ທ່ານ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ມອບ​ເຄື່ອງ​ໝາກ​ໄຂ່​ຫຼັງ​ທຽມ​ຈຳ​ນວນ 2 ເຄື່ອງ​ໃຫ້​ໂຮງ​ໝໍ​ແຂວງ

15:08 | 08/04/2019

ໂດຍເລັງເຫັນເຖິງຄວາມສຳຄັນ ແລະ ຈຳເປັນໃນການປິ່ນປົວຄົນເຈັບ ໂດຍສະເພາະແລ້ວແມ່ນຄົນເຈັບທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ ທີ່ນັບມື້ນັບເພີ່ມຂຶ້ນອີກ ທັງເຄື່ອງມືໃນປິ່ນປົວຍັງມີຈຳນວນຈຳກັດ ແລະ ບໍ່ພຽງພໍກັບຄວາມຕ້ອງການ ສະນັ້ນ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ຈຶ່ງໄດ້ນຳເອົາເຄື່ອງໄຂ່ຫຼັງທຽມ (ເຄື່ອງຟອກ ເລືອດ Hemodialysis machine) ຈຳນວນ 2 ເຄື່ອງ, ລວມມູນຄ່າ 370 ລ້ານກີບ ມາມອບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ. ໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ທ່ານ ດຣ ບົງສຸວັນ ພັນທະວົງສາຫົວ ໜ້າພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການ ໂຮງໝໍແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານແພດ-ໝໍພາຍໃນໂຮງໝໍແຂວງເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ມອບ​ເຄື່ອງ​ໝາກ​ໄຂ່​ຫຼັງ​ທຽມ​ຈຳ​ນວນ 2 ເຄື່ອງ​ໃຫ້​ໂຮງ​ໝໍ​ແຂວງ

ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ຈຶ່ງໄດ້ນຳເອົາເຄື່ອງໄຂ່ຫຼັງທຽມ (ເຄື່ອງຟອກ ເລືອດ Hemodialysis machine) ມາມອບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ.

ໃນພິທີ, ທ່ານ ນາງ ດຣ ພູວິໄລ ແກ້ວມຸງຄຸນ ຜູ້ອຳ ນວຍການໂຮງໝໍແຂວງສະ ຫວັນນະເຂດ ໄດ້ກ່າວສະຫຼຸບ ລາຍງານໂດຍສັງເຂບໃນ ການຈັດຕັ້ງ, ການເຄື່ອນໄຫວ ແລະການບໍລິການດ້ານການຟອກເລືອດຢູ່ໂຮງໝໍແຂວງ ສະຫວັນນະເຂດໃນໄລຍະຜ່ານ ມາ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ຜ່ານ ການປິ່ນປົວ ໂດຍສະເພາະພະ ຍາດພາຍໃນ ໄດ້ມີຄົນເຈັບທີ່ ເປັນໝາກໄຂ່ຫຼັງຊຸດໂຊມໄລຍະ ສຸດທ້າຍຈຳນວນຫຼາຍ ແລະ ມີຈຳນວນເພີ່ມຂຶ້ນ, ປະຈຸບັນ ໂຮງໝໍແຂວງພວກເຮົາລວມ ມີເຄື່ອງຟອກເລືອດຈຳນວນ 4 ເຄື່ອງ (ໂຮງໝໍແຂວງຈັດຊື້ 2 ເຄື່ອງ ແລະບໍລິສັດສະໄມ ພັນດີຟາກມາຊີປະເທດໄທ ແລະບໍລິສັດທົ່ງມະນີການຄ້າ ຈຳນວນ 2 ເຄື່ອງ) ຈາກ ການປະຕິບັດຕົວຈິງຜ່ານມາກໍ່ ຍັງເຫັນວ່າຈຳນວນເຄື່ອງ ຟອກ ເລືອດ ບໍ່ທັນຕອບສະໜອງກັບ ຄວາມຕ້ອງການຂອງຄົນເຈັບ ທີ່ມີຈຳນວນເພີ່ມຂຶ້ນເລື້ອຍໆ ດັ່ງນັ້ນ, ພວກເຮົາຈຶ່ງໄດ້ຂໍສະ ເໜີຕໍ່ທ່ານເຈົ້າແຂວງ ເພື່ອຂໍ ເຄື່ອງຟອກເລືອດຕື່ມອີກ 2 ເຄື່ອງ, ລວມເປັນ 6 ເຄື່ອງ ທັງນີ້ກໍ່ເພື່ອຕອບສະໜອງການ ປິ່ນປົວແກ່ຜູ້ທີ່ເປັນໝາກໄຂ່ ຫຼັງຊຸດໂຊມໄລຍະສຸດທ້າຍ ໃຫ້ຫຼາຍຂຶ້ນກວ່າເກົ່າເຮັດ ໃຫ້ສາມາດຟອກໄດ້ 12-18 ຄົນ/ມື້.


ທ່ານ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ມອບ​ເຄື່ອງ​ໝາກ​ໄຂ່​ຫຼັງ​ທຽມ​ຈຳ​ນວນ 2 ເຄື່ອງ​ໃຫ້​ໂຮງ​ໝໍ​ແຂວງ

ຜູ້ປ່ວຍທີ່ກຳລັງຮັກສາຢູ່ ໂຮງໝໍແຂວງສະຫວັນນະເຂດ.


ຫຼັງຈາກນັ້ນ, ທ່ານ ສັນຕິ ພາບ ພົມວິຫານ ກໍ່ໄດ້ກ່າວມອບ ເຄື່ອງຟອກເລືອດຈຳນວນ 2 ເຄື່ອງດັ່ງກ່າວໃຫ້ແກ່ໂຮງ ໝໍແຂວງຢ່າງເປັນທາງການ ພ້ອມທັງໄດ້ໃຫ້ກຽດໂອ້ລົມຕໍ່ ພິທີ, ໂດຍທ່ານໄດ້ເນັ້ນໜັກ ໃຫ້ພະນັກງານແພດໝໍພາຍໃນ ໂຮງໝໍແຂວງພວກເຮົາ ຈົ່ງໄດ້ ເອົາໃຈໃສ່ໃນການປະຕິບັດ ໜ້າທີ່ວິຊາສະເພາະຂອງຕົນ ໂດຍສະເພາະການບໍລິການປິ່ນ ປົວຄົນເຈັບໃຫ້ດີ ເພື່ອແນໃສ່ ຫຼຸດຜ່ອນຫາງສຽງຈາກສັງຄົມ ທັງຫຼຸດຜ່ອນຈຳນວນຄົນເຈັບ ທີ່ໄປໃຊ້ບໍລິການຢູ່ປະເທດໃກ້ ຄຽງໃຫ້ນັບມື້ນັບໜ້ອຍລົງ, ເຊິ່ງ ຖ້າຫາກພວກເຮົາຈັດຕັ້ງປະຕິ ບັດໄດ້ດີ ກໍ່ຈະໄດ້ຮັບການຊ່ວຍ ເຫຼືອທີ່ດີໃນຕໍ່ໜ້າຕື່ມອີກ ໂດຍ ໃຫ້ປະຕິບັດຕາມຂໍ້ແຂ່ງຂັນ ຮັກຊາດ ແລະພັດທະນາຄື: ເຮັດ ໃຫ້ດີ, ເຮັດໃຫ້ໄວ, ເຮັດໃຫ້ຖືກ ກົດໝາຍ ແລະເຮັດໃຫ້ຫຼາຍ.
ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະ ແລະແຂກຖືກເຊີນ ກໍ່ໄດ້ໄປຢ້ຽມຢາມຈຸງານໄຂ່ ຫຼັງທຽມ ແລະຈຸດອື່ນໆພາຍໃນໂຮງໝໍແຂວງຕື່ມອີກ./.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.