ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດນາມ ຊີ້​ນຳຕ້ອງສະກັດກັ້ນ ແລະ ຄວບຄຸມໂລກລະບາດໄດ້ໂດຍໄວ, ສ້າງສະພາບທີ່ເປັນປົກກະຕິ ແລະ ຟື້ນຟູການຜະລິດ, ດຳເນີນທຸລະກິດ

22:31 | 31/05/2021

ຍສໝ - ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ຢຶດໝັ້ນປະຕິບັດດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ໃຊ້ກຳລັງທັງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໂດຍໄວ, ຄວບຄຸມໂລກລະບາດໄດ້ໂດຍໄວ, ສ້າງສະພາບທີ່ເປັນປົກກະຕິ ແລະ ຟື້ນຟູການຜະລິດ, ດຳເນີນທຸລະກິດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຕ້ານໂລກລະບາດຄືດັ່ງຕ້ານສັດຕູ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ: ຕ້ານໂລກລະບາດຄືດັ່ງຕ້ານສັດຕູ
ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ ເພີ່ມ​ທະ​ວີ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ - ກູບາ ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ວົງ​ມົນ
 ກອງປະຊຸມທາງອອນລາຍທົ່ວປະເທດ ໃນວັນທີ 29 ພຶດສະພາ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ກອງປະຊຸມທາງອອນລາຍທົ່ວປະເທດ ໃນວັນທີ 29 ພຶດສະພາ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພາບ: VGP

ທີ່ກອງປະຊຸມທາງອອນລາຍທົ່ວປະເທດ ໃນວັນທີ 29 ພຶດສະພາ 2021 ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ຜູ້ຕາງໜ້າການນໍາບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນໄດ້ລາຍງານສະພາບການ, ໝາກຜົນການປ້ອງກັນ, ຕ້ານພະຍາດຢູ່ທ້ອງຖິ່ນຕ່າງໆ; ຄວາມຫຍຸ້ງຍາກ, ບົດຮຽນ, ມາດຕະການຮີບດ່ວນຕໍ່ໄປເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ສະກັດກັ້ນພະຍາດໂຄວິດ-19 ໃນຊຸມຊົນ, ຮັບປະກັນຄວາມປອດໄພຢູ່ເຂດອຸດສາຫະກໍາ; ຍູ້ແຮງການຄວບຄຸມ, ສືບຫາ, ວິເຄາະຫາເຊື້ອ, ປິດລ້ອມເຂດເກີດພະຍາດ; ຊອກຫາແຫຼ່ງຈັດຊື້, ສັກຢາວັກຊິນ, ກ່ອນອື່ນໝົດແມ່ນໃຫ້ບຸລິມະສິດແກ່ເປົ້າໝາຍ; ຍູ້ແຮງການນໍາໃຊ້ເຕັກໂນໂລຢີເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ຫຼີກລ້ຽງການຕິດເຊື້ອຢູ່ເຂດອຸດສາຫະກໍາ, ບໍລິເວນ, ເຂດປິດລ້ອມ, ເວັ້ນໄລຍະຫ່າງທາງສັງຄົມ...

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຕັດສິນໃຈຈຳກັດ, ຍູ້ຖອຍ, ຄວບຄຸມ ແລະ ດັບມອດການແຜ່ລະບາດຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19 ໃນຮອບນີ້, ໃນສະເພາະໜ້າຕ້ອງສຸມສະຕິກຳລັງຢູ່ໃນລະດັບສູງຢູ່ບັນດາບໍລິເວນທີ່ ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຄື ແຂວງບັກຢາງ, ແຂວງບັກນິງ, ນະຄອນຫຼວງຮ່າໂນ້ຍ… ສຸມໃສ່ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຕ່ຍັງຄົງຕ້ອງມີການຊີ້ນຳ ຍູ້ແຮງການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,ຮັກສາຄວາມປອດໄພ ຂອງປະຊາຊົນ ໃຫ້ເປັນຢ່າງດີ; ຢຶດໝັ້ນປະຕິບັດດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ໃຊ້ກຳລັງທັງເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໂດຍໄວ, ຄວບຄຸມໂລກລະບາດໄດ້ໂດຍໄວ, ສ້າງສະພາບທີ່ເປັນປົກກະຕິ ແລະ ຟື້ນຟູການຜະລິດ, ດຳເນີນທຸລະກິດ; ຍູ້ໄວຄວາມຄືບໜ້າໃນການສຳຜັດກັບບັນດາແຫຼ່ງສະໜອງວັກຊິນເປັນຫຼາຍຮູບແບບຜ່ານບັນດາມາດຕະການທາງການທູດ, ເສດຖະກິດ, ມະຫາຊົນ... ພ້ອມທັງຕີລາຄາສູງ, ຍ້ອງຍໍຊົມເຊີຍທຸກຂັ້ນ, ທຸກຂະແໜງການ ແລະທົ່ວປວງຊົນ, ເປັນຕົ້ນແມ່ນກໍາລັງທີ່ຢູ່ດ່ານໜ້າຕ້ານພະຍາດໂຄວິດ-19 ແລະທ້ອງຖິ່ນທີ່ພວມເກີດລະບາດຂອງພະຍາດໂຄວິດ-19 ໄດ້ເຂົ້າຮ່ວມ, ມີຄວາມຮັບຜິດຊອບໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ເພື່ອຮັກສາສຸຂະພາບຂອງປະຊາຊົນ, ເພື່ອຜົນປະໂຫຍດຂອງຊາດ.

ຫວຽດ​ນາມ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 30.000 USD ໃຫ້​ແກ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 30.000 USD ໃຫ້​ແກ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ​ພາຍຫຼັງ​ການ​ຜັນ​ຂ​ະ​ຫຍາຍ​ມາ​ເປັນ​ເວ​ລາ​​ພຽງ​ແຕ່ 2 ອາ​ທິດ, ປະ​ຊາ​ຊົນ ເນ​ປານ​ກ່​ວາ 2000 ຄົນ ຢູ່ຫຼາຍ​ບ່ອນ​ໄດ້​ຮັບ​ເຂົ້າ​ສານ ກ່​ວາ 10 ໂຕນ, ໜີ່​ສຳ​ເລັດ​ຮູບ ນັບ​ຮ້ອຍ​ແກັດ, ນ້ຳ​ມັນ ແລະ ບັນ​ດາ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ຕ່າງໆ.

ຊຸດຮູບພາບ: ຜູ້ນຳພັກ ແລະ ລັດ ຫວຽດນາມ ໄປປ່ອນບັດເລືອກຕັ້ງ, ໃຊ້ສິດ ແລະ ພັນທະພົນລະເມືອງຂອງຕົນ ຊຸດຮູບພາບ: ຜູ້ນຳພັກ ແລະ ລັດ ຫວຽດນາມ ໄປປ່ອນບັດເລືອກຕັ້ງ, ໃຊ້ສິດ ແລະ ພັນທະພົນລະເມືອງຂອງຕົນ

ຍສໝ - ວັນທີ 23 ພຶດສະພາ, ບັນດາຜູ້ນຳພັກ ແລະລັດ ພ້ອມດ້ວຍຜູ້ມີສິດເລືອກຕັ້ງຫລາຍກວ່າ 69 ລ້ານຄົນໃນທົ່ວປະເທດໄດ້ໃຊ້ສິດພົນລະເມືອງຂອງຕົນຢູ່ໃນເຂດເລືອກຕັ້ງ 84.767 ແຫ່ງ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ໄດ້ດຳເນີນໃນທົ່ວປະເທດ.

ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ບັນ​ດາ​ກາ​ນ​ສະ​ໜັບ​ສະ​ໜູນ​ຣູ​ມາ​ນີສຳ​ລັບ ຫວຽດ​ນາມ ໃນ​ເມື່ອ​ກ່ອນ. ປະ​ເທດ ແລະ ປະ​ຊາ​ຊົນ ຣູ​ມານີຍາມ​ໃດ​ກໍ່​ສ​ະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່ານັບ​ແຕ່​ຊຸມ​ປີ 50 ຂອງ​ສະ​ຕະ​ວັນ​ກ່ອນ, ໃນ​ໄລ​ຍະ​ສົງ​ຄາມ ແລະ ສ້າງ​ສາ ປະ​ເທດ​ຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.