ຍສໝ - ນັບແຕ່ເດືອນເມສາ 2026, ນະຄອນ ດານັງ ໄດ້ຟື້ນຟູ ແລະ ຂະຫຍາຍບັນດາສາຍການບິນສາກົນຈາກ ລັດເຊຍ ແລະ ເຂດປະຊາຄົມບັນດາປະເທດເອກະລາດ (CIS) ຢ່າງເປັນທາງການ, ສ້າງແຮງຜັກດັນທີ່ສຳຄັນເພື່ອຊຸກຍູ້ການຟື້ນຕົວ ແລະ ການເຕີບໂຕຂອງຂະແໜງທ່ອງທ່ຽວ. ດ້ວຍບັນດາໂຄງການກະຕຸ້ນຄວາມຕ້ອງການຢ່າງຫຼວງຫຼາຍ, ບັນດາກິດຈະກຳວັດທະນະທຳທີ່ເປັນເອກະລັກ ແລະ ຍຸດທະສາດການພັດທະນາແບບຄົບຊຸດ, ນະຄອນແຄມທະເລພາກກາງແຫ່ງນີ້ ພວມມຸ່ງໄປສູ່ເປົ້າໝາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ເກືອບ 20 ລ້ານເທື່ອຄົນໃນປີ 2026, ຢືນຢັນບົດບາດເປັນຈຸດໝາຍປາຍທາງຊັ້ນນຳຂອງພາກພື້ນ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ຫາກໍ່ເປີດຮ້ານສົ່ງເສີມການຄ້າ ແລະ ການທ່ອງທ່ຽວ ຫວຽດນາມ ໃນຂອບເຂດງານຕະຫຼາດນັດການທ່ອງທ່ຽວສາກົນ ຢູ່ ອີລາມາບາດ, ເພື່ອແນໃສ່ສ້າງກາລະໂອກາດຮ່ວມມືດ້ານເສດຖະກິດ, ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ດຶງດູດຄວາມສົນໃຈຂອງເພື່ອນມິດສາກົນ ແລະ ປະຊາຊົນທ້ອງຖິ່ນ.
ຍສໝ - ໄຕມາດທີ 1 ປີ 2026, ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຂງ, ປະກອບສ່ວນເພີ່ມຂຶ້ນເປັນສອງຕົວເລກໃນຍອດຜະລິດຕະພັນຂອງຂະແໜງການບິນ.
ຍສໝ - ໃນຂະນະທີ່ການທ່ອງທ່ຽວທົ່ວໂລກກຳລັງໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງທາງພູມິສາດການເມືອງ, ຂະແໜງການທ່ອງທ່ຽວຂອງຫວຽດນາມຍັງສືບຕໍ່ສະແດງໃຫ້ເຫັນການເຕີບໂຕໃນທາງບວກ.
ຍສໝ - ອີງຕາມສະຖິຕິຈາກອົງການທ່ອງທ່ຽວແຫ່ງຊາດຫວຽດນາມ, ຫວຽດນາມໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 2.2 ລ້ານຄົນໃນເດືອນກຸມພາ 2026. ນີ້ແມ່ນເດືອນທີສາມຕິດຕໍ່ກັນທີ່ຈຳນວນນັກທ່ອງທ່ຽວສາກົນເກີນ 2 ລ້ານຄົນ, ຫຼັງຈາກ 2.45 ລ້ານຄົນໃນເດືອນມັງກອນ 2026 ແລະ 2.02 ລ້ານຄົນໃນເດືອນທັນວາ 2025.
ຍສໝ - ຄະນະຜູ້ແທນທຸລະກິດຫວຽດນາມ ເຂົ້າຮ່ວມງານວາງສະແດງທ່ອງທ່ຽວສາກົນເບີລິນ (ITB Berlin 2026) ເຊິ່ງຈັດຂຶ້ນແຕ່ວັນທີ 3-5 ມີນາ ທີ່ສູນວາງສະແດງ Messe Berlin (ສູນວາງສະແດງ Berlin) ໃນປະເທດເຢຍລະມັນ, ເພື່ອແນໃສ່ແນະນຳຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວໃຫ້ແກ່ລູກຄ້າສາກົນ, ຜ່ານນັ້ນຊອກຫາໂອກາດຮ່ວມມື ແລະ ພັດທະນາທຸລະກິດແບບຍືນຍົງ.
ຍສໝ - ຂະແໜງການທ່ອງທ່ຽວຂອງຫວຽດນາມໄດ້ບັນລຸຈຸດໝາຍປາຍທາງຢ່າງຕໍ່ເນື່ອງໃນຈຳນວນນັກທ່ອງທ່ຽວສາກົນ, ສະແດງໃຫ້ເຫັນເຖິງຄວາມສາມາດໃນການຟື້ນຕົວທີ່ເຂັ້ມແຂງ ແລະ ຄວາມສາມາດໃນການຟື້ນຟູ. ອີງຕາມອົງການທ່ອງທ່ຽວແຫ່ງຊາດຫວຽດນາມ, ຜົນໄດ້ຮັບນີ້ບໍ່ພຽງແຕ່ມາຈາກຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນເທົ່ານັ້ນ, ແຕ່ຍັງມາຈາກນະວັດຕະກໍາໃນການຄິດ ແລະ ວິທີການສົ່ງເສີມຈຸດໝາຍປາຍທາງຕ່າງໆ.
ຍສໝ - ໃນວັນທີ 25 ກຸມພາ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດມາດຕະການຫຼາຍຢ່າງເພື່ອຊຸກຍູ້ການທ່ອງທ່ຽວສາກົນ, ໂດຍສຸມໃສ່ການຜ່ອນຄາຍລະບຽບການວີຊາ ແລະ ຂະຫຍາຍຈຸດເຂົ້າ-ອອກຢູ່ສະໜາມບິນທົ່ວປະເທດ.
ຍສໝ - ໃນ 9 ເດືອນຕົ້ນປີ 2025, ຮ່າໂນ້ຍ ຕ້ອນຮັບກວ່າ 26 ລ້ານເທື່ອແຂກທ່ອງທ່ຽວ, ດ້ວຍລາຍຮັບເກືອບ 100 ພັນຕື້ດົ່ງ. ຂະແໜງທ່ອງທ່ຽວນະຄອນຫຼວງ ຍາມໃດກໍ່ສຸມໃສ່ຄຸ້ມຄອງການບໍລິການ, ພັດທະນາຜະລິດຕະພັນໃໝ່, ຊຸກຍູ້ການຫັນເປັນດີຈີຕອນ, ສົ່ງເສີມຮູບພາບ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ມຸ່ງໄປເຖິງເປົ້າໝາຍກາຍເປັນຈຸດໝາຍປາຍທາງແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ.
ຍສໝ - ງານຕະຫຼາດນັດຈັດຂຶ້ນແຕ່ວັນທີ 05 – 08 ມິຖຸນາ, ໂດຍມີການເຂົ້າຮ່ວມຂອງ 130 ຮ້ານວາງສະແດງຈາກບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ.
ຍສໝ - ຕາມຂໍ້ມູນປະກາດໃຊ້ໃນວັນທີ 6 ເມສາ ຂອງກົມສະຖິຕິທົ່ວໄປ, ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນໄຕມາດທີ 1 ປີ 2025 ບັນລຸ 6 ລ້ານກວ່າເທື່ອຄົນ, ແມ່ນລະດັບສູງທີ່ສຸດແຕ່ກ່ອນມາຮອດປັດຈຸບັນ. ໃນເດືອນມີນາ, ມີນັກທ່ອງທ່ຽວສາກົນຫຼາຍກວ່າ 2 ລ້ານເທື່ອຄົນ.
ຍສໝ - ໃນສອງເດືອນຕົ້ນປີ 2025, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 3,96 ລ້ານເທື່ອຄົນ, ເພີ່ມຂຶ້ນ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຈຳນວນນັກທ່ອງທ່ຽວສາກົນທີ່ມາຈາກ ອາຊີ ກວມເອົາ 3 ລ້ານກວ່າເທື່ອຄົນ, ຕະຫຼາດຈີນ ສືບຕໍ່ເຕີບໂຕຢ່າງເຂັ້ມແຂງ, ນຳໜ້າດ້ວຍ 77,8%.
ຍສໝ - ລະດູການທ່ອງທ່ຽວບຸນປີໃໝ່ປະຈຳຊາດ 2025 ໄດ້ຮັບການເຕີບໂຕຢ່າງກະໂດດຂັ້ນຂອງຂະແໜງການທ່ອງທ່ຽວພາຍໃນ, ທ່ອງທ່ຽວຕ່າງປະເທດ ແລະ ນັກທ່ອງທ່ຽວສາກົນມາ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 9 ພະຈິກ, ບໍລິສັດບໍລິການທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ (ຂຶ້ນກັບບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ) ໄດ້ຕ້ອນຮັບ ແລະຮັບໃຊ້ກຳປັ່ນທ່ອງທ່ຽວທະເລ Celebrity Solstice (Royal Caribbean) ເຂົ້າທຽບທ່າຢູ່ທ່າກຳປັ່ນ ຝູມີ້ (ແຂວງບ່າເຣ້ຍ-ຫວູ້ງເຕົ່າ) ຂົນສົ່ງນັກທ່ອງທ່ຽວສາກົນ 20.600 ກວ່າຄົນທີ່ຖືສັນຊາດເອີລົບ, ອາເມລິກາ, ອົດສະຕາລີ ມາຫວຽດນາມ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP...
ຍສໝ - ກ່ຳປັ່ນ Costa Serena ໄດ້ເດີນທາງອອກຈາກຮົ່ງກົງ (ຈີນ) ມາຮອດ ຮະລອງ (ຫວຽດນາມ) ພ້ອມກັບນັກທ່ອງທ່ຽວເກືອບ 3.500 ຄົນ ແລະ ໄດ້ເຂົ້າທຽບທ່າຢູ່ທ່າກ່ຳປັ່ນສາກົນ ຮະລອງ ໃນເວລາ 8 ໂມງເຊົ້າຂອງວັນທີ 30 ກັນຍາ.
ຍສໝ - ໃນລະຫວ່າງວັນທີ 1-8 ກໍລະກົດ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໄດ້ຈັດຕັ້ງໂຄງການແນະນຳການທ່ອງທ່ຽວຢູ່ນະຄອນຫຼວງ Moscow ແລະ Saint Petersburg, ສະຫະພັນລັດເຊຍ ເພື່ອໂຄສະນາຄວາມງາມຂອງປະເທດ ແລະ ປະຊາຊົນຫວຽດນາມ.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.
ຍສໝ - ມີຫຼາຍວາລະສານທີ່ນັກທ່ອງທ່ຽວສາກົນໄດ້ໃຫ້ຄະແນນເລືອກໃຫ້ເປັນໜຶ່ງໃນໝູ່ບ້ານຊາວປະມົງທີ່ສວຍງາມທີ່ສຸດໃນໂລກ, ວຸງວຽງ ຢູ່ໃນອ່າວຮ່າລອງ (ກວາງນິງ) ໄດ້ດຶງດູດເອົາບັນດານັກທ່ອງທ່ຽວ ພິເສດແມ່ນນັກທ່ອງທ່ຽວສາກົນ. ໃນ 7 ເດືອນຕົ້ນປີ 2024, ບ້ານປະມົງວຸງວຽງ ໄດ້ຕ້ອນຮັບແຂກທ່ອງທ່ຽວ 39.049 ເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 37.144 ເທື່ອຄົນ, ກວມກວ່າ 95%.