ຮັບກະແສການລົງທຶນໃໝ່-ຫວຽດນາມສຸມໃສ່ພັດທະນາອຸດສາຫະກຳໜູນຊ່ວຍຢູ່ລະດັບສູງກວ່າ | |
WB ຕີລາຄາສະພາບເສດຖະກິດຫວຽດນາມໃນຊຸມເດືອນຕົ້ນປີ 2021 |
ກ່າວຄຳເຫັນໃນການເຮັດວຽກກັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ທີ່ຖືກຈັດຂຶ້ນຜ່ານທາງອອນລາຍໃນຕອນເຊົ້າວັນທີ 25 ມີນາ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ.
![]() |
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ. (ພາບ: vpcp.chinhphu.vn) |
ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ແລ້ວ, ລັດຖະບານ ຫວຽດນາມ ຈະສືບຕໍ່ກຳນົດແຫຼ່ງກຳລັງໜູນຊ່ວຍ, ຂົງເຂດບຸລິມະສິດຂອງ ຫວຽດນາມ ແລະ ທະນາຄານໂລກ, ສ້າງບັນຊີລາຍຊື່ບັນດາໂຄງການອຸປະຖຳ ໄລຍະກາງ ແຕ່ປີ 2021 – 2025, ຊຸກຍູ້ຄວາມຄືບໜ້າປ່ອຍງົບປະມານໃຫ້ແກ່ບັນດາໂຄງການ, ຍົກສູງປະສິດທິຜົນຂອງບັນດາໂຄງການທີ່ໄດ້ລົງນາມກັບທະນາຄານໂລກ.
ນະທີ່ນີ້, ທ່ານນາງ Victoria Kwakwa ສະແດງຄຳອວຍພອນ ຫວຽດນາມ ທີ່ໄດ້ຍົກອອກກຳນົດທິດຄຸ້ມຄອງ, ນຳໃຊ້ແຫຼ່ງທຶນ ODA ແລະ ບັນດາຂົງເຂດບຸລິມະສິດລົງທຶນ ພ້ອມທັງໃຫ້ຮູ້ວ່າ ທະນາຄານໂລກ ຊົມເຊີຍ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ເຮັດວຽກກັບ ຫວຽດນາມ ໃນບັນດາບັນຫາດັ່ງກ່າວ.
![]() | WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ ຍສໝ - ລະດັບເຕີບໂຕໃນປີ 2020 ຈະບັນລຸ 2,9%, ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ໄດ້ເຕີບໂຕໄວທີ່ສຸດໃນໂລກ. |
![]() | WB: ໝາກຜົນການສຶກສາຂອງ ຫວຽດນາມໄດ້ຈັດຢູ່ລຳດັບເທົ່າທຽມກັນກັບປະເທດໂຮນລັງ, ນິວຊີແລນ ແລະ ຊຸແອັດ. ຍສໝ - ຕາມບົດລາຍງານຂອງທະນາຄານໂລກ (WB), ການສຶກສາຫວຽດນາມຢືນຢູ່ລຳດັບທີ 15 ທຽບເທົ່າກັນກັບປະເທດໂຮນລັງ, ນິວຊີແລນ, ຊຸແອັດ. |
![]() | WB: ການເຕີບໂຕເສດຖະກິດຫວຽດນາມອາດຈະບັນລຸກ່ວາ 7%ໃນໄຕມາດ II 2021 ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ |
vovworld.vn