ປະກອບກຳລັງເຫື່ອແຮງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ

13:23 | 13/05/2021

ຫວ່າງມໍ່ໆມານ້ີ, ພະນັກງານ, ນັກຮົບເກືອບ 450 ຄົນສັງກັດກອງບັນຊາການທະຫານ 6 ແຂວງ ນັບແຕ່ແຂວງແທັງຮ໊ວາຈົນຮອດແຂວງເທື່ອທຽນເຫວ້ ໄດ້ອອກເດີນທາງໄປເຖິງເຂດຊາຍແດນ, ເພີ່ມທະວີກຳລັງໃຫ້ດ່ານປ້ອງກັນຊາຍແດນ 200 ແຫ່ງຢູ່ລຽບຕາມເສັ້ນຊາຍແດນສັງກັດບໍລິເວນທະຫານເຂດ 4 ຕິດຈອດກັບປະເທດເພື່ອນມິດລາວ ເພື່ອສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ປ້ອງກັນ, ຕ້ານພະຍາດໂຄວິດ-19...

ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ ບັນດາກະຊວງ, ອົງການຈັດຕັ້ງ, ທ້ອງຖິ່ນ ຕ້ອງເພີ່ມທະວີການຕິດຕາມກວດກາການປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໃນຂອບເຂດພາລະບົດບາດ, ໜ້າທີ່, ສິດທີ່ໄດ້ຮັບມອບໝາຍ
ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້

ພາຍຫຼັງເກືອບ 8 ຊົ່ວໂມງທີ່ເດີນທາງດ້ວຍລົດໂອໂຕ, ພະນັກງານ, ນັກຮົບ 6/78 ຄົນສັງກັດກອງບັນຊາການທະຫານແຂວງແທັງຮ໊ວາ ໄດ້ມີໜ້າຢູ່ຄ້າຍທະຫານຊາຍແດນແຕ໊ນຕັ່ນ (ທະຫານຊາຍແດນແຂວງແທັງຮ໊ວາ) ຢູ່ເມືອງເມື່ອງລາດ. ຫົວໜ້າຄ້າຍແຈ້ງໃຫ້ຮັບຊາບສະພາບການ, ໜ້າທີ່ຂອງກົມກອງ, ບໍລິເວນຕັ້ງທັບ ແລະຈັດຕັ້ງຝຶກອົບຮົມບັນດາເນື້ອໃນພື້ນຖານ, ແທດຈິງໃນວຽກງານລາດຕະເວນ, ຄວບຄຸມ, ປົກປັກຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ໂດຍສະເພາະແມ່ນການຄວບຄຸມຄົນ, ພາຫະນະໄປມາຜ່ານຊາຍແດນ, ວິທີການຕໍ່ສູ້ກັບເປົ້າໝາຍເຂົ້າເມືອງຢ່າງຜິດກົດໝາຍ..., ຈັດແບ່ງພະນັກງານ, ນັກຮົບເພີ່ມທະວີກຳລັງໃຫ້ບັນດາໜ່ວຍ, ດ່ານປ້ອງກັນຊາຍແດນ.

ປະກອບກຳລັງເຫື່ອແຮງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ມີປະສິດທິຜົນ
ທ່ານພັນໂທ ເລວັນຖັ໊ງ, ຜູ້ຊ່ວຍວຽກສູ້ຮົບ-ອົບຮົມກອງພັນໃຫຍ່ 762. (ພາບ: qdnd.la)

ທ່ານພັນໂທ ເລວັນຖັ໊ງ, ຜູ້ຊ່ວຍວຽກສູ້ຮົບ-ອົບຮົມກອງພັນໃຫຍ່ 762 (ກອງບັນຊາການທະຫານແຂວງແທັງຮ໊ວາ) ແບ່ງປັນວ່າ: “ໂດຍແມ່ນທະຫານ, ເຖິງວ່າຢູ່ໃນສະຖານະການໃດກໍ່ຕ້ອງມານະພະຍາຍາມເພື່ອປະຕິບັດສຳເລັດໜ້າທີ່ເປັນຢ່າງດີ. ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ອ້າຍນ້ອງຂ້າພະເຈົ້າລ້ວນແຕ່ກໍານົດວ່າຕ້ອງປະກອບກຳລັງເຫື່ອແຮງເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ເຂດຊາຍແດນໃຫ້ມີປະສິດທິຜົນ”.

ກອງບັນຊາການທະຫານແຂວງຮ່າຕິ້ງ ກໍ່ໄດ້ຈັດສົ່ງພະນັກງານ, ນັກຮົບ 32 ຄົນລົງເພີ່ມກຳລັງໃຫ້ທະຫານຊາຍແດນຢູ່ບັນດາເມືອງຊາຍແດນເຮືອງເຊິນ, ຫວູກວາງ ແລະເຮືອງເຄ. ພາຍຫຼັງດຳເນີນການລາດຕະເວນໃນເວລາ 2 ຊົ່ວໂມງ, ເມື່ອພົບພວກຂ້າພະເຈົ້າ, ທ່ານພັນຕີ ໂຕດິ່ງແທັ່ງ, ພະນັກງານສັງກັດກອງບັນຊາການທະຫານນະຄອນຮ່າຕິ້ງ, ແບ່ງປັນຄວາມໃນໃຈວ່າ: “ເຖິງວ່າຄອບຄົວປະສົບກັບຄວາມຫຍຸ້ງຍາກແຕ່ເມື່ອກົມກອງຜັນຂະຫຍາຍແຜນການເພີ່ມກຳລັງປ້ອງກັນ, ຕ້ານພະຍາດໂຄວິດ-19, ຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງ 4 ຄົນຢູ່ກອງບັນຊາການທະຫານນະຄອນຮ່າຕິ້ງ ໄດ້ຕະລຸມບອນອອກເດີນທາງ. ຂ້າພະເຈົ້າໄດ້ສັບຊ້ອນເຮັດວຽກຢູ່ດ່ານເລກທີ 5 ສັງກັດຄ້າຍທະຫານຊາຍແດນດ່ານສາກົນເກົ່າແຈວ. ທຸກໆມື້, ເຖິງວ່າແດດຮ້ອນ ຫຼືຝົນຕົກກໍ່ຕາມ, ພວກຂ້າພະເຈົ້າລ້ວນແຕ່ຈັດແບ່ງກັນໄປລາດຕະເວນ, ເວນຍາມຕະຫຼອດ 24 ຊົ່ວໂມງເພື່ອສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ ແລະໂຄສະນາ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນປະຕິບັດບັນດາຂໍ້ກຳນົດປ້ອງກັນ, ຕ້ານພະຍາດໂຄວິດ-19.

ຕາມທ່ານພັນເອກພິເສດ ກາວຫຶວເກື່ອງ, ຮອງຫົວໜ້າກອງບັນຊາການທະຫານຊາຍແດນແຂວງແທັງຮ໊ວາ ແລ້ວ, ປະຈຸບັນບັນດາຄ້າຍທະຫານຊາຍແດນສັງກັດທະຫານຊາຍແດນແຂວງພ້ອມກັບກຳລັງເພີ່ມທະວີ (ລວມມີຕຳຫຼວດ, ທະຫານ, ການແພດ) ຮັບປະກັນເວນຍາມ 100%, ຮັບຜິດຊອບລາດຕະເວນ, ຄວບຄຸມຢູ່ 38 ດ່ານ ແລະ 9 ໜ່ວຍຄວບຄຸມເຄື່ອນທີ່, ເວນຍາມບັນດາດ່ານທ້ອງຖິ່ນ, ດ່ານປະເພນີ, ພົບເຫັນ, ແກ້ໄຂບັນດາເປົ້າໝາຍຂ້າມຊາຍແດນຜິດກົດໝາຍ, ສະກັດກັ້ນພະຍາດໂຄວິດ-19 ແຜ່ລະບາດເຂົ້າປະເທດເຮົາ.

ບໍລິເວນຊາຍແດນທະຫານເຂດ 4 ທຸລະກັນດານ, ໄປມາຫຍຸ້ງຍາກ ແລະໂດຍສະເພາະອາກາດຮ້າຍແຮງ (ໃນລະຫວ່າງວັນທີ 4-5 ພຶດສະພາ ຜ່ານມາໄດ້ມີ 3 ດ່ານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງທະຫານຊາຍແດນຢູ່ເຮື໊ອງຮ໊ວາ, ກວາງຈິ້ ແລະເມື່ອງລາດ, ແທັງຮ໊ວາ ຖືກຝົນຕົກ ແລະລົມໃຕ້ຝຸ່ນທຳລາຍຖືກເປ່ເພໜັກ), ແຕ່ວ່າພະນັກງານ, ນັກຮົບທະຫານຊາຍແດນ ແລະກຳລັງເພີ່ມທະວີປະຕິບັດໜ້າທີ່ຢູ່ບັນດາໜ່ວຍ, ດ່ານຢູ່ເຂດຊາຍແດນ ຍາມໃດກໍ່ກຳນົດໜ້າທີ່ເປັນຢ່າງດີ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປ້ອງການດຳລົງຊີວິດຢູ່ເຢັນເປັນສຸກໃຫ້ປະຊາຊົນ.

ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້

ທ່ານນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ລາຍງານ ໃນວັນທີ 10 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ, ກ່ຽວກັບການຈັດຕັ້ງປະຕິບັດ ການອໍານວຍຄວາມສະດວກ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ນີ້ວ່າ: ການຈັດຕັ້ງປະຕິບັດ ວຽກງານສົ່ງເສີມການລົງທຶນ ແມ່ນຍັງດໍາເນີນໄປຕາມກົນໄກປົກກະຕິ, ...

ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກະກຽມແຫຼ່ງສິນຄ້າທີ່ຈຳເປັນ, ຮັບປະກັນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ຫຼາຍທ້ອງຖິ່ນໄດ້ສ້າງບັນດາແຜນການລະອຽດ ເພື່ອຮັບປະກັນແຫຼງສະໜອງສິນຄ້າທີ່ຈຳເປັນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໃນທຸກສະພາບການ.

ບັນດາທ້ອງຖິ່ນຈັດຕັ້ງການພົບປະ, ຂົນຂວາຍການເລືອກຕັ້ງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ບັນດາທ້ອງຖິ່ນຈັດຕັ້ງການພົບປະ, ຂົນຂວາຍການເລືອກຕັ້ງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຂັ້ນທ້ອງຖິ່ນຈັດກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ຕ້ອງອັບເດັດຂໍ້ມູນກ່ຽວກັບຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ເປັນປະຈຳ

qdnd.la

ເຫດການ
302 Found

Found

The document has moved here.