຢູ່ບໍລິເວນເມືອງມົກເຈົາ ແລະເມືອງສົບເບົາ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ແລະຕັ້ງໜ້າເຂົ້າຮ່ວມວິວັດການສ້າງຕັ້ງ ແລະການເຄື່ອນໄຫວຂອງສູນ; ຕີລາຄາສູງບົດບາດຂອງສູນໃນການໜູນຊ່ວຍຄວາມມານະພະຍາຍາມຮ່ວມກັນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນເຄືອຂ່າຍອິນເຕີແນັດ, ຜ່ານນັ້ນ, ຊຸກຍູ້ການສ້າງຄວາມເຊື່ອໝັ້ນ ແລະຍົກສູງຄວາມຮັບຮູ້ກ່ຽວກັບໄພອັນຕະລາຍທີ່ຊ້ອນແຝງ ແລະຜົນຮ້າຍຂອງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງທາງອິນເຕີແນັດ, ຍົກສູງກຳລັງຄວາມສາມາດ ແລະການຮ່ວມມືສາກົນໃນຂົງເຂດນີ້.
ຍສໝ - 15 ປີຜ່ານມາ, ເຖິງວ່າເວລາບໍ່ດົນປານໃດ, ແຕ່ວ່າດ້ວຍວຽກເຮັດຢ່າງແທດຈິງ, ມີປະສິດທິຜົນ, ການພົວພັນຮ່ວມມື, ແຮກສ່ຽວລະຫວ່າງສອງວິທະຍາຄານ ນັບມື້ນັບສະໜິດແໜ້ນ ແລະດີງາມກວ່າ.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເພິ່ງພໍໃຈຕໍ່ຜົນການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ລາວ ໃນໄລຍະຜ່ານມາ.
ຍສໝ - ວັນທີ 29 ມິຖຸນາ, ຢູ່ນະຄອນ ດົງເຫີຍ, ຄະນະຜູ້ແທນຂັ້ນສູງແຂວງ ກວາງບິ່ງ (ຫວຽດນາມ) ແລະ ແຂວງຄໍາມ່ວນ (ລາວ) ໄດ້ພົບປະເຈລະຈາ ແລະ ລົງນາມໃນບົດບັນທຶກຮ່ວມມື. ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ-ຄວາມປອດໄພ ແລະຊາຍແດນແມ່ນບັນດາຂົງເຂດທີ່ສອງຝ່າຍຫວັງວ່າ ຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ທ່ານພັນເອກພິເສດ ບຸ່ຍຈ້ອງຮ໊ຽວ ຫວັງວ່າ ບັນດາພະນັກງານຂອງກອງທັບປະຊາຊົນລາວ ຈະຮັບເອົາຄວາມຮູ້, ປະສົບການທີ່ເປັນປະໂຫຍດເພື່ອຍົກສູງກຳລັງຄວາມສາມາດດ້ານວິຊາສະເພາະ, ພ້ອມທັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ ແລະຊາວຫວຽດນາມ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີທີ່ສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ.