“ເທວະດາ” ນຸ່ງເສື້ອສີຂຽວ ບົດທີ 3: ຮູບແບບເຮືອນສີຂຽວ ທີ່ຊ່ວຍນ້ອງນ້ອຍໄປໂຮງຮຽນ

15:39 | 16/05/2021

ຍສໝ - ນັບແຕ່ປີ 2017, ຮູບແບບເຮືອນສີຂຽວ ຂອງການເກັບຂີ້ເຫຍື້ອຢູ່ດ່ານຊາຍແດນ ລັງໂກ (ເມືອງ ຟູໂລກ, ເມືອງ ເທື່ອທ່ຽນ - ເຫວ້) ໄດ້ລະດົມບັນດາຮ້ານອາຫານສະໜັບສະໜູນໃຫ້ເດັກທຸກຍາກ ໄດ້ໄປໂຮງຮຽນ, ພ້ອມທັງ, ປະກອບສ່ວນເຂົ້າໃນການປົກປ້ອງສິ່ງແວດລ້ອມ.

ທະຫານຊາຍແດນແຂວງບີງເຟືອກ ມອບຜ້າບັງປາກ ແລະ ເຄື່ອງນຸ່ງປ້ອງກັນ ໃຫ້ກຳລັງປະກອບອາວຸດ ກຳປູເຈຍ ທະຫານຊາຍແດນແຂວງບີງເຟືອກ ມອບຜ້າບັງປາກ ແລະ ເຄື່ອງນຸ່ງປ້ອງກັນ ໃຫ້ກຳລັງປະກອບອາວຸດ ກຳປູເຈຍ
Emagazine: “ເທວະດາ” ນຸ່ງເສື້ອສີຂຽວ Emagazine: “ເທວະດາ” ນຸ່ງເສື້ອສີຂຽວ
ລັງໂກ (ເທື່ອທ່ຽນ - ເຫວ້) ເຮືອນສີຂຽວ ໄດ້ພາເດັກນ້ອຍໄປໂຮງຮຽນ
ຮູບແບບເຮືອນສີຂຽວ ຂອງການເກັບຂີ້ເຫຍື້ອຢູ່ ລັງໂກ (ເຫວ້)

ທ່ານ ເຈີນແກັງ, ເຈົ້າຂອງຮ້ານອາຫານ ຫ່ວາງຍີກ໊ວານ ໃຫ້ຮູ້ວ່າ ລາວມາຈາກບ້ານດົງເຢື່ອງ, ຕົວເມືອງນ້ອຍ ລັງໂກ ແລະ ໄດ້ເປີດຮ້ານອາຫານ ຢູ່ຕິດກັບຫາດຊາຍທະເລ ລັງໂກ ມາເປັນເວລາຫຼາຍປີແລ້ວ. ໃນປີ 2017, ບັນດາທະຫານໜຸ່ມຂອງຄ້າຍທະຫານປ້ອງກັນຊາຍແດນ ລັງໂກ ໄດ້ນໍາເອົາຮູບແບບເຮືອນສີຂຽວ ໄປວາງຢູ່ແຈຂອງຮ້ານອາຫານ.

ບັນດານັກຮົບທະຫານ ໄດ້ອະທິບາຍວ່າ ມັນແມ່ນແບບຂອງການເກັບເອົາກະປອງ ແລະ ແກ້ວເບຍ. ທຸກໆເດືອນ ວັດຖຸເສດເຫຼືອເຫຼົ່ານີ້ ຈະໄດ້ຂາຍ ເພື່ອເອົາເງິນສະໜັບສະໜູນກອງທຶນ “ຊ່ວຍນ້ອງນ້ອຍໄປໂຮງຮຽນ” ສຳລັບນັກຮຽນທ້ອງຖິ່ນ.

ລັງໂກ (ເທື່ອທ່ຽນ - ເຫວ້) ເຮືອນສີຂຽວ ໄດ້ພາເດັກນ້ອຍໄປໂຮງຮຽນ
ທ່ານ ເຈີ່ນແກງ ເຈົ້າຂອງຮ້ານອາຫານ ຮວ່າງຍີກວານ ໃຫ້ຄໍາສໍາພາດຕໍ່ ນັກຂ່າວ

ໃນປີ 2017, ທ່ານ ຮວ່າງວັນຢູ້ງ, ເລຂາຄະນະຊາວໜຸ່ມທັງເປັນຮອງຫົວໜ້າການເມືອງຂອງຄ້າຍທະຫານປ້ອງກັນຊາຍແດນ ເປັນຜູ້ຮັບຜິດຊອບການຈັງຕັ້ງປະຕິບັດຮູບແບບເຮືອນສີຂຽວ ໃນການເກັບຂີ້ເຫຍື່ອເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ລະດົມທຶນ ເພື່ອຊ່ວຍເຫຼືອນັກຮຽນທຸກຍາກຜ່ານຜ່າຄວາມຫຍຸ້ງຍາກ.

ໃນລະດູຮ້ອນ ປີ 2018, ຈຳນວນເງິນ ທີ່ເກັບໄດ້ຂ້ອນຂ້າງຫຼາຍ ພ້ອມກັບເງິນທີ່ໄດ້ຫັກຈາກເງິນເດືອນຂອງພະນັກງານ ແລະ ນັກຮົບ, ນັກຮົບ ທີ່ໄດ້ຊື້ລົດຖີບ 12 ຄັນ ເພື່ອມອບໃຫ້ນັກຮຽນທຸກຍາກ, ພ້ອມດ້ວຍປື້ມ ແລະ ເຄື່ອງນຸ່ງໃໝ່. ພາຍຫຼັງ ຈັດຕັ້ງປະຕິບັດ ໄດ້ 10 ເດືອນ, ຮູບແບບເຮືອນສີຂຽວ ໄດ້ລະດົມເງິນໄດ້ກວ່າ 35 ລ້ານດົ່ງ ເພື່ອມອບຂອງຂວັນໃຫ້ນັກຮຽນທຸກຍາກ 80 ຄົນ ທີ່ຮຽນເກັ່ງ.

ລັງໂກ (ເທື່ອທ່ຽນ - ເຫວ້) ເຮືອນສີຂຽວ ໄດ້ພາເດັກນ້ອຍໄປໂຮງຮຽນ
ພາຍຫຼັງ ຈັດຕັ້ງປະຕິບັດ ໄດ້ 10 ເດືອນ, ຮູບແບບເຮືອນສີຂຽວ ໄດ້ລະດົມເງິນໄດ້ກວ່າ 35 ລ້ານດົ່ງ ເພື່ອມອບຂອງຂວັນໃຫ້ນັກຮຽນທຸກຍາກ 80 ຄົນ ທີ່ຮຽນເກັ່ງ.

ປະຈຸບັນ, ຄ້າຍທະຫານປ້ອງກັນຊາຍແດນ ລັງໂກ ພວມອຸປະຖຳນັກຮຽນ 4 ຄົນ. ແຕ່ລະເດືອນ, ພວກເຂົາໄດ້ຮັບເງິນອຸດໜູນ 500.000 ດົ່ງ. ນອກຈາກນັ້ນ, ໃນຊ່ວງວັນພັກ, ບຸນປີໃໝ່ ແລະ ໂດຍສະເພາະແມ່ນໄຂສົກຮຽນໃໝ່ ຄ້າຍທະຫານປ້ອງກັນຊາຍແດນ ໄດ້ລະດົມນຳບັນດາວິສາຫະກິດ ແລະ ຮ້ານອາຫານຕ່າງໆ ເພື່ອບໍລິຈາກປື້ມ ແລະ ອຸປະກອນການຮຽນໃຫ້ເດັກນ້ອຍ.

ລັງໂກ (ເທື່ອທ່ຽນ - ເຫວ້) ເຮືອນສີຂຽວ ໄດ້ພາເດັກນ້ອຍໄປໂຮງຮຽນ
ນາງ ເລທິຮົ່ງ ໄດ້ສະໜັບສະໜູນເງິນ ເພື່ອຕອບສະໜອງຕົວແບບ "ເຮືອນສີຂຽວ - ຊ່ວຍນ້ອງນ້ອຍໄປໂຮງຮຽນ" ຂອງທະຫານປ້ອງກັນຊາຍແດນ ຂຶ້ນກັບ ຄ້າຍທະຫານປ້ອງກັນຊາຍແດນ ລັງໂກ.

ການເປັນຜູ້ເກັບຊື້ວັດຖຸເສດເຫຼືອ, ນາງ ເລທິຮົ່ງ (ອາຍຸ 57 ປີ, ຕົວເມືອງນ້ອຍ, ເທື່ອທຽນເຫວ້) ໄດ້ສະໜັບສະໜູນເງິນ ເພື່ອຕອບສະໜອງຕົວແບບ "ເຮືອນສີຂຽວ - ຊ່ວຍນ້ອງນ້ອຍໄປໂຮງຮຽນ" ຂອງທະຫານປ້ອງກັນຊາຍແດນ ຂຶ້ນກັບຄ້າຍທະຫານປ້ອງກັນຊາຍແດນ ລັງໂກ. ບໍ່ພຽງແຕ່ໃຫ້ການສະໜັບສະໜູນໃນການການເກັບຊື້ວັດຖຸເສດເຫຼືອເທົ່ານັ້ນ, ຫາກຍັງ ແຕ່ລະເດືອນ, ທ່ານນາງ ເລທິຮົ່ງ ກໍ່ໄດ້ປະກອບສ່ວນ 100.000 ດົ່ງ ໃຫ້ກອງທຶນ “ຊ່ວຍນ້ອງນ້ອຍໄປໂຮງຮຽນ” ກັບທະຫານປ້ອງກັນຊາຍແດນຂອງຄ້າຍທະຫານປ້ອງກັນຊາຍແດນ.

ໂຮງຮຽນວິທະຍາໄລການແພດແທັງຮ໊ວາ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນໃຫ້ແກ່ນັກສຶກສາລາວ ຈໍານວນ 320 ຄົນທີ່ພວມຮ່ຳຮຽນຢູ່ໂຮງຮຽນ ໂຮງຮຽນວິທະຍາໄລການແພດແທັງຮ໊ວາ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນໃຫ້ແກ່ນັກສຶກສາລາວ ຈໍານວນ 320 ຄົນທີ່ພວມຮ່ຳຮຽນຢູ່ໂຮງຮຽນ

ຍສໝ - ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19, ນັກສຶກສາລາວຢູ່ແຂວງ ແທັງຮ໊ວາ ຈໍານວນ 320 ຄົນ ກໍ່ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດດ້ວຍຄວາມເບີກບານມ່ວນຊື່ນ.

ນັກສຶກສາລາວ ຈຳນວນ 200 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ ນັກສຶກສາລາວ ຈຳນວນ 200 ຄົນ ພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ ໄດ້ເຂົ້າຮ່ວມບັນດາລາຍການຕ້ອນຮັບບຸນປີໃຫ່ມລາວ ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍຄວາມໝາຍ

ຍສໝ - ລາຍການສະແດງສິລະປະ ແລະ ພິທີບາສີສູ່ຂວັນໃນໂອກາດບຸນປີໃໝ່ໄດ້ຈັດຕັ້ງທີ່ ສູນລວມນັກສຶກສາສາກົນຮ່າໂນ້ຍ, ນີ້ແມ່ນການເຄື່ອນໄຫວປະຈຳປີ ຂອງ ນັກສຶກສາລາວພວມສຶກສາຮ່ຳຮຽນຢູ່ໂຮງຮຽນຕ່າງໆໃນນະຄອນຫຼວງ ຮ່າໂນ້ຍ, ເຊີ່ງໄດ້ດຶງດູດນັກສຶກສາປະເທດ ລາວ ແລະ ຫວຽດນາມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.

ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ ມອບເງິນຈໍານວນ 590 ລ້ານດົ່ງໃຫ້ໂຮງຮຽນປະຖົມສົມບູນມິດຕະພາບແຂວງ ຈໍາປາສັກ ລາວ

ຍສໝ - ປັດຈຸບັນ, ໂຮງຮຽນມີນັກຮຽນເກືອບ 500 ຄົນ, ໃນນັ້ນ 50% ແມ່ນລູກນ້ອງຄົນລາວ, ນັກຮຽນໄດ້ຮຽນພາສາຫວຽດນາມ ຕັ້ງແຕ່ ປໍ 1, ຕາມປື້ມຕໍາລາຮຽນພາສາຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.